spot_img
Homeຂ່າວພາຍ​ໃນລົດເມລະເບີດແລະລຸກໄໝ້ ບາດເຈັບ 3 ເສຍຊີວິດ 1 ທີ່ເມືອງໄຊທານີ

ລົດເມລະເບີດແລະລຸກໄໝ້ ບາດເຈັບ 3 ເສຍຊີວິດ 1 ທີ່ເມືອງໄຊທານີ

Published on

ຕາມການລາຍງານຂອງໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ບອກວ່າ ວັນທີ 28 ພຶດສະພາ 2017 ເວລາປະມານ 18:40 ນາທີ ໜ່ວຍກູ້ໄພໄດ້ຮັບແຈ້ງເຫດວ່າມີລົດເມທີ່ຈອດໄວ້ແລ້ວລະເບີດຂຶ້ນ ເຊິ່ງແຮງລະເບີດຖືກບ້ານປະຊາຊົນ ເຫດເກີດທີ່ບ້ານດົງບັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພຈຶ່ງໄດ້ຮີບຮ້ອນເຂົ້າໄປຊ່ວຍເຫຼືອ ແລະໄດ້ພົບເຫັນລົດເມ 1 ຄັນກຳລັງລຸກໄໝ້, ມີຜູ້ບາດເຈັບ 3 ຄົນຖືກໄຟລວກ ແລະເສຍຊີວິດ 1 ຄົນ (ເປັນຄົນຂັບ) ເພດຊາຍ ອາຍຸ 42 ປີ ສັນຊາດຫວຽດນາມ ເຊິ່ງຖືກໄຟໄໝ້ທົ່ວຕົນໂຕ.

ໜ່ວຍກູ້ໄພມູນນິທິ1623 ແລະ ໜ່ວຍສະກັດກັ້ນຕ້ານອັກຄີໄພນະຄອນຫຼວງ ໄດ້ຊ່ວຍກັນຄວບຄຸມເພີງໂດຍໃຊ້ເວລາປະມານ 50ນາທີ ຈຶ່ງສຳເລັດ.

ຕາມການບອກເລົ່າຂອງປະຊາຊົນໃຫ້ຮູ້ວ່າ ເປັນລົດເມຂອງຄົນຫວຽດນາມ ເຊິ່ງໄດ້ເກີດລະເບີດຂຶ້ນຢ່າງແຮງ ຈົນໄດ້ຍິນໄປໄລຍະໄກ ສ່ວນສາເຫດທີ່ແທ້ຈິງຂອງເຫດໃນຄັ້ງນີ້ແມ່ນເຈົ້າໜ້າທີ່ກຳລັງສືບສວນຢູ່.

ເກີດເຫດລົດເມລະເບີດ ໄຟໄໝ້ ມີຜູ້ບາດເຈັບ ແລະເສຍຊີວິດ ທີ່ບ້ານດົງບັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຮູບ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ
ເກີດເຫດລົດເມລະເບີດ ໄຟໄໝ້ ມີຜູ້ບາດເຈັບ ແລະເສຍຊີວິດ ທີ່ບ້ານດົງບັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຮູບ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ

ແຫຼ່ງຂ່າວ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...