spot_img
Homeຂ່າວພາຍ​ໃນຫວຽດນາມໃຫ້ລ້າໆ 800 ຕື້ ໃຫ້ລາວສ້າງຫໍສະພາຫຼັງໃໝ່

ຫວຽດນາມໃຫ້ລ້າໆ 800 ຕື້ ໃຫ້ລາວສ້າງຫໍສະພາຫຼັງໃໝ່

Published on

ເນື່ອງຈາກຫໍປະຊຸມແຫ່ງຊາດຫລັງປະຈຸບັນໃຊ້ງານມາກວ່າ 20 ປີແລ້ວ ຈຶ່ງໄດ້ມີສະພາບການຊຸດໂຊມ ຫລາຍຈຸດເກີດເປ່ເພ, ນໍ້າຮົ່ວຊຶມ ໃນແຕ່ລະປີລັດຕ້ອງໃຊ້ງົບປະມານຈຳນວນຫລາຍເຂົ້າໃນການສ້ອມແປງ ເປັນຕົ້ນແມ່ນຫລັງຄາ ແລະ ເພດານ ຊຶ່ງພົບກັບຄວາມຫຍຸ້ງຍາກທັງມີຄວາມສ່ຽງອັນຕະລາຍໃນເວລາສະມາຊິກສະພາແຫ່ງຊາດເຂົ້າດຳເນີນກອງປະຊຸມຕ່າງໆ, ຈາກບັນຫາຄືດັ່ງກ່າວລັດຖະບານຈຶ່ງຈະສ້າງຫໍສະພາແຫ່ງຊາດຫລັງໃໝ່ ໂດຍນຳໃຊ້ທຶນຈາກການຊ່ວຍເຫລືອລ້າຂອງລັດຖະບານ ສສ ຫວຽດນາມ ມູນຄ່າ 800 ຕື້ກີບ, ໂດຍຈະໃຫ້ສຳເຫລັດພາຍໃນປີ 2020.

ໃນວັນທີ 2 ມິຖຸນາ 2017 ທີ່ຜ່ານມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເພື່ອການກໍ່ສ້າງຫໍສະພາ ແຫ່ງຊາດຫລັງໃໝ່ ໄດ້ຖະແຫລງຂ່າວຜ່ານສື່ມວນຊົນວ່າ: ຫໍສະພາແຫ່ງຊາດ ທີ່ນຳໃຊ້ໃນປະຈຸບັນແມ່ນໄດ້ສ້າງສຳເຫລັດໃນປີ 1990 ໂດຍນຳໃຊ້ທຶນຂອງລັດຖະບານ, ເປັນອາຄານ 3 ຊັ້ນ, ປະກອບມີ ຫ້ອງປະຊຸມໃຫຍ່ ສຳລັບນຳໃຊ້ເຂົ້າໃນການດຳເນີນກອງປະຊຸມສະພາແຫ່ງຊາດ, ຫ້ອງປະຊຸມນ້ອຍຢູ່ສອງຂ້າງ ແລະ ຫ້ອງເຮັດວຽກສຳລັບການນຳ ແລະ ພະນັກງານລັດຖະກອນຂອງສະພາ, ຜ່ານການນຳໃຊ້ຫໍສະພາເຂົ້າໃນການປະຕິບັດໜ້າທີ່ວຽກງານ ມາໄລຍະເວລາ 26 ປີ ເຫັນໄດ້ວ່າມີຫລາຍຈຸດເກີດການເພພັງ, ຮົ່ວຊຶມ, ແຕ່ລະປີລັດຕ້ອງໄດ້ໃຊ້ງົບປະມານເຂົ້າໃນການສ້ອມແປງ ແລະ ມີບາງໜ້າວຽກການສ້ອມແປງພົບຄວາມຫຍຸ້ງຍາກ, ໃຊ້ງົບປະມານຫລາຍ ເປັນຕົ້ນ ເພດານ ແລະ ຫລັງຄາ ຫ້ອງຊຸມ ທັງມີຄວາມສ່ຽງຕໍ່ອັນຕະລາຍ ໂດຍສະເພາະໃນເວລາດຳເນີນກອງປະຊຸມ.

ສະນັ້ນຄະນະຮັບຜິດຊອບຈຶ່ງໄດ້ຄົ້ນຄວ້າ, ປືກສາຫາລື ກ່ຽວກັບການສ້າງຫໍສະພາແຫ່ງຊາດຫລັງໃໝ່, ຊຶ່ງໄດ້ລິເລີ່ມມາແຕ່ສະພາແຫ່ງຊາດຊຸດທີ VI, VII ໂດຍຄົ້ນຄວ້າກ່ຽວກັບສະຖານທີ່ກໍ່ສ້າງ, ຮູບແບບຂອງອາຄານ, ທຶນຮອນໃນການກໍ່ສ້າງ ເພື່ອສືບຕໍ່ຜັນຂະຫຍາຍທິດທາງ, ແຜນການດັ່ງກ່າວ ໂດຍໄດ້ຮັບການຕົກລົງຈາກສູນກາງພັກ, ສະພາແຫ່ງຊາດຊຸດທີ VIII ໄດ້ມີຄວາມກຽມພ້ອມໃນການປຸກສ້າງຫໍສະພາແຫ່ງຊາດຫລັງໃໝ່ ແທນຫໍສະພາແຫ່ງຊາດຫລັງປະຈຸບັນທີ່ກຳລັງຖືກຮື້ຖອນຢູ່.

ໃນການກະກຽມການກໍ່ສ້າງ, ສະພາແຫ່ງຊາດໄດ້ແຕ່ງຕັ້ງຄະນະຮັບຜິດຊອບກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່ ຊຶ່ງປະກອບມີ ຄະນະນຳຈາກສະພາແຫ່ງຊາດ ແລະ ຈາກກະຊວງທີ່ກ່ຽວຂ້ອງເພື່ອຮັບຜິດຊອບ, ສ່ວນດ້ານການອອກແບບແມ່ນໄດ້ເປີດກ້ວາງໃຫ້ບັນດາບໍລິສັດທີ່ມີຄວາມຊຳນານ, ມີປະສົບການດ້ານສະຖາປານິກ ເປັນຜູ້ອອກແບບ ແລະ ຈ້າງໃຫ້ບໍລິສັດຕ່າງປະເທດເປັນຜູ້ກວດກາການອອກແບບໃຫ້ມີຄວາມຮັບປະກັນດ້ານຄຸນນະພາບ.

ສ່ວນການກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່ຕາມແຜນແມ່ນຈະດຳເນີນການວາງສີລາລືກເລີ່ມລົງມືກໍ່ສ້າງ ໃນວັນທີ 18 ກໍລະກົດ 2017 ໂດຍຄາດວ່າຈະໃຊ້ເວລາການກໍ່ສ້າງປະມານ 3 ປີ(ຮອດປີ 2020 ໃຫ້ສຳເລັດ) ໃນມູນຄ່າການກໍ່ສ້າງທັງໝົດ 100 ລ້ານໂດລາສະຫະລັດ ຫລື ປະມານ 800 ຕື້ກີບ ຊຶ່ງເປັນທຶນຊ່ວຍເຫລືອລ້າຈາກພັກ-ລັດ ແລະ ປະຂາຊົນ ສສ ຫວຽດນາມ.

ຫໍສະພາຫລັງໃໝ່ເປັນອາຄານ 5 ຊັ້ນ, ມີຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ, ຫ້ອງໂຖງໃຫຍ່, ຫ້ອງກຽດຕິຍົດ, ຫ້ອງປະຊຸມຂະໜາດນ້ອຍ ແລະ ກາງ, ຫ້ອງເຮັດວຽກຂອງບັນດາທ່ານຄະນະປະຈຳສະພາແຫ່ງຊາດ, ບັນດາຫ້ອງກະກຽມຮອງຮັບວຽກປະຊຸມອື່ນໆ, ໂດຍການອອກແບບແມ່ນເນັ້ນເອກະລັກວັດທະນະທຳຂອງຊາດ, ມີຄວາມໂອ້ໂຖງສະຫງ່າງາມ ແລະ ທັນສະໄໝ, ແຂງແຮງທົນທານ, ໃຊ້ງານໄດ້ຫລາຍກວ່າ 100 ປີ ແລະ ສະແດງໃຫ້ເຫັນເຖິງອົງການອຳນາດສູງສຸດແຫ່ງລັດ, ມີຄວາມສອດຄ່ອງກັບລັກສະນະຂອງລັດຖະສະພາ, ເພື່ອຮອງຮັບໃຫ້ແກ່ການປະຕິບັດໜ້າທີ່ວຽກງານຂອງສະພາແຫ່ງຊາດຊຸດຕໍ່ໄປ.

ແຫຼ່ງຂ່າວ: ເສດຖະກິດສັງຄົມ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...