spot_img
HomeBaby-ແມ່ແລະເດັກວິທີກະຕຸ້ນ 5 ປະສາດສຳພັດ ຊ່ວຍພັດທະນາສະໝອງຂອງລູກ

ວິທີກະຕຸ້ນ 5 ປະສາດສຳພັດ ຊ່ວຍພັດທະນາສະໝອງຂອງລູກ

Published on

ພັດທະນາການຂອງລູກນ້ອຍ ສົ່ງເສີມໄດ້ຕັ້ງແຕ່ລູກຍັງເລັກ ເພາະຈະຊ່ວຍໃຫ້ສະໝອງຂອງລູກນ້ອຍມີການພັດທະນາທີ່ດີ ແລະ ຮຽນຮູ້ຈົດຈຳສິ່ງຕ່າງໆ ຮອບຕົວເປັນຢ່າງດີ ມື້ນີ້ໃນຄໍລຳແມ່ ແລະ ລູກ ແອັດເລີຍມີເຄັດລັບດີໆ ທີ່ນຳມາຈາກວາລະສານ Mother & Care ມາແນະນຳໃຫ້ຮູ້ໄປພ້ອມກັນ.

1. ພັດທະນາການຮັບຣົດຊາດ
         ກຽມອາຫານທີ່ມີຜິວຕ່າງກັນໄວ້ໃຫ້ລູກໄດ້ລອງສຳພັດເຊັ່ນ: ນຸ້ມ, ກອບ, ໜຽວ, ແລະ ມີຣົດຊາດຕ່າງໆ ທັງຫວານ, ເຄັມ, ສົ້ມ, ຂົມ, ຝາດ, ເຜັດເລັກໜ້ອນ ໃຫ້ລູກໄດ້ລອງຊຶມ

2. ພັດທະນາການໄດ້ຍິນ
ຊວນລູກໃຫ້ສົນໃຈຟັງສຽງຮອບຂ້າງເຊັ່ນ: ການຟັງສຽງຄົນເວົ້າ, ສຽງໝາເຫົ່າ, ແມວຮ້ອງ, ໄກ່ຂັນ, ສຽງລົດ, ສຽງບາດຍ່າງ, ສຽງຝົນຕົກ, ສຽງນ້ຳໄຫລ ແລະ ສຽງອື່ນໆ

3. ພັດທະນາການເບິ່ງເຫັນ
ຊວນໃຫ້ລູກເບິ່ງຮູບຮ່າງ, ສີສັນ, ຂະໜາດ ລັກສະນະຕ່າງໆ ພາລູກຍ່າງໄປເລາະສຳຫຼວດເບິ່ງເຄື່ອງໃຊ້ໃນເຮືອນ, ດອກໄມ້ໃບຫຍ້າຢູ່ສວນສາທາ ແລະ ຊວນລູກເບິ່ງໃນສິ່ງອື່ນໆ

4. ພັດທະນາການຮັບກິ່ນ
ລອງໃຫ້ລູກຮຽນຮູ້ໃນການດົມກິ່ນອາຫານ, ກິ່ນດອກໄມ້, ກິ່ນໝາກໄມ້ ແລະ ກິ່ນອື່ນໆ

5. ພັດທະນາການເຄື່ອນໄຫວສຳພັດ
ຊວນລູກຫຼິ້ນການປັ້ນດິນ, ພາລູກຍ່າງຢຽບຫຍ້າ, ຢຽບດິນຊາຍ, ພາລູກຈັບນ້ຳ,​ຈັບກ້ອນຫີນ, ຈັບຄົ້ນໄມ້ ຈັບຍິ້ວ, ໃຫ້ລູກສຳພັດເຖິງຄວາມອຸ່ນ, ເຢັນ, ຄວາມຫຍາບ, ຄວາມນຸ້ມ ແລະ ອື່ນໆ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...