Homeຂ່າວຕ່າງປະເທດເກົາຫຼີໃຕ້ເລື່ອນການຕິດຕັ້ງລະບົບປ້ອງກັນທາງອາກາດ THAAD ອອກໄປກ່ອນ

ເກົາຫຼີໃຕ້ເລື່ອນການຕິດຕັ້ງລະບົບປ້ອງກັນທາງອາກາດ THAAD ອອກໄປກ່ອນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 10 ມິຖຸນາ 2017 ວ່າ ທ່ານ ຈອງ ອີ ຍອງ ທີ່ປຶກສາດ້ານຄວາມໝັ້ນຄົງປະຈຳທຳນຽບປະທານາທິບໍດີ ເກົ່ຫຼີໃຕ້ ກ່າວເມື່ອວັນສຸກວ່າ ການຕັດສິນໃຈຂອງລັດຖະບານໃນການເລື່ອນການຕິດຕັ້ງສ່ວນປະກອບຂອງລະບົບປ້ອງກັນທາງອາກາດ THAAD ເປັນໄປຕາມການປະເມີນຂອງຜູ່ຊ່ຽວຊານກ່ຽວກັບຜົນກະທົບດ້ານສິ່ງແວດລ້ອມ ແລະ ມາດຕະການອື່ນໆພາຍໃນປະເທດທີ່ກ່ຽວຂ້ອງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ທຸກຝ່າຍວ່າການດຳເນີນການໃນອານາຄົດຈະເປັນໄປຕາມຂະບວນ ການທີ່ເປັນປະຊາທິປະໄຕ

ທ່ານ ຈອງ ກ່າວເພີ່ມອີກວ່າ ລັດຖະບານໂຊລຊຸດປັດຈຸບັນເຂົ້າໃຈດີເຖິງຄວາມສຳຄັນຂອງການຕິດຕັ້ງລະບົດທາດ ໃນປະເທດ ວ່າເພື່ອປົກປ້ອງອະທິປະໄຕຂອງເກົາຫຼີໃຕ້ ແລະ ກອງທັບສະຫະລັດຢູ່ໃນປະເທດ ໃຫ້ລອດພົ້ນຈາກໄພຕຸຕາມຈາກເກົາຫຼີເໜືອ ຢ່າງໃດກໍ່ຕາມການຫາແນວທາງອື່ນໆຮ່ວມກັນໃນການປົກປ້ອງປະເທດຈາກໂຄງການດ້ານຂີປະນາວຸດຂອງເກົາຫຼີເໜືອຈະເປັນໜຶ່ງໃນຫົວຂໍ້ທີ່ສຳຄັນທີ່ປະທານາທິບໍດີມຸນ ແຈ-ອິນ ຈະຍົກຂຶ້ນມາປຶກສາຫາລື ກັບ ປະທານາທິບໍດີ ໂດນັລ ທຣັມ ໃນລະຫວ່າງການເດີນທາງຢ້ຽມຢາມນະຄອນຫຼວງວໍຊິງຕັນໃນຊ່ວງໄລຍະທ້າຍເດືອນນີ້.

ເຊິ່ງຄຳປະກາດຂອງຜູ່ນຳເກົາຫຼີໃຕ້ ມັນໄດ້ສ້າງຄວາມບໍ່ພໍໃຕໃຫ້ແກ່ສະຫະລັດ ເມື່ອວັນພຸດທີ່ຜ່ານມາ ດ້ວຍການລະງັບການຕິດຕັ້ງສ່ວນປະກອບຂອງລະບົບທາດທີ່ີຍັງເຫຼືອອີກ 4 ອັນອອກໄປກ່ອນ ຈົນກວ່າຈະມີການປະເມີນຜົນກະທົບດ້ານສິ່ງແວວລ້ອມຈະສຳເລັດ ເຊິ່ງມິລາຍງານວ່າອາດຕ້ອງໃຊ້ເວລາດົນເກືອບ 1 ປີ ໂດຍຄຳສັ່ງດັ່ງກ່າວເປັນໄປຕາມຄຳສັນຍາຂອງທ່ານ ມຸນທີ່ໄດ້ກ່າວໃນຊ່ວງເວລາຫາສຽງ ວ່າຈະ “ທົບທວນ” ການຕິດຕັ້ງລະບົບທາດໃນປະເທດ ທີ່ເປັນຂໍ້ຕົກລົງເຊິ່ງເປັນການຕິດຕັ້ງຂຶ້ນໂດຍລັດຖະບານຊຸດເກົ່າ

ວິດີໂອຈາກ: ARIRANG NEWS

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...