Homeຂ່າວພາຍ​ໃນບໍລິສັດ, ຊາວຄ້າຂາຍ ແລະຜູ້ຂັບລົດ ກຳລັງຈະຖືກປັບໃໝ ຖ້າບໍ່ປະຕິບັດຕາມແຈ້ງການສະບັບນີ້

ບໍລິສັດ, ຊາວຄ້າຂາຍ ແລະຜູ້ຂັບລົດ ກຳລັງຈະຖືກປັບໃໝ ຖ້າບໍ່ປະຕິບັດຕາມແຈ້ງການສະບັບນີ້

Published on

ພະແນກໂຍທານະຄອນຫຼວງວຽງຈັນ ອອກແຈ້ງການເລື່ອງ: ຫ້າມບໍ່ໃຫ້ຂາຍເຄື່ອງ, ຈອດລົດທຸກປະເພດ ແລະວາງສິ່ງກີດຂວາງ ຢູ່ບໍລິເວນພື້ນທີ່ເສັ້ນທາງເດິນລົດ ແລະເຂດສະຫງວນທາງ ລວມທັງພື້ນທີ່ທາງຍ່າງ ຕາມຖະໜົນສາຍຫຼັກໃນນະຄອນຫຼວງວຽງຈັນ.

  1. ນັບແຕ່ວັນທີ 20 ມິຖຸນາ 2017 ເປັນຕົ້ນໄປ ໜ່ວຍງານຮັບຜິດຊອບຈັດສັນຄວາມເປັນລະບຽບຮຽບຮ້ອຍ ພະແນກໂຍທາທິການແລະຂົນສົ່ງ ນະຄອນຫຼວງວຽງຈັນ ຮ່ວມກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນ, ໜ່ວຍງານຈັດສັນເມືອງທີ່ກ່ຽວຂ້ອງ, ພະແນກອຸດສາຫະກຳແລະການຄ້ານະຄອນຫຼວງ ແລະ ຫ້ອງການຄຸ້ມຄອງບໍລິຫານຕົວເມືອງວຽງຈັນ ຈະໄດ້ປະຕິບັດງານຢ່າງເຂັ້ມງວດແລະເດັດຂາດ ຢູ່ຈຸດສີ່ແຍກສະຖານີລົດເມ ຫາຈຸດທາງເຂົ້າຕະຫຼາດຂົວດິນ, ຖະໜົນໜອງບອນແລະເບື້ອງກົງກັນຂ້າມ ເພື່ອຈັດສັນບໍ່ໃຫ້ຈອດລົດແລະຂາຍເຄື່ອງ ແມ່ນຫ້າມບໍ່ໃຫ້ມີການຈອດລົດແລະຂາຍເຄື່ອງທຸກປະເພດຢູ່ຈຸດດັ່ງກ່າວ.
  2. ຫ້າມເດັດຂາດ ບໍ່ໃຫ້ບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ປຸກສ້າງຕໍ່ເຕີມ ເທີບ, ເງີບ, ຕູບ, ວາງກອງຫິນ-ກອງຊາຍ, ຕິດຕັ້ງປ້າຍໂຄສະນາ, ປ້າຍແນະນຳ, ຈອດລົດໃຫຍ່ ໃນເສັ້ນທາງເດິນລົດ ບ່ອທີ່ທາງການບໍ່ໄດ້ກຳນົດໃຫ້ຈອດ, ຂຶ້ນຈອດທາງຍ່າງ, ຂາຍເຄື່ອງ, ຂາຍຫວຍ, ຂາຍຂັນໝາກເບັງ ແລະວາງສິ່ງກີດຂວາງຢູ່ໃນເຂດສະຫງວນຂອງທາງລົດແລະເທິງທາງຍ່າງ ຕາມຖະໜົນໃນຕົວເມືອງ.
  3. ຫ້າມເດັດຂາດ ບໍ່ໃຫ້ບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດເຖິງພໍ່ແມ່ປະຊາຊົນ ຖົມດິນກວມເອົາເຂດສະຫງວນແຄມທາງ, ກວມເອົາຮ່ອງລະບາຍນໍ້າທຳມະຊາດ, ບຶງ, ໜອງ…
  4. ມອບໃຫ້ໜ່ວຍງານກວດກາຜັງເມືອງເປັນເຈົ້າການ ສົມທົບກັບຫ້ອງການໂຍທາທິການແລະຂົນສົ່ງເມືອງ, ອຳນາດການປົກຄອງທ້ອງຖິ່ນບ້ານ, ເມືອງ ແລະເຈົ້າໜ້າທີ່ຈາກພາກສ່ວນທີ່ກ່ຽວຂ້ອງ ລົງກວດກາຄືນ ການບຸກລຸກເອົາເຂດສະຫງວນແຄມທາງໃນເຂດນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ຖະໜົນສຸພານຸວົງ, ຖະໜົນເສດຖາທິລາດ, ຖະໜົນສາມແສນໄທ, ຖະໜົນຟ້າງຸ່ມ, ຖະໜົນລ້ານຊ້າງ, ຖະໜົນອາຊ່ຽນ, ຖະໜົນທ່າເດື່ອ, ຖະໜົນກຳແພງເມືອງ, ຖະໜົນລາວ-ໄທ, ຖະໜົນກົດສະໂກ-ໂພນໄຊ, ຖະໜົນໂພນທັນ, ຖະໜົນດົງປ່າລານ-ສາຍລົມ, ຖະໜົນຄູວຽງ, ຖະໜົນໂພນຕ້ອງຈອມມະນີ-ດົງໂດກ, ຖະໜົນເປ3, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນເຈົ້າອະນຸວົງ, ຖະໜົນແຄມຂອງ, ຖະໜົນໄກສອນພົມວິຫານ ແລະຖະໜົນອື່ນໆ ທີ່ນອນຢູ່ໃນຄວາມຮັບຜິດຊອບຂອງນະຄອນຫຼວງວຽງຈັນ.
  5. ກໍລະນີລົງກວດກາພົບເຫັນບຸກຄົນ, ນິຕິບຸກຄົນ ລະເມີດລະບຽບການທີ່ໄດ້ລະບຸໄວ້ໃນຂໍ້ທີ 1, 2 ແລະ 3 ຂອງແຈ້ງການສະບັບນີ້ ໜ່ວຍງານກວດກາຜັງເມືອງ ແລະໜ່ວຍງານຈັດສັນຄວາມເປັນລະບຽບຮຽບຮ້ອຍ ຮ່ວມກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈະໄດ້ສຶກສາອົບຮົມ, ກ່າວເຕືອນ, ປັບໃໝ ແລະພ້ອມທັງຮື້ຖອນ ຈົກອອກຈາກເຂດສະຫງວນ. ກໍລະນີຍັງຝ່າຝືນ ບໍ່ປະຕິບັດຕາມແຈ້ງການສະບັບນີ້ ແມ່ນຈະໄດ້ດຳເນີນໄປຕາມຂະບວນການຍຸຕິທຳແລະລະບຽບກົດໝາຍຂອງ ສປປ ລາວ.

ຫົວໜ້າພະແນກໂຍທາທິການແລະຂົນສົ່ງ
ເດດສົງຄາມ ທຳມະວົງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...