spot_img
Homeຂ່າວການສຶກສາປີນີ້ທົ່ວປະເທດ ມີນັກຮຽນສອບເສັງຈົບຊັ້ນ ມໍຕົ້ນ 97.000 ກວ່າຄົນ

ປີນີ້ທົ່ວປະເທດ ມີນັກຮຽນສອບເສັງຈົບຊັ້ນ ມໍຕົ້ນ 97.000 ກວ່າຄົນ

Published on

ທົ່ວ​ປ​ະເທດ​ ໄດ້​ຈັດການ​ສອບ​ເສັງ​ ຈົບ​ຊັ້ນ​ມັດທະຍົມ​ຕົ້ນ (ມ4) ພ້ອມ​ກັນ​ໃນ​ວັນ​ທີ 13-15 ມິຖຸນາ 2017 ນີ້​. ສົກຮຽນນີ້​​ ມີ​ນັກຮຽນ​ເຂົ້າ​ສອບ​ເສັງ​ທັງ​ໝົດ 97.095 ກວ່າຄົນ, ຍິງ 46.480 ກວ່າຄົນ. ທຽບ​ໃສ່​ສົກຮຽນ ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 7.800 ກວ່າ​ຄົນ. ມີ​ 688 ສູນ​ສອບ​ເສັງ, 4.560 ຫ້ອງ​ສອບ​ເສັງ. ມີ 6 ວິຊາ ​ຄື: ພາສາ​ລາວ-ວັນນະຄະດີ, ຄະນິດສາດ, ວິທະຍາ​ສາດ-ທໍາ​ມະ​ຊາດ, ວິ​ທະ​ສາດ​-ສັງຄົມ, ສຶກສາພົນ​ລະ​ເມືອງ ​ແລະ ພາສາ​ອັງກິດ.

ອາຈານ ພູມີ ພົມ​ແກ້ວນາ ຜູ້​ອໍານວຍ​ການ​ໂຮງຮຽນ ມສ ​ໄຊ​ເສດ​ຖາ, ທັງ​ເປັນ​ຫົວໜ້າ​ຮັບຜິດຊອບ​ສູນ​ສອ​ບ​ເສັງ​ດັ່ງກ່າວ, ໄດ້​ໃຫ້​ສໍາພາດຕໍ່​ນັກ​ຂ່າວ​ ສໍານັກ​ຂ່າວສານ​ປະ​ເທດ​ລາວ ​ໃນ​ວັນ​ທີ 13 ມິຖຸນາ ນີ້ ​ວ່າ: ສະ​ເພາະ​ຢູ່​ນະຄອນຫລວງ​ວຽງ​ຈັນ ​ໄດ້ຈັດ​ເປັນ 28 ສູນ​ສອບ​ເສັງ, ມີ 572 ຫ້ອງ​ສອບ​ເສັງ, ມີ​ນັກ​ສອບ​ເສັງ​ທັງ​ໝົດ 11.404 ຄົນ, ຍິງ 5.599 ຄົນ, ມີກຳມະການ​ຍາມ​ຫ້ອງເສັງ​ 1.203 ຄົນ.

ສ່ວນ​ສູນ​ສອບ​ເສັງ ມສ​ໄຊ​ເສດ​ຖາ ກໍ​​ເປັນ​​ອີກ​ສູນສອບ​​ໜຶ່ງ ​ທີ່​​ໄດ້​​ເອົາ​ໃຈ​ໃສ່​ໃຫ້​ແກ່​ບັ້ນ​ສອບ​ເສັງ​ຈົບຊັ້ນໃນ​ຄັ້ງນີ້ ​ບໍ່​ວ່າຈະ​ເປັນ​ຄວາມ​ພ້ອມທາງ​ດ້ານ​ສະຖານ​ທີ່​​ຫ້ອງ​ສອບ​ເສັງ, ​ຄະນະ​ກໍາມະການ​ຍາມ​ຫ້ອງ​ສອບ​ເສັງ ​ແລະ ອື່ນໆ. ສູນ​ດັ່ງກ່າວ​, ມີນັກຮຽນ​ຈາກ 6 ໂຮງຮຽນ​ ມາ​ເສັງ​ຮ່ວມກັນ ຄື: ມສ ອິດສະ​ເຕີນ​ສະຕຣາ, ມສ ປັນ​ຍາ​ທິບ, ມສ ​ໂພນ​ທັນ, ມໍຕົ້ນວິ​ທະຍາ ​ແລະ ມໍຕົ້ນແກ້ວ​ປັນຍາ ​ເຊິ່ງມີ​ນັກ​ສອບ​ເສັງ​ທັງ​ໝົດ 381 ຄົນ, ຍິງ 183 ຄົນ.

 

ຮຽບຮຽງຂ່າວ: ຂັນ​ໄຊ
ພາບປະກອບ:ສະຫວັດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...