spot_img
Homeຂ່າວການພັດທະນາລັດວາງມາດຕະການດ້ານລາຍຈ່າຍງົບປະມານ ປີ 2017 ເພື່ອຄວາມໂປ່ງໃສຫລາຍຂຶ້ນ

ລັດວາງມາດຕະການດ້ານລາຍຈ່າຍງົບປະມານ ປີ 2017 ເພື່ອຄວາມໂປ່ງໃສຫລາຍຂຶ້ນ

Published on

​ເພື່ອ​ໃຫ້​ບັນລຸ​ໄດ້​ຕາມ​ ແຜນການ​ຄາດ​ຄະ​ເນຂອງ​ປີ 2017 ​ແລະ ​ສາມາດ​ສູ້​ຊົນ​ຈັດ​ເກັບ​ລາຍ​ຮັບ​ ໃຫ້​ໄດ້​ເພີ່ມ​ຂຶ້ນ ​ແມ່ນ​ຈະ​ໄດ້ດຳ​ເນີນ ​ມາດ​ຕະການ ​ທາງ​ດ້ານ​ລາຍ​ຮັບ​ ໃຫ້​ມີ​ຄວາມ​ເຂັ້ມ​ງວດ, ທັນ​ສະພາບ​ການ ​ແລະ ມີ​ປະສິດທິ​ຜົນ. ພ້ອມ​ທັງ, ດຳ​ເນີນ​ມາ​ດຕະການ​ ທາງ​ດ້ານ​ລາຍ​ຈ່າຍ ​ໃຫ້​ມີ​ຄວາມ​ຮັດ​ກຸມ ​ແລະ ເອົາ​ໃຈ​ໃສ່​ຕໍ່​ການ ​ປະຕິບັດ​ນະ​ໂຍບາຍ​ ປະ​ຢັດ​ມັດທະຍັດ​ ໃຫ້​ເປັນ​ຮູບ​ປະ​ທຳ. ​ເຊິ່ງ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ ຕີ​ ກະຊວງ​ການ​ເງິນ ​ໄດ້​ສະ​​ເໜີຕໍ່​ ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ ຊຸ​ດທີ VIII ກ່ຽວ​ກັບ​ການ​ຄາດ​ຄະ​​ເນ ​ທິດ​ທາງ​ແຜນ​ງົບປະມານ ໝົດ​ປີ 2017 ທີ່​ຈະ​ຕ້ອງ​ໄດ້​ວາງ ​ມາດ​ຕະການ​ສຳຄັນ ທາງ​ດ້ານ​ລາຍ​ຈ່າຍ​ງົບປະມານ.

​ເຊິ່ງທ່ານ ສົມ​ດີ ດວງ​ດີ ​ໄດ້​ສະ​ເໜີ​ໃຫ້​ຮູ້​ວ່າ: ຕ້ອງ​ຈັດຕັ້ງ​ປະຕິບັດ ​ມາ​ດຕະການ​ປະຢັດ ​ແລະ ຕ້ານ​ການ​ຟູມ​ເຟືອຍ​ ຕາມ​ລຳ​ດັດ ຂອງ​ນາຍົກລັດຖະມົນຕີ ວາງອອກ​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ປະສິດທິ​ຜົນ​ສູງ ຕາມ​ຄຳ​ສັ່ງ​ຂອງ ​ນາຍົ​ກລັດຖະມົນຕີ ກ່ຽວ​ກັບ​ການ​ປະຢັດ ​ການ​ນຳ​ໃຊ້​ ງົບປະມານ​ຂອງ​ລັດ; ສືບ​ຕໍ່​ເຂັ້ມ​ງວດ​ ໃນ​ການ​ກວດກາ, ການສະ​ເໜີ​ ​ຂໍ​ເບີກ​ຈ່າຍ​ບໍລິຫານ, ລາຍ​ຈ່າຍ​ດັດສົມ ​ແລະ ລາຍ​ຈ່າຍ​ຊື້​ໃໝ່​ ໃຫ້​ມີ​ປະສິດທິ​ຜົນ ​ເຊັ່ນ: ຄ່າ​ນ້ຳ​ປະປາ ​ແລະ ຄ່າ​ໄຟຟ້າ ຕ້ອງ​ພຽງພໍ​ກັບ​ ການ​ນຳ​ໃຊ້​ຕົວ​ຈິງ ​ເພື່ອ​ບໍ່​ໃຫ້​ເກີດ​ເປັນ​ໜີ້​ສະ​ສົມ, ສ່ວນ​ການ​ຈັດ​ກອງ​ປະຊຸມ, ການຈັດ​ງານ​ລ້ຽງ, ການ​ຮັບ​ແຂກ, ການ​ເດີນທາງ​ ໄປ​ວຽກ​ທາງ​ການ ພາຍ​ໃນ ແລະ ຕ່າງປະ​ເທດ, ການຈັດ​ຊື້​ພາຫະນະ, ​ເຄື່ອງ​ໃຊ້​ຫ້ອງການ ​ແລະ ອື່ນໆ ຖ້າ​ເຫັນ​ວ່າ​ລາຍ​ຈ່າຍ​ຮ່ວງ​ໃດ​ມີ​ລາຄາ​ສູງ ​ເກີນ​ຄວາມ​ເປັນ​ຈິງ, ບໍ່ມີ​ຄວາມ​ຈຳ​ເປັນ ກໍ​ຈະ​ບໍ່​ໄດ້​ຮັບ​ການ​ອະນຸມັດ; ປະສານ​ສົມທົບ​ກັບ ​ກະຊວງ​ພາຍ​​ໃນ ​ແລະ ພາກສ່ວນ​ກ່ຽວຂ້ອງ ດຳ​ເນີນ​ການ​ກວດກາ​ ຈຳ​ນວນ​ພົນ​ພະນັກງານ-ລັດຖະກອນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຄິດ​ໄລ່​ ລາຍ​ຈ່າຍ​ເງິນ​ເດືອນ ​ແລະ ​ເງິນ​ອຸດ​ໜູນ ​ໃຫ້​ຖືກຕ້ອງ ​ແລະ ຊັດ​ເຈນ​ຕາມ​ຄວາມ​ເປັນ​ຈິງ; ປະສານ​ສົບ​ທົບ​ກັບ​ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຄົ້ນຄວ້າ​ຫັນ​ການ​ເບີກ​ຈ່າ​ຍ​ເງິນ​ເດືອນ ​ແລະ ​ເງິນ​ອຸດ​ໜູນ ​ໃຫ້​ແກ່​ພະນັກງານ​ບໍລິຫານ ​ແລະ ບາງ​ກຳລັງ​ຕາມ​ເງື່ອນ​ໄຂ​ຕົວ​ຈິງ ​ໃນ​ການ​ເບີກ​ຈ່າຍ​ຜ່ານ​ບັດ ATM ​ເພື່ອ​ສ້າງ​ຄວາມ​ໂປ່​ງ​ໃສ; ​ເອົາ​ໃຈ​ໃສ່​ການ​ກວດກາ​ ຫລັງ​ການ​ຈ່າຍ​ຢ່າງ​ເຄັ່ງ​ຄັດ ​ໂດຍ​ແຕ່ງ​ຕັ້ງ​ຄະນະ​ ລົງ​ກວດກາ​ຢູ່​ບັນ​ດາ​ແຂ​ວງ ​ແລະ ​ເມືອງ ​ເພື່ອ​ເຮັດ​ໃຫ້ການ​ນຳ​ໃຊ້​ ງົບປະມານຖື​ກ​ເປົ້າ​ໝາຍ ​ແລະ ມີ​ປະສິດທິ​ຜົນ​ສູງ; ປະສານ​ສົບ​ທົບ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃນ​ການ​ແຕ່ງ​ຕັ້ງ​ຄະນະ ລົງ​ກວດກາ​ນບັນດາ ​ໂຄງການ​ລົງທຶນ​ຂອງ​ລັດ ທີ່​ມີ​ມູນ​ຄ່າ 50 ຕື້​ກີບ​ຂຶ້ນ​ໄປ ​ເພື່ອ​ກວດກາ​ຄືນ ​ການ​ຄິດ​ໄລ່​ມູນ​ຄ່າ​ໂຄງການ ​ໃຫ້​ສອດຄ່ອງ​ກັບ​ລາ​ຄາ​ຕົວ​ຈິງ, ພ້ອມ​ນັ້ນ ຖ້າ​ເຫັນ​ວ່າ​ໂຄງການ​ ບໍ່​ມີ​ຄວາມ​ຄືບ​ໜ້າ ຫລື ບໍ່​ມີ​ປະສິດທິ​ຜົນ ກໍ​ສະ​ເໜີ​ໂຈະ​ໂຄງການ​ດັ່ງກ່າວ ​ເພື່ອ​ຫລຸດຜ່ອນ​ລາຍ​ຈ່າ​ຍໜີ້​ສິນ​ ຂອງ​ລັດຖະບານ; ​ປະສານ​ສົບ​ທົບ​ກັບ​ ກະຊວງ​ພາຍ​ໃນ ​ເພື່ອ​ຕັ້ງໜ້າ​ປະຕິບັດ​ຄຳ​ສັ່ງ​ ຂອງ​ນາຍົກລັດຖະມົນຕີ ສະ ບັບເລກທີ 55/ນຍ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ ການ​ເບີກ​ຈ່າຍ​ເງິນ​ເດືອນ, ​ເງິ​ນອຸດ​ໜູນ ​ແລະ ​ເງິນ​ນະ​ໂຍບາຍ ​ໂດຍ​ສະ​ເພາະ​ ການ​ເບີກ​ຈ່າຍ​ຕົວ​ຈິງ​ຢູ່​ຂັ້ນ​ເມືອງ ​ແລະ ຢູ່​ຂະ​ແໜງ​ການ ​ທີ່​ມີ​ຈຳນວນ​ພົນ​ຫລາຍ​ເຊັ່ນ: ສຶກສາ, ສາທາ ​ແລະ ອື່ນໆ ​ເພື່ອ​ຕັດ​ຮອນ​ ຂັ້ນ​ຕອນ ການຈັດ​ຕັ້ງປະຕິບັດ ​ໃຫ້​ກະທັດ​ຮັດ ​ແລະ ວ່ອງ​ໄວ​ກວ່າ​ເກົ່າ; ພ້ອມ​ທັງ​ກວດກາ​ຄືນ​ ບາງ​ຮ່ວງ​ລາຍ​ຈ່າຍ​ ທີ່​ຂຶ້ນ​ແຜນ ​ບໍ່​ສອດຄ່ອງ​ກັບ​ຄວາມ​ເປັນ​ຈິງ ​ເປັນຕົ້ນ​ແມ່ນ ລາຍ​ຈ່າຍ​ເງິນ​ເດືອນ ​ແລະ ​ເງິນ​ນະ​ໂຍບາຍ ທີ່​ເຫັນ​ວ່າການ​ສະ​ເໜີ​ແຜນ​ ເກີນ​ຄວາມ​ຕ້ອງການ​ຈ່າຍ​ຕົວ​ຈິງ, ລາຍ​ຈ່າຍ​ບໍລິຫານ ​ແລະ ລາຍ​ຈ່າຍ​ດັດສົມ ທີ່​ຂຶ້ນ​ແຜນ​ ມີ​ລັກສະນະ​ຊ້ຳ​ຊ້ອນ​ກັນ ​ເພື່ອ​ຫລຸດຜ່ອນ​ການ​ ຂາດ​ດຸນ​ງົບປະມານ ​ແລະ ​ແຕ່ງ​ຕັ້ງ​ຄະນະ​ປະສານ​ງານ​ກັບ​ ທະນາຄານ ​ແຫ່ງ ສປປ ລາວ ຢ່າງ​ເປັນ​ປົກກະຕິ ​ເພື່ອ​ຄົ້ນຄວ້າ​ກົນ​ໄກ ​ແລະ ມາດ​ຕະການ​ລະດົມ ​ແຫ​ລ່ງດຸ່ນດ່ຽງ​ງົບປະມານ ​ໃຫ້​ໄດ້​ຕາມ​ແຜນ.

ທ່ານ ສົມ​ດີ ດວງ​ດີ ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ສຳລັບ​ທິດ​ທາງ​ການ​ສ້າງ​ແຜນ ​ງົບປະມານ​ແຫ່ງ​ລັດ ປີ 2018 ກະຊວງ​ການ​ເງິນ​ ຈະ​ໄດ້​ເອົາ​​ໃຈ​ໃສ່​ ເລັ່ງຄົ້ນຄວ້າ​ຮ່າງ​ຄຳ​ແນະນຳ​ ວ່າ​ດ້ວຍ​ການ​ສ້າງ​ແຜນ​ ງົບປະມານ​ແຫ່ງ​ລັດ ປີ 2018 ​ໂດ​ຍລົງ​ເລິກ​ປຶກສາ​ຫາລື ບາງ​ບັນ​ຫາ​ທີ່​ຈະ​ຕ້ອງ ​​ໄດ້​ປັບປຸງ​ແກ້​ໄຂ ​ໃຫ້​ມີ​ຄວາມ​ຄ່ອງ​ຄົວ ​ແລະ ຫັນ​ເຂົ້າ​ສູ່​ກົດໝາຍ ​ແລະ ລະບຽບ​ການ​ຢ່າງ​ເຄັ່ງ​ຄັດ ​ເປັນ​ຕົ້ນ​ແມ່ນ​ ການ​ສ້າງ​ແຜນ​ ລາຍ​ຮັບ-ລາຍ​ຈ່າຍ ​ວິຊາ​ການ, ​ແຜນການ​ລົງທຶນ​ຂອງ​ລັດ, ການ​ສ້າງ​ແຜນ​​ເປັນ​ ລາຍ​ລະອຽດ​ແຕ່​ຫົວ​ທີ່ ​ ໂດຍ​ຈະ​ຕ້ອງ​ຈັດ​ສັນ​ເພດານ​ ງົບປະມານ​ເບື້ອງ​ຕົ້ນ ​ໃຫ້​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ສືບ​ຕໍ່​ປະສານ​ສົບ​ທົບ​ກັບ ກຳ​ມະ​ທິການ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ຂັ້ນ​ແຂວງ ​ແລະ ຂະ​ແໜງ​ການ​ກ່ຽວຂ້ອງ ​ໃນ​ການຈັດ​ສັນ​ລະອຽດ ​ເພື່ອ​ຮັບປະກັນ​ ໃຫ້​ສາມາດ​ລາຍ​ງານ ​ຂໍ​ກັບ​ການ​ຮັບຮອງ ຈາກ​ສະພາ​ປະຊາ​ຊົນ​ຂັ້ນ​ແຂວງ, ສະພາ​ແຫ່ງ​ຊາດຢ່າ​ງ ລະອຽດ​, ຊັ​ດ​ເຈນ ​ແລະ ທັນ​ເວ​ລາ​ຕາມ​ກຳນົດ.

ແຫຼ່ງຂ່າວ:​ www.kpl.gov.la/detail.aspx?id=24509

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...