spot_img
Homeວິທະຍາສາດ-ວິທະຍາການຫຸ່ນຍົນແຂນກົນ ALIAS ຈະກາຍເປັນຜູ້ຂັບເຮືອບິນໃນອານາຄົດ

ຫຸ່ນຍົນແຂນກົນ ALIAS ຈະກາຍເປັນຜູ້ຂັບເຮືອບິນໃນອານາຄົດ

Published on

ໃນໂລກຍຸກໃໝ່ເບິ່ງຄືວ່າຫຸ່ນຍົນ ແລະ ລະບົບປັນຍາປະດິດທີ່ມີ Deep learning ຈະສາມາດເຂົ້າມາເຮັດວຽກແທນມະນຸດໄດ້ເກືອບຈະທຸກຢ່າງ ນັບຕັ້ງແຕ່ພະນັກງານທີ່ຜະລິດໃນໂຮງງານ ໄປຈົນຮອດວຽກທີ່ລະອຽດອ່ອນຢ່າງທີ່ປຶກສາການລົງທຶນ ລະບົບສະໝອງອັດສະລິຍະມີແນວໂນ້ມທີ່ຈະເຂົ້າມາເຮັດວຽກແທນມະນຸດໄດ້ທັງໝົດ ເຮັດໃຫ້ຄົນເຮັດດວຽກຫຼາຍໆສາຂາອາຊີບເກີດຄວາມກັງວົນຢ້ານຕົກງານ ແລະ ອີກໜຶ່ງອາຊີບທີ່ມີແນວໂນ້ມວ່າຫຸ່ນຍົນຈະເຂົ້າມາເຮັດວຽກແທນນັ້ນກໍ່ຄື ອາຊີບນັກຂັບເຮືອບິນ

ດ້ວຍຄວາມຮ່ວມມືກັນລະຫວ່າງ ໜ່ວຍງານການວິໄຈເທັກໂນໂລຢີເພື່ອການປ້ອງກັນປະເທດຂອງສະຫະລັດອາເມ ລິກາ ຫຼື ບໍລິສັດວິໄຈທາງສະໜາມບິນຢ່າງ Aurora Flight Sciences ໄດ້ສ້າງລະບົບແຂນກົນຫຸ່ນຍົນອັດສະລິຍະ Aircrew Labor In-Cockpit Automation System (ALIAS) ທີ່ເຮັດໜ້າທີ່ແທນນັກບິນໄດ້ຢ່າອັດສະຈັນ

ແລະ ພາຍໃນອາທິດນີ້ ທາງ DARPA ແລະ Aurora ມີຄວາມພູມໃຈທີ່ຈະປະກາດວ່າ ຫຸ່ນຍົນແຂນກົນ ALIAS ຂອງພວກເຂົາປະສົບຄວາມສຳເລັດໃນການຄວບຄຸມການບິນ ແລະ ການນຳເຮືອບິນໂດຍສານຂະໜາດໃຫຍ່ຢ່າງ Boeing 737 ລົງຈອດໄດ້ຢ່າງປອດໄພ ແລະ ເຖິງແມ່ນວ່າການທົດສອບຄັ້ງນີ້ ຈະເປັນພຽງການຂຶ້ນບິນແບບຈຳ ລອງຜ່ານລະບົບຄອມພິວເຕີທີ່ມີຄວາມສົມຈິງທີ່ສຸດ (Filght simulation) ແຕ່ກໍ່ຖືວ່າເປັນກ້າວທຳອິດແຫ່ງຄວາມສຳເລັດທີ່ໜ້າພູມໃຈຂອງເທັກໂນໂລຢີຫຸ່ນຍົນແຂນກົນ ແລະ ແນ່ນອນວ່າຈະມີການນຳລະບົບ ALIAS ໄປທົດລອງຄວບຄຸມເຮືອບິນແທ້ໃນອານາຄົດ.

ວິດີໂອປະກອບຈາກ: Aurora Flight Sciences

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...