Homeຂ່າວຕ່າງປະເທດFBI ກຽມສອບສວນລູກເຂີຍ "ທຣັມ" ຖານພົວພັນຣັສເຊຍຊ່ວຍໃນການເລືອກຕັ້ງ

FBI ກຽມສອບສວນລູກເຂີຍ “ທຣັມ” ຖານພົວພັນຣັສເຊຍຊ່ວຍໃນການເລືອກຕັ້ງ

Published on

ຈາເຣັດ ຄຸຊເນີ ລູກເຂີຍ ແລະ ທີ່ປຶກສາຂອງປະທານາທິບໍດີ ໂດນັລ ທຣັມ ກາຍເປັນບຸກຄົນໃນການສອບສວນຂອງສຳນັກງານສອບສວນກາງສະຫະລັດເອຟບີໄອ ກ່ຽວກັບຄວາມເປັນໄປໄດ້ໃນການແຊກແຊງການເລືອກຕັ້ງຂອງຣັສເຊຍ ເພື່ອຊ່ວຍທຣັມຊະນະການເລືອກຕັ້ງປະທານາທິບໍດີສະຫະລັດ

ໜັງສືພິມວໍຊິງຕັນໂພສລາຍງານວ່າ ທີມງານສອບສວນມຸ່ງປະເດັນໄປທີ່ການພົບປະຫາລືລະຫວ່າງ ຄຸຊເນີ ກັບ ເອກອັກຄະຣາຊາທູດຣັສເຊຍປະຈຳສະຫະລັດອາເມລິກາ ຮວມເຖິງນາຍທະນາຄານຂອງຣັສເຊຍເມື່ອປີທີ່ຜ່ານມາ ແຕ່ເຖິງແນວໃດກໍ່ຕາມໃນຕອນນີ້ ຄຸຊເນີ ຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນໃດໆຕໍ່ການລາຍງານຂ່າວຫຼ້າສຸດ.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...