Homeຂ່າວພາຍ​ໃນຮອງນາຍົກ ຢ້ຽມຢາມໂຄງການຊອກຄົ້ນ-ສຳຫຼວດແລະປຸງແຕ່ງແຮ່ຄຳ ທີ່ອັດຕະປື

ຮອງນາຍົກ ຢ້ຽມຢາມໂຄງການຊອກຄົ້ນ-ສຳຫຼວດແລະປຸງແຕ່ງແຮ່ຄຳ ທີ່ອັດຕະປື

Published on

ໃນວັນທີ 06 ມິຖຸນາ 2017 ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ກໍ່ໄດ້ເດີນທາງໄປຢ້ຽມຢາມ ແລະ ຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຊອກຄົ້ນ-ສຳຫຼວດຂຸດຄົ້ນ-ປຸງແຕ່ງແຮ່ຄຳ ທີ່ເຂດວັງຕັດໃຫຍ່ ເມືອງຊານໄຊ ແຂວງອັດຕະປື ເຊິ່ງມີ ຮອງເຈົ້າແຂວງໆອັດຕະປື, ພະແນກການທີ່ກ່ຽວຂ້ອງ ແລະ ຄະນະອຳນວຍການຜູ້ຮັບຜິດຊອບໂຄງການ ໃຫ້ການຕ້ອນຮັບ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ພົງໄຊ ໄຊຊະນະເສນາ ອຳນວຍການກຸ່ມບໍລິສັດລັດ ພັດທະນາຊົນນະບົດໃໝ່ ໄດ້ລາຍງານວ່າ ໂຄງການດັ່ງກ່າວ ເປັນການດຳເນີນທຸລະກິດຮ່ວມກັນ ລະຫວ່າງ ກຸ່ມບໍລິສັດລັດ ພັດທະນາຊົນນະບົດໃໝ່, ກະຊວງ ປ້ອງກັນປະເທດ ກັບ ບໍລິສັດຫຸ້ນສ່ວນ ຫວຽດນາມ-ລາວ ແຫ່ງ ສສ ຫວຽດນາມ ນັບແຕ່ເດືອນພະຈິກ 2006 ເປັນຕົ້ນມາ ໃນເນື້ອທີ່ ການຊອກຄົ້ນ ແລະ ສຳຫຼວດກວ່າ 399 ກິໂລຕາແມັດ ກວມເອົາເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ລວມມູນຄ່າການລົງທຶນ 50 ລ້ານໂດລາສະຫະລັດ, ໄດ້ມອບ ພັນທະເຂົ້າກອງທຶນພັກ ຫ້ອງວ່າການສູນກາງພັກ ລວມນໍ້າໜັກຄຳ 600 ກວ່າກິໂລກຣາມ ແລະ ມອບພັນທະຄ່າເຊົ່າສຳປະທານເນື້ອທີ່ດິນ ແລະ ອາກອນເງິນເດືອນ ໃຫ້ແກ່ລັດຖະບານໄປແລ້ວກວ່າ 290 ພັນໂດລາສະຫະລັດ. ນອກຈາກນີ້, ບໍລິສັດ ຍັງໄດ້ເອົາໃຈໃສ່ໃນການຄຸ້ມຄອງສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ, ການຊ່ວຍເຫຼືອສັງຄົມ ແລະ ການປະກອບສ່ວນພັດທະນາທ້ອງຖິ່ນ ເປັນຕົ້ນ ປະກອບສ່ວນທຶນຮອນມູນຄ່າ 1 ແສນໂດລາສະຫະລັດຕໍ່ປີ ເຂົ້າໃນການພັດທະນາເຂດວັງຕັດ ເມືອງຊານໄຊ, ປິ່ນປົວພະຍາດ, ແຈກຢາຍຢາ ແລະ ເຂົ້າສານ ໃຫ້ແກ່ປະຊາຊົນ ໃນບ້ານອ້ອມຂ້າງ ໂດຍບໍ່ເສຍຄ່າ, ປະກອບສ່ວນຊ່ວຍເຫຼືອ ໃນເວລາເກີດໄພພິບັດທຳມະຊາດ, ນຳພາຕົວແທນປະຊາຊົນໃນບ້ານອ້ອມຂ້າງ ໄປທັດສະນະສຶກສາກ່ຽວກັບການພັດທະນາບ້ານ ແລະ ບ້ານວັດທະນະທຳ ຢູ່ ສສ ຫວຽດນາມ ລວມເຖິງການສົ່ງເສີມ ການຜະລິດກະສິກຳ ເປັນຕົ້ນ ການປູກກາເຟ, ໝາກພິກໄທ ແລະ ມີການເກັບຊື້ນຳປະຊາຊົນ ເພື່ອຮັບປະກັນລາຍໄດ້ໃຫ້ແກ່ປະຊາຊົນ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງການຈັດຕັ້ງປະຈິບັດໂຄງການ ໂດຍສະເພາະ ການປະກອບສ່ວນ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ກໍ່ຄືການພັດທະນາທ້ອງຖິ່ນ. ແຕ່ດ້ວຍເນື້ອໃນຈິດໃຈຂອງສູນກາງພັກ ແລະ ລັດຖະບານ ໃນການຫັນເອົາບັນດາໂຄງການທີ່ຂຶ້ນກັບກອງທຶນພັກ ແລະ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ໃຫ້ຂຶ້ນກັບການຄຸ້ມຄອງຂອງລັດຖະບານ ຕາມລະບຽບກົດໝາຍ ແລະ ສອດຄ່ອງກັບກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ຊຶ່ງບັນດາໂຄງການເຫຼົ່ານັ້ນ ສາມາດດຳເນີນກິດ ຈະການຂອງຕົນໄດ້ຢ່າງຕໍ່ເນື່ອງ ແລະ ເປັນກຳລັງແຮງ ໃຫ້ແກ່ການຊ່ວຍແກ້ໄຂຄວາມທຸກຍາກຂອງປະຊາຊົນ. ພ້ອມດຽວກັນນັ້ນ, ກໍ່ໃຫ້ເອົາໃຈໃສ່ໃນການຄຸ້ມຄອງແຮງງານ, ການໂຄສະນາ ອົບຮົມພໍ່ແມ່ປະຊາຊົນ ທີ່ນອນຢູ່ໃນໂຄງການ ໃຫ້ມີຄວາມເຂົ້າໃຈເຖິງລະບຽບກົດໝາຍ, ຄວາມຈຳເປັນ ແລະ ຜົນໄດ້ຮັບ ຈາກການພັດທະນາໂຄງການ ທັງການສ້າງວຽກເຮັດງານທຳ ແລະ ການຜະລິດສະບຽງອາຫານ ໃຫ້ແກ່ໂຄງການ, ເອົາໃຈໃສ່ວຽກງານຊົດເຊີຍຜູ້ທີ່ໄດ້ຮັບຜົນກະທົບ ຕິດພັນກັບການຈັດສັນອາຊີບຄົງທີ່, ຫັນຈາກການເຮັດໄຮ່ເລື່ອນລອຍ ໄປສູ່ການການປູກ-ການລ້ຽງ ເປັນຕົ້ນ ການປູກໄມ້ອຸດສາຫະກຳ ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄຳສັ່ງ 15 ຂອງນາຍົກລັດຖະມົນຕີ ໃຫ້ປະກົດຜົນເປັນຈິງ, ປະກອບສ່ວນເຮັດໃຫ້ມີພື້ນທີ່ປ່າໄມ້ປົກຫຸ້ມ 70% ໃນປີ 2020 ແລະ ໃນດ້ານການສົ່ງເສີມການຜະລິດເປັນສິນຄ້າ ກໍ່ໃຫ້ເອົາໃຈໃສ່ສິນຄ້າເປົ້າໝາຍ ຕິດພັນກັບການເກັບຊື້ ແລະ ຕະຫຼາດຈຳໜ່າຍທີ່ແນ່ນອນ.

ຜູ້ຂຽນ: ຄຳວົງສັກ ບັນດິດ
ແຫລ່ງ: ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...