spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ບັນຫາລົດບໍ່ຕິດປ້າຍ ເປັນສິ່ງຫຍໍ້ທໍ້ທີ່ບໍ່ຄວນເບິ່ງຂ້າມ

ບັນຫາລົດບໍ່ຕິດປ້າຍ ເປັນສິ່ງຫຍໍ້ທໍ້ທີ່ບໍ່ຄວນເບິ່ງຂ້າມ

Published on

ຄືດັ່ງທີ່ເຮົາຮູ້ນຳກັນແລ້ວວ່າ ບັນຫາອາຊະຍາກຳເກີດຂຶ້ນຕາມທ້ອງຖະໜົນນັບມື້ຫຼາຍຂຶ້ນ ພວກໂຈນດຶງກະເປົາ, ພວກຫາລັກເຄື່ອງ, ປຸ້ນຈີ້ຊິງຊັບ ແລະລັກລົດ ສ່ວນຫຼວງຫຼາຍລ້ວນແຕ່ໃຊ້ລົດທີ່ບໍ່ມີແຜ່ນປ້າຍທະບຽນ (ອາດຈະເປັນລົດທີ່ມີປ້າຍ ແຕ່ເອົາອອກໄວ້ກໍໄດ້) ເພາະຈະເຮັດໃຫ້ຫຍຸ້ງຍາກໃນການນຳຈັບໂຕ ຫຼືຄວາມເປັນໄປໄດ້ໃນການເອົາໂຕລອດຂອງໂຈນມີຫຼາຍຂຶ້ນ.

ຮູ້ດັ່ງນີ້ແລ້ວຍັງຈະປ່ອຍໃຫ້ມີລົດທີ່ບໍ່ຕິດປ້າຍແລ່ນຕາມທ້ອງຖະໜົນໄດ້ຢ່າງສະບາຍຢູ່ບໍ? ເປັນຫຍັງເຮົາບໍ່ກຳນົດວ່າ ລົດທີ່ບໍ່ຕິດປ້າຍແມ່ນລົດຜິດກົດໝາຍ ທີ່ເຈົ້າໜ້າທີ່ສາມາດຈັບຢຶດໄວ້ເລີຍ.

ແນ່ນອນ, ລົດທີ່ບໍ່ໄດ້ຕິດປ້າຍຫຼາຍຄັນກໍບໍ່ແມ່ນລົດຂອງກຸ່ມຄົນບໍ່ດີ ແຕ່ຈະເປັນການດີທີ່ສຸດຖ້າກຳນົດແລະເຄັ່ງຄັດທີ່ສຸດວ່າ ຫ້າມລົດທີ່ບໍ່ມີປ້າຍແລ່ນຕາມທ້ອງຖະໜົນ ຄືນັບແຕ່ອອກຈາກຮ້ານຊື້-ຂາຍລົດຕ້ອງຕິດປ້າຍກ່ອນ ຈະເປັນປ້າຍຖາວອນຫຼືຊົ່ວຄາວກໍໄດ້ ທັງນີ້ກໍເພື່ອເຮັດໃຫ້ສິ່ງຫຍໍ້ທໍ້ທັງຫຼາຍທີ່ມັກເກີດຂຶ້ນປິ່ນອ້ອມທ້ອງຖະໜົນຫຼຸດໜ້ອຍຖອຍລົງ ແລະກາຍເປັນຖະໜົນຫົນທາງທີ່ປອດໄພ ຖືກລະບຽບຫຼາຍຂຶ້ນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...