spot_img
HomeBaby-ແມ່ແລະເດັກວິທີດູແລເດັກນ້ອຍທີ່ເຄີຍເປັນລຳໄສ້ອັກເສບ

ວິທີດູແລເດັກນ້ອຍທີ່ເຄີຍເປັນລຳໄສ້ອັກເສບ

Published on

ສຳລັບຄົນທີ່ເຄີຍມີລູກຫຼານທີ່ເຄີຍເປັນໂຣກລຳໄສ້ອັກເສບ ເມື່ອຫາຍດີແລ້ວທ່ານບໍ່ຄວນຈະວາງໃຈ ແລະ ຄວນທີ່ຈະດູແລເປັນພິເສດ ເພາະໂຣກນີ້ສາມາດກັບມາເປັນອີກຄັ້ງໄດ້ ເຊິ່ງພໍ່ແມ່ສ່ວນຫຼາຍອາດຈະບໍ່ຮູ້ໃນເລື່ອງນີ້ ວັນນີ້ໃນຄໍລຳ ແມ່ ແລະ ລູກ ແອັດມິນເລີຍມີ ວິທີດູແລເດັກນ້ອຍທີ່ເຄີຍເປັນລຳໄສ້ອັກເສບ ມາຝາກ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມໆກັນເລີຍ.

– ພະຍາຍາມໃຫ້ລູກທີ່ເກີດມາໄດ້ດື່ມນົມແມ່ ເພາະນົມແມ່ເປັນວັກຊີນທີ່ສາມາດປ້ອງກັນໂຣກລຳໄສ້ຕິດເຊື້ອໄດ້ດີທີ່ສຸດ.
– ໃນກໍລະນີທີ່ລູກດື່ມນ້ຳ ຫຼື ນົມຈາກເຕົ້ານົມ ຮວມເຖິງພາສະນະໃສ່ອາຫານ ທ່ານຕ້ອງເຮັດຄວາມສະອາດດ້ວຍການນຳໄປຕົ້ມ ແລະ ຕາກແດດໃຫ້ແຫ້ງກ່ອນທຸກເທື່ອ
– ນ້ຳທີ່ໃຫ້ລູກດື່ມ ຫຼື ປະສົມກັບນົມນັ້ນຕ້ອງເປັນນ້ຳຕົ້ມສຸກແລ້ວເທົ່ານັ້ນ
– ພໍ່ແມ່ຄວນໝັ່ນເຮັດຄວາມສະອາດເຮືອນຊານ ແລະ ອຸປະກອນເຄື່ອງໃຊ້ທີ່ລູກນ້ອຍຈັບບາຍຢູ່ສະເໝີ
– ຜູ່ເປັນພໍ່ແມ່ເອງກໍ່ຕ້ອງຮັກສາອະນາໄມຕົວເອງໃຫ້ສະອາດກ່ອນໂດຍສະເພາະມືທີ່ໃຊ້ປ້ອນອາຫານໃຫ້ລູກ
– ເມື່ອຂອງກິນລູກກິນເຫຼືອກໍ່ຄວນຫາແນວປິດໄວ້ສະເໝີເພື່ອປ້ອງກັນເຊື້ອໂຣກ ແລະ ແມງໄມ້ບິນມາຈັບ
– ໃຫ້ລູກກິນອາຫານທີ່ມີຄຸນຄ່າທາງໂພຊະນາການຄົບຖ້ວນ ແລະ ສະອາດ ເຮັດໃໝ່ໆສະເໝີ
– ພາກລູກໄປຊັກວັກຊີນເພື່ອປ້ອງກັນໄວຣັສໂຣຕ້າ ສຳລັບວັກຊີນນີ້ສາມາດຊັກໄດ້ຕັ້ງແຕ່ອາຍຸ 2 ແລະ4 ເດືອນ ເຊິ່ງຈະມີປະສິດທິພາບໃນການຊ່ວຍຢັບຢັ້ງການເກີດໂຣກລຳໄສ້ອັກເສບ ຫຼື ລຳໄສ້ຕິດເຊື້ອໄດ້

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...