Homeຂ່າວຕ່າງປະເທດອີຢູຂະຫຍາຍການຂວ້ຳບາດຣັດເຊຍອອກໄປອີກ 1 ປີ

ອີຢູຂະຫຍາຍການຂວ້ຳບາດຣັດເຊຍອອກໄປອີກ 1 ປີ

Published on

ສຳນັກຂ່າວເອເອຟພີ ແລະ ເອພີລາຍງານຈາກນະຄອນຫຼວງ ບຣັສເຊລ ປະເທດເບວຢຽມ ເມື່ອວັນທີ 19 ມິຖຸນາ 2017 ລັດຖະມົນຕີຕ່າງປະເທດ 28 ຊາດສະມາຊິກກຸ່ມສະຫະພາບຢຸໂຣບ (ອີຢູ) ກ່າວໃນຖະແຫຼງການເມື່ອວັນຈັນວ່າ ອີຢູຍັງຄົງຍຶດໝັ້ນຕໍ່ການດຳເນີນການຢ່າງເຕັມທີ່ ໃນນະໂຍບາຍ “ບໍ່ຍອມຮັບ” ການຍຶດຄອງໄຄເມຍ ແລະ ເມືອງ ເຊວາສໂຕປໍ ດ້ວຍກົດໝາຍຂອງຣັດເຊຍ

ການຂວ້ຳບາດຣັດເຊຍຈະຂະຫຍາຍອອກໄປຈົນເຖິງວັນທີ 23 ມິຖຸນາ 2018 ໂດຍຈະມີຜົນບັງຄັບຕໍ່ພົນເມືອງ ແລະ ບໍລິຕ່າງໆ ຂອງອີຢູ ມາດຕະການຕ່າງໆຈະຮວມເຖິງຫ້າມນຳເຂົ້າສິນຄ້າຈາກໄຄເມຍ ແລະ ເຊວາສໂຕປໍ ລະງັບການລົງທຶນຂອງຊາວຢຸໂຣບທັງໝົດ ຫຼື ການຊື້ອະສັງຫານລິມະຊັບ ແລະ ຫ້າມເຮືອໂດຍສານ/ເຮືອສຳລານ ແລະ ຈອດທີ່ໄຄຣເມຍ ແລະ ເຊວາສໂຕປໍ

ນອກຈາກນັ້ນຍັງຫ້າມສົ່ງສິນຄ້າ ແລະ ເທັກໂນໂລຍີບາງຊະນິດ ທີ່ສາມາດໃຊ້ສຳລັບການຂົນສົ່ງ ການສື່ສານໂທລະຄົມ ຫຼື ໃນພາກພະລັງງານ ໂດຍສະເພາະນ້ຳມັນ ກ໊າຊ ຫຼື ການສຳຫຼວດແຮ່ທາດ.

https://youtu.be/vi1leT4WxYE

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...