Homeອຸບັດເຫດແລະປາກົດການຫຍໍ້ທໍ້ທຳທ່າຊອກຫາ ລູກ ທີ່ແທ້ຊອກຫາ ຫຼອກ ເອົາເງິນ

ທຳທ່າຊອກຫາ ລູກ ທີ່ແທ້ຊອກຫາ ຫຼອກ ເອົາເງິນ

Published on

ໃນໄລຍະທີ່ຜ່ານມາ ປະຊາຊົນໃນນະຄອນຫຼວງວຽງຈັນ ໄດ້ເຫັນຜູ້ຍິງໄວກາງຄົນຜູ້ໜຶ່ງຍ່າງເລາະໄປຕາມທາງ ເຂົ້າເຮືອນນີ້ ຂຶ້ນເຮືອນນີ້ ໂດຍບອກວ່າຕົນເອງເດິນທາງມາແຕ່ທາງເໜືອ ມາຊອກຫາລູກສາວຂອງຕົນເອງທີ່ຫາຍໂຕໄປ ແລະບອກວ່າຕົນເອງບໍ່ມີເງິນຊິຈ້າງລົດກັບ ຜູ້ພົບເຫັນສ່ວນຫຼາຍເກີດຄວາມສົງສານ ຈຶ່ງໄດ້ເອົາເງິນໃຫ້ຜູ້ກ່ຽວໜ້ອຍແດ່ ຫຼາຍແດ່ ຕາມກຳລັງແຕ່ລະຄົນ.

ແຕ່ແລ້ວ ເມື່ອສັງຄົມອອນລາຍໄດ້ຊ່ວຍກັນປະກາດຫາຜູ້ຄົນໃນຮູບທີ່ຜູ້ກ່ຽວຖືໄປນັ້ນ ສຸດທ້າຍຈຶ່ງມີຜູ້ໃຊ້ເຟສບຸກຜູ້ໜຶ່ງໄດ້ອອກມາບອກວ່າ ຕົນເອງເປັນບຸກຄົນໃນຮູບ ແຕ່ວ່າຕົນເອງບໍ່ໄດ້ຫາຍໂຕໄປໃສ ຢູ່ບ້ານເປັນປົກກະຕິ ແລະເວົ້າວ່າແມ່ຂອງຕົນເສຍໄປແລ້ວຕັ້ງແຕ່ຍັງນ້ອຍ ແລະຜູ້ທີ່ສະແດງຕົນເອງວ່າເປັນແມ່ຊອກຫາລູກນັ້ນ ກໍບໍ່ແມ່ນແມ່ຂອງຕົນເອງ.

ເມື່ອຮູ້ຈັ່ງຊັ້ນຜູ້ຄົນທີ່ຖືກຫຼອກຕ່າງກໍອອກມາສະແດງຕົນວ່າເຄີຍພົບພໍ້ແລະໃຫ້ຄວາມຊ່ວຍເຫຼືອຜູ້ກ່ຽວ ແລະເປີດເຜີຍເຖິງພຶດຕິກຳຂອງຜູ້ກ່ຽວທີ່ຕາມຫາລູກ ບາງເທື່ອຜູ້ກ່ຽວເວົ້າວ່າລູກມາຮຽນຢູ່ວຽງ, ບາງເທື່ອຜູ້ກ່ຽວກໍເວົ້າວ່າລູກມາເຮັດວຽກ ແລະທຸກເທື່ອຜູ້ກ່ຽວກໍຈະຂໍເງິນເພື່ອຈ້າງລົດກັບບ້ານ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...