Homeຂ່າວຕ່າງປະເທດເຮືອບິນຮົບຣັດເຊຍ-ສະຫະລັດປະທະກັນເໜືອນ່ານຟ້າທະເລບອລຕິກ

ເຮືອບິນຮົບຣັດເຊຍ-ສະຫະລັດປະທະກັນເໜືອນ່ານຟ້າທະເລບອລຕິກ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມືອວັນທີ 20 ມິຖຸນາ 2017 ວ່າກະຊວງປ້ອງກັນປະເທດສະຫະລັດ ລາຍງານເມື່ອວັນອັງຄານ ວ່າ ເຮືອບິນສອດແນມອາຣຊີ-135 ຂອງແພນຕາກອນ ປະທະກັບເຮືອບິນຂັບໄລ່ຊູ-27 ຂອງກອງທັບຣັດເຊຍ ໃນບໍລິເວນນ່ານຟ້າສາກົນຂອງທະເລບອລຕິກ ເມື່ອວັນຈັນທີ່ຜ່ານມາ ໂດຍເຮືອບິນລຳດັ່ງກ່າວຂອງຣັດເຊຍເຊິ່ງມີການຕິດອາວຸດ “ເຄື່ອນທີ່ດ້ວຍຄວາມໄວ” ເຂົ້າໄປຫາເຮືອບິນຂອງສະຫະລັດ ແລະ ຖິ້ມໃນອາວຸດລົງໄລຍະຫ່າງບໍ່ຮອດ 5 ແມັດ ຖືເປັນການສະແດງອອກຂອງນັກບິນກອງທັບຣັດເຊຍທີ່ຂາດຄວາມເປັນມືອາຊີບ ແລະ ສ່ຽງຕໍ່ການເກີດອັນຕະລາຍທີ່ສຸດ

ທາງກະຊວງປ້ອງກັນຄວາມສະຫງົບຂອງຣັດເຊຍອອກຖະແຫຼງການລະບຸວ່າ ເຮືອບິນຊູ-27 ຂອງຣັດເຊຍ ຈຳເປັນຕ້ອງເຂົ້າສະກັດກັ້ນເຮືອບິນອາຣຊີ-135 ຂອງສະຫະລັດ ຫຼັງພົບວ່າເຮືອບິນຂອງອີກຝ່າຍເຄື່ອນທີ່ໃນທິດທາງມຸ່ງໜ້າເຂົ້າສູ່ເຂດນ່ານຟ້າຂອງຣັດເຊຍ ແຕ່ເຮືອບີນອາຣຊີ-135 ກັບບິນເຂົ້າມາໃກ້ ແລະ ຫັກລ້ຽວເຂົ້າມາໃນໄລຍະໃກ້ ແຕ່ໃນທີ່ສຸດອາກາດສະຍານຂອງສະຫະລັດເປັນຝ່າຍຖອຍອອກໄປຫ່າງຈາກການເຂົ້າສູ່ເຂດນ່ານຟ້າຂອງຣັດເຊຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...