Homeຂ່າວຕ່າງປະເທດເກົາຫຼີເໜືອທົດລອງລະບົບຂີປະນາວຸດ ຕໍ່ຕ້ານສັດຕູທາງອາກາດລຸ້ນໃໝ່ໄດ້ສຳເລັດ

ເກົາຫຼີເໜືອທົດລອງລະບົບຂີປະນາວຸດ ຕໍ່ຕ້ານສັດຕູທາງອາກາດລຸ້ນໃໝ່ໄດ້ສຳເລັດ

Published on

ວັນທີ 28 ພຶດສະພາ 2017 ມື້ນີ້ ສຳນັກຂ່າວທາງການຂອງເກົາຫຼີເໜືອ KCNA ລາຍງານວ່າ ເກົາຫຼີເໜືອໄດ້ທົດລອງລະບົບຂີປະນາວຸດຕໍ່ຕ້ານທາງອາກາດລຸ້ນໃໝ່ ແລະຜົນການທົດລອງແມ່ນປະສົບຜົນສຳເລັດເປັນຢ່າງດີ ແຕ່ສຳນັກຂ່າວດັ່ງກ່າວກໍບໍ່ໄດ້ແຈ້ງວັນແລະເວລາການທົດລອງລະບົບຂີປະນາວຸດນີ້ໃນວັນແລະເວລາໃດກັນແທ້.

ລາຍງານລະບຸວ່າ ທ່ານ ກິມຈອງອືນ ຜູ້ນຳເກົາຫຼີເໜືອໄດ້ເຂົ້າຮ່ວມບັນຊາການທົດລອງໃນຄັ້ງນີ້ພ້ອມ ແລະໄດ້ສັ່ງໃຫ້ມະຫາວິທະຍາໄລວິທະຍາສາດປ້ອງກັນປະເທດ ຜູ້ຄິດຄົ້ນແລະຜະລິດລະບົບດັ່ງກ່າວ ຈົ່ງຜະລິດໃຫ້ຫຼາຍໆ ແລະຕິດຕັ້ງໄວ້ໃຫ້ທົ່ວປະເທດເກົາຫຼີເໜືອ ເພື່ອວ່າຈະໄດ້ຈັດການກັບສັດຕູທີ່ບັງອາດລ່ວງລໍ້າເກົາຫຼີເໜືອໄດ້ທັນການທຸກເວລາ.

ທ່ານ ກິມຈອງອືນ ຜູ້ນຳເກົາຫຼີເໜືອໄດ້ເຂົ້າຮ່ວມພິທີທົດລອງລະບົບຂີປະນາວຸດຕໍ່ຕ້ານທາງອາກາດລຸ້ນໃໝ່ ຮູບ: KCNA

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...