ລັດຖະບານອາແຊັກໄບຊານເຫັນດີຈະສືບຕໍ່ຊ່ວຍເຫລືອ ສປປ ລາວ ດ້ານການສຶກສາ

ໂດຍຕອບສະໜອງ ຕາມຄໍາເຊີນຂອງທ່ານ ເອນມາ ເມັມມາເດຍຣົບ (ElmarMammadyarov),ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອາແຊັກ ໄບຊານ,ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມສາທາລະນະລັດ ອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 18-20 ມິຖຸນາ 2017, ເຊິ່ງເປັນການຢ້ຽມຢາມຄັ້ງທໍາອິດທີ່ເປັນຄັ້ງປະຫວັດສາດ ຂອງຄະນະຜູ້ແທນລະດັບສູງລະຫວ່າງສອງຝ່າຍ ນັບແຕ່ສ້າງຕັ້ງສາຍພົວພັນການທູດນຳກັນເປັນຕົ້ນມາ.

ໃນວັນທີ 19 ມິຖຸນາ 2017, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກັບ ທ່ານ ເອນມາ ເມັມມາເດຍຣົບ, ລັດຖະມົນຕີຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ, ໂດຍທີ່ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ເປັນມູນເຊື້ອອັນດີງາມຂອງສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 22 ພຶດສະພາ 1995 ຈົນເຖິງປັດຈຸບັນ, ພ້ອມທັງໃຫ້ການຕີລາຄາວ່າ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຢູ່ ອາແຊັກໄບຊານ ຄັ້ງນີ້ ເປັນນິມິດໝາຍອັນດີໃນການຊຸກຍູ້ເພີ່ມທະວີການພົວພັນຮ່ວມມືສອງຝ່າຍໃຫ້ຫຼາຍຂຶ້ນບົນພື້ນຖານຄວາມເຊື່ອໝັ້ນ, ຄວາມເຂົ້າອົກເຂົ້າໃຈ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ ພ້ອມທັງໃຫ້ການສະໜັບສະໜູນຊ່ວຍເຫລືອຊຶ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ໃນທຸກລະດັບເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍທີ່ມີມາແລ້ວນັ້ນ ໃຫ້ມີປະສິດທິຜົນສູງຂຶ້ນ,ໂດຍສະເພາະ ເພີ່ມທະວີການຮ່ວມມືໃນຂົງເຂດ ເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ບໍ່ແຮ່, ກະສິກຳ, ອຸດສາຫະກຳປຸງແຕ່ງ, ການສຶກສາ, ການທ່ອງທ່ຽວ ແລະ ດ້ານອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ.ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງສະພາບການໂດຍຫຍໍ້ທາງດ້ານເສດຖະກິດ-ສັງຄົມ, ສະພາບລວມຂອງຂໍ້ສະດວກ-ຂໍ້ຫຍຸ້ງຍາກ ຂອງແຕ່ລະປະເທດໃຫ້ກັນຊາບ ພ້ອມທັງແລກປ່ຽນຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ, ໂດຍເຫັນດີສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີຕ່າງໆ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ກໍ່ໄດ້ຕາງໜ້າໃຫ້ລັດຖະບານລາວສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອໃຫ້ທຶນການສຶກສາ ແກ່ນັກສຶກສາລາວຈຳນວນຫຼາຍຂອງລັດຖະບານ ອາແຊກໄບຊານໃນສະໄໝອະດີດ ສະຫະພາບ ໂຊວຽດ, ຊຶ່ງອະດີດນັກສຶກສາທີ່ຮຽນຈົບມາຈາກອາແຊັກໄບຊານໃນເມື່ອກ່ອນ ບາງທ່ານກໍໄດ້ກາຍເປັນການນຳ ແລະ ມີຕຳແໜ່ງສູງຢູ່ໃນກົງຈັກລັດຖະບານປັດຈຸບັນ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະເໜີໃຫ້ລັດຖະບານອາແຊັກໄບຊານ ສືບຕໍ່ໃຫ້ການຊ່ວຍເຫຼືອໃນການສ້າງຊັບພະຍາກອນມະນຸດ ກໍ່ຄືໃຫ້ທຶນການສຶກສາ, ຝຶກອົບຮົມ ຫຼື ການໄປທັດສະນະສຶກສາໄລຍະສັ້ນ ທີ່ອາແຊັກໄບຊານ ໃຫ້ແກ່ ສປປ ລາວ ແລະ ສະເໜີໃຫ້ທັງສອງຝ່າຍປຶກສາຫາລືກັນ ກ່ຽວກັບ ຄວາມເປັນໄປໄດ້ໃນການກໍ່ສ້າງໂຮງກັ່ນນ້ຳມັນຢູ່ ສປປ ລາວ, ຊຶ່ງຈະເປັນການສ້າງຜົນປະໂຫຍດຢ່າງຫຼວງຫຼາຍ ໃຫ້ແກ່ສອງປະເທດ ລາວ-ອາແຊັກໄບຊານ, ທັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 (2016-2020) ຂອງ ສປປ ລາວ ເພື່ອໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020.

ໃນຂະນະດຽວກັນ, ຝ່າຍອາເຊັກໄບຊານ ກໍ່ໄດ້ສະແດງຄວາມຍິນດີ ຈະສືບຕໍ່ຊຸກຍູ້ໃຫ້ມີການຮ່ວມມືກັນໃນດ້ານເສດຖະກິດໃຫ້ຫຼາຍຂຶ້ນ ແລະ ຈະສືບຕໍ່ໃຫ້ທຶນການສຶກສາແກ່ ສປປ ລາວ, ພ້ອມທັງໄດ້ສະເໜີໃຫ້ມີການສົ່ງເສີມສາຍພົວພັນຮ່ວມມືລະຫວ່າງ ສະພາຂອງສອງປະເທດ ໄປຄຽງຄູ່ກັບການສ້າງຕັ້ງກຸ່ມມິດຕະພາບ ປະຈຳລັດຖະ ສະພາຂອງກັນ ແລະ ກັນ.

ໃນໂອກາດດັ່ງກ່າວ, ລັດຖະມົນຕີຕ່າງປະເທດ ສອງຝ່າຍ ໄດ້ເຊັນສັນຍາຍົກເວັ້ນວີຊາການທູດ ລະຫວ່າງສອງປະເທດນຳກັນ, ເຊິ່ງຈະມີຜົນບັງຄັບໃຊ້ໄດ້ ພາຍຫຼັງສາມສິບວັນ ທີ່ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ.

ໃນໂອກາດຢ້ຽມຢາມທາງການ ໃນຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບ ບັນ ດາການນຳຂັ້ນສູງຂອງອາແຊັກໄບຊານ ຄື: ພະນະທ່ານ ອິນຮາມ ອາລີເຢບ (IlhamAliyev), ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ;ພະນະທ່ານອັອກໄຕ ອາຊາດົບ (OgtayAsadov),ປະທານສະພາແຫ່ງຊາດ ແລະ ພະນະທ່ານ ອາຕູ ຣາຊີຊາເດ (ArturRasizade), ນາຍົກລັດຖະມົນຕີ ແຫ່ງ ສ.ອາແຊັກໄບຊານ. ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ ບັນດາການນຳຂັ້ນສູງຂອງອາແຊກໄບຊານ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກ ການນຳຂັ້ນສູງແຫ່ງ ສປປ ລາວໄປເຖິງ ຄູ່ຮ່ວມຕຳແໜ່ງແຫ່ງ ອາແຊັກໄບຊານ.ນອກຈາກນີ້, ຄະນະ ຍັງໄດ້ເດີນທາງໄປຢ້ຽມຊົມ ພື້ນຖານການຜະລິດຕ່າງໆຢູ່ນະຄອນຫຼວງບາກູ, ເປັນຕົ້ນແມ່ນໂຮງງານກັ່ນນ້ຳມັນ ແລະ ອື່ນໆ.

ໃນຕອນທ້າຍຂອງການຢ້ຽມຢາມ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເຊື້ອເຊີນຄູ່ຮ່ວມຕຳແໜ່ງ ດຳເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດ ແລະ ເວລາທີ່ເຫັນວ່າສະດວກເໝາະສົມ, ເຊິ່ງລັດຖະມົນ ຕີຕ່າງປະເທດ ອາແຊັກໄບຊານ ໄດ້ຕອບຮັບດ້ວຍຄວາມຍິນດີ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ