Home​ຂ່າວບັນເທິງສີລະປິນລາວດັງໄກຮອດຍີ່ປຸ່ນ! ມີແຟນຄລັບມາຂໍລາຍເຊັນເປັນຈຳນວນຫຼາຍ

ສີລະປິນລາວດັງໄກຮອດຍີ່ປຸ່ນ! ມີແຟນຄລັບມາຂໍລາຍເຊັນເປັນຈຳນວນຫຼາຍ

Published on

ບັນເທີງກັບລາວໂພສຕ໌ ມື້ນີ້ເຮົາມາອັບເດດຂ່າວຂອງຄົນໃນວງການບັນເທີງບ້ານເຮົາ ເຮົາມາຕາມຂ່າວຕິດໆກັບສີລະປິນກຸ່ມນີ້ ຈາກຄ້າຍ ອິນດີ້ ເຣັກຂອດ ເຊິ່ງນຳທີມໂດຍ ສັກ ວົງເຊລ, ໂອລ້ສ ແບຣັກອາຍ ແລະ ສາວນ້ຳຝົນ ທີ່ໄດ້ໄປຮ່ວມງານ LAO FESTIVAL 2017 TOKYP JAPAN ໃນລະຫວ່າງວັນທີ 27-28 ພຶດສະພາ 2017 ທີ່ຜ່ານມາ ເຊິ່ງບອກວ່າທັງສາມຄົນບໍ່ແມ່ນຈະໂດ່ງດັງພຽງພາຍໃນປະເທດເທົ່ານັ້ນ ແຕ່ຍັງດັງໄກຮອດຍີ່ປຸ່ນ ເພາະຫຼັງຂຶ້ນຮ້ອງເພງຈົບແລ້ວ ກໍ່ມີແຟນຄລັບຊາວຍີ່ປຸ່ນມາຍືນຕໍ່ແຖວຂໍລາຍເຊັນເປັນຈຳນວນຫຼາຍ, ອືຮື! ເຫັນແລ້ວຊ່າງຊື່ນອົກຊື່ນໃຈແທນດາລາທັງສາມທ່ານ ນີ້ແທ້ໆ ເອົາເປັນວ່າເຮົາໄປເບິ່ງຮູບພາບບັນຍາກາດໃນງານບາງສ່ວນກັນເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...