Homeຂ່າວທ້ອງຖິ່ນສປປ ລາວ ຈັດກອງປະຊຸມ ໜ່ວຍງານຜູ້ຊ່ຽວຊານ ດ້ານການເກັບກູ້ລະເບີດ

ສປປ ລາວ ຈັດກອງປະຊຸມ ໜ່ວຍງານຜູ້ຊ່ຽວຊານ ດ້ານການເກັບກູ້ລະເບີດ

Published on

​ໃນ​ວັນ​ທີ 23 ພຶດສະພາ​ 2017 ຢູ່ ນະຄອນຫລວງ​ວຽງ​ຈັນ, ສປປ ລາວ ​ໄດ້​ເປັນ​ເຈົ້າ ພາບ​ ຮ່ວມຈັດ​ກອງ​ປະຊຸມ ໜ່ວຍ​ງານ​ຜູ້​ຊ່ຽວຊານ ​ດ້ານ​ການ​ເກັບ​ກູ້​ລະ​ເບີດ​ ເພື່ອ​ມະນຸດ​ສະ​ທຳ​ ຄັ້ງທີ 5 ​ໃນ​ຂອບ​ກອງ​ປະຊຸມ​ ລັດຖະມົນຕີ ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ​ແລະ ອາ​ຊຽນບວກ​ ກັບ​ຣັດ​ເຊຍ ​ໃນ​ຮອບ​ວຽນ​ທີ 2 ​ໂດຍ​ການ​​ເປັນ​ປະທານ​ຮ່ວມ ຂອງ​ທ່ານ ພັນ​ເອກ ​ໄພ​ວັນ ຈັນທະ​ພົມມາ ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະ​ເທດ, ຫົວໜ້າ​ໜ່ວຍ​ງານ​ວິຊາ​ການ ​ເຈົ້າໜ້າ​ທີ່​ອາວຸ​ໂສ​ ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ຂອງ ສປປ ລາວ ​ແລະ ທ່ານ ພັນ​ເອກ ອາບຣາມົບ ​ແຊັກ​ເກ ວັດ​ສິຣິວິດ ຫົວໜ້າ​ເຫລົ່າ​ຮົບ​ຊ່າງ​ແສງ ກອງທັບຣັດ​ເຊຍ.

ກອງ​ປະຊຸມ​ຄັ້ງນີ້, ຈະ​ໄດ້​ປຶກສາ​ຫາລື​ແຜນການ 3 ປີ ຂອງ​ກອງ​ປະຊຸມ​ໜ່ວຍ​ງານ ​ຜູ້​ຊ່ຽວຊານ​ດ້ານ​ການ​ເກັບ​ກູ້​ລະ​ເບີດ ​ເພື່ອ​ມະນຸດ​ສະ​ທຳ ​ຄັ້ງທີ 5 ​ດັ່ງກ່າວ ​ເພື່ອ​ແລກປ່ຽນ​ບົດຮຽນ ​ແລະ ການ​ປະຕິບັດ​ງານ​ທີ່​ດີ ໃນ​ການ​ເກັບ​ກູ້​ລະ​ເບີດ ​ເພື່ອ​ມະນຸດສະທຳ ຖື​ເປັນ​ການ​ຊ່ວຍ​ເຫລືອ ເຊິ່ງກັນ​ ​ແລະ ກັນ ​ໃນ​ການ​ແກ້​ໄຂ​ບັນຫາ​ລະ​ເບີດ ທີ່​ບໍ່​ທັນ​ແຕກ​ໃຫ້​ມີ​ປະສິດ​ທິຜົນ ກໍ​ຄື​ການ​ເສີມ​ສ້າງ​ ຂີດ​ຄວາມ​ສາມາດ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຊື່ອ​ໝັ້ນ ລະຫວ່າງ ​ປະ​ເທດ​ສະມາຊິກກອງ​ປະຊຸມ​ລັດຖະມົນຕີ​ ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ​ແລະ ອາ​ຊຽນບວກ ​ໃນ​ຂົງ​ເຂດ​ວຽກ​ງານ​ເກັບ​ກູ້​​ລະເບີດ ​ເພື່ອ​ມະນຸດສະທຳ.

 

​ຮຽບຮຽງຂ່າວ: ສຸກ​ສະຫວັນ
ພາບປະກອບຂ່າວ ​: ​ໄອ່​ຄຳ
ແຫລ່ງຂ່າວ: kpl.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...