spot_img
Homeຂ່າວພາຍ​ໃນສຳນັກງານນາຍົກ ເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ ປີ 2017

ສຳນັກງານນາຍົກ ເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ ປີ 2017

Published on

ກອງປະຊຸມດໍາເນີນຊີວິດການເມືອງປັບປຸງປົວແປງພັກ ຂອງອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະຈໍາປີ 2017 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 29 ພຶດສະພາ 2017 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ), ພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງ ວ່າການສໍານັກງານນາຍົກລັດຖະມົນຕີ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ຂອງສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ມີສະຫາຍ ຮອງນາຍົກລັດຖະມົນຕີ, ບັນດາສະຫາຍ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ, ຄະນະພັກ ຫສນຍ, ສະມາຊິກພັກອາວຸໂສບໍານານ, ສະມາຊິກພັກສົມບູນ-ສໍາຮອງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໃນໂອກາດເປີດກອງປະຊຸມ ສະຫາຍ ເພັດ ພົມພິພັກ ໄດ້ກ່າວວ່າ: ກອງປະຊຸມດໍາເນີນຊີວິດການເມືອງຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ເພາະແມ່ນຄວາມຮຽກຮ້ອງຕ້ອງການ ອັນຮີບດ່ວນ ເພື່ອປັບປຸງປົວແປງພາຍໃນພັກ ຂອງອົງຄະນະພັກ ຫສນຍ ຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 01 ກຸມພາ 2017 ແນໃສ່ສ້າງພັກເຮົາ ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ, ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ທັນກັບສະພາບການ ເພື່ອສືບຕໍ່ນໍາພາພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດທີ່ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກກໍານົດໄວ້. ໃນໂອກາດດຽວກັນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ສະມາຊິກພັກ ຈົ່ງເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ດຳເນີນການສຳຫຼວດກວດກາ ດ້ວຍຄວາມກ້າຫານ, ເດັດດ່ຽວ, ບໍລິສຸດ, ຈິງໃຈ ແລະ ສ້າງສັນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ເຮັດໃຫ້ພາຍໃນພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວສູ່ຈຸດໝາຍປາຍທາງຕາມທີ່ພັກເຮົາກຳນົດໄວ້. ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ເຊື່ອມຊຶມ 2 ເອກະສານສໍາຄັນ ຄື: ເອກະສານເດັດດ່ຽວ ປັບປຸງປົວແປງພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ບົດສະຫຼຸບ ຕີລາຄາຄວາມຮັບຜິດຊອບລວມ ຂອງຄະນະພັກ ຫສນຍ ໃນການຊີ້ນໍາໆພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ຫສນຍ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ. ຈາກນັ້ນ, ກອງປະຊຸມຈະໄດ້ປະກອບຄຳເຫັນ ໃສ່ບົດສະຫຼຸບຕີລາຄາ ຄວາມຮັບຜິດຊອບລວມ ຂອງຄະນະພັກ ຫສນຍ; ປະກອບຄຳເຫັນຕໍານິຕິຊົມ ຕໍ່ບຸກຄົນໃນຄະນະພັກ, ຄະນະນຳ ຂອງ ຫສນຍ; ແນະນຳການສຳຫຼວດບຸກຄົນໃນຄະນະພັກ ແລະ ສະມາຊິກພັກ ເພື່ອພ້ອມກັນຂຽນບົດສຳຫຼວດ ໃຫ້ຖືກຕ້ອງກັບຄວາມຈິງ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂອງສະຫາຍ ທອງລຸນ ສີສຸລິດ. ກ່ອນອື່ນສະຫາຍໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນ ຕໍ່ການດຳເນີນຊີວິດການເມືອງປັບປຸງປົວແປງພັກ ລວມທັງ ມູນເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນສຳເລັດອັນພົ້ນເດັ່ນ ພາຍໃຕ້ການນຳພາຊີ້ນຳຂອງພັກ ໃນແຕ່ລະໄລຍະ ເຊິ່ງໄດ້ກາຍເປັນ ພື້ນຖານອັນໜັກແໜ້ນ ໃຫ້ແກ່ພັດທະນາເສດຖະກິດ-ສັງຄົມ ກໍ່ຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດເຮົາ ສືບຕໍ່ມີຄວາມໜັກແໜ້ນ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ນັບມື້ດີຂຶ້ນ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ນັບມື້ຄ່ອງຕົວເປັນຢ່າງດີ. ທີ່ສຳຄັນ ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ພ້ອມກັນຕັດສິນໃຈ ລົງເລິກສຳຫຼວດ, ກວດກາ ແລະ ຕີລາຄາຄືນ ການນຳພາ-ຊີ້ນຳຂອງຄະນະພັກ, ຄວາມຮັບຜິດຊອບຂອງໝູ່ຄະນະ, ຂອງແຕ່ລະສະຫາຍ ທີ່ໄດ້ຮັບການມອບໝາຍ ຢູ່ໃນແຕ່ລະຂັ້ນ, ແຕ່ລະໜ່ວຍ ຢ່າງຮອບດ້ານ, ເລິກເຊິ່ງ, ຖືກກັບຄວາມເປັນຈິງ; ລົງເລິກວິເຄາະ, ໄຈ້ແຍກ ຊອກໃຫ້ເຫັນບັນດາຈຸດດີ, ບົດຮຽນທີ່ຖອດຖອນໄດ້, ຈຸດອ່ອນ, ຂໍ້ຄົງຄ້າງ, ຈຸດບົກພ່ອງດ້ານຕ່າງໆ ແລະ ສິ່ງທ້າທາຍທົດສອບ ທີ່ເປັນໄພອັນຕະລາຍຕໍ່ພັກ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມ ໃຫຍ່ຄັ້ງທີ X ຂອງພັກ ພ້ອມທັງ ໄຈ້ແຍກໃຫ້ເຫັນສາເຫດທີ່ແທ້ຈິງຢ່າງພາວະວິໄສ. ສິ່ງສຳຄັນ ຕ້ອງຍອມຮັບ, ເຫັນແຈ້ງ ແລະ ເຂົ້າໃຈເປັນເອກະພາບ ຕໍ່ແຕ່ລະບັນຫາ ໂດຍຊີ້ໃຫ້ເຫັນບັນດາປັດໄຈ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ຍົກລະດັບ ເພື່ອສາມາດຕອບສະໜອງການເລັ່ງທວງ ຂອງສະພາບການ ໃນໄລຍະໃໝ່; ພາຍຫຼັງສຳເລັດ ກອງປະຊຸມຄັ້ງນີ້ ບັນດາບັນຫາຄົງຄ້າງຕ້ອງໄດ້ຮັບການປັບປຸງ, ປົວແປງ, ແກ້ໄຂ ໃຫ້ມີການຫັນປ່ຽນໃໝ່ທີ່ດີຂຶ້ນ.
ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນແຕ່ວັນທີ 29 ພຶດສະພາ ຫາ ວັນທີ 6 ມິຖຸນາ 2017.

ແຫລ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...