Homeວັນນະກຳວັນວິສາຂະບູຊາ

ວັນວິສາຂະບູຊາ

Published on

ວັນວິສາຂະບູຊາ ຂຶ້ນ ໑໕ ຄ່ຳ ເດືອນ ໖
ເປັນວັນສຳຄັນຂອງພຣະພຸທທະສາສນາອີກວັນໜຶ່ງ ແລະເປັນວັນສຳຄັນສາກົນ ຂອງຊາວພຸທທົ່ວໂລກ

ວັນວິສາຂະບູຊາ ຫຍໍ້ມາຈາກ “ວິສາຂະປຸຣະມະນີບູຊາ” ແປວ່າ: “ການບູຊາໃນວັນເພັງເດືອນວິສາຂະ” ຖ້າປີໃດມີອະທິກະມາດ ຄື: ມີເດືອນ 8 ສອງຫົນ ກໍເລື່ອນໄປເປັນກາງເດືອນ 7. ວັນວິສາຂະບູຊາ ເປັນວັນສໍາຄັນຍິ່ງໃນທາງພຣະພຸດທະສາສະໜາເພາະເປັນວັນທີ່ ພຣະພຸດທະເຈົ້າປຣະສູດ ຄືເກີດ ໄດ້ຕັດສະຮູ້ ຄືສຳເລັດ ໄດ້ປະຣິນິພານ ຄືດັບ ເກີດຂຶ້ນກົງກັນທັງ 3 ວາລະຄື:

  1. “ປຣະສູດ” ເມື່ອວັນເພັງເດືອນ 6 ກົງກັບວັນສຸກ ຂຶ້ນ 15 ຄໍ່າ ປີຈໍ ກ່ອນ ພສ 80 ປີ ເປັນປຣະສູດຂອງເຈົ້າຊາຍ ສິດທັດທະ ໃຕ້ຕົ້ນສາລະ ທີ່ລຸນພິນີສະຖານ.
  2. “ຕັດສະຮູ້” ເມື່ອເຈົ້າຊາຍສິດທັດທະ ຊົງຜະນວດໄດ້ 6 ປີພຣະຊົນມາຍຸ 35 ພັນສາ ຊົງຕັດສະຮູ້ ໃຕ້ຮົ່ມໄມ້ສີມະຫາໂພ ຝັ່ງແມ່ນໍ້າເນຣັນຊະລາ ເມືອງ ອຸຣຸເວລາເສນານິຄົມ ໃນຕອນເຊົ້າມື້ວັນພຸດ ຂຶ້ນ 15 ຄໍ່າ ເດືອນ 6 ປີລະກາ ກ່ອນ ພສ 45 ປີ.
    ການຕັດສະຮູ້ ອະຣິຍະສັດ 4 ຄືຂອງແທ້ອັນປະເສີດ 4 ປະການ ຂອງພຣະພຸດທະເຈົ້າເປັນການຕັດສະຮູ້ອັນສຸດຍອດ ບໍ່ມີຜູ້ປຽບປານ ວັນຕັດສະຮູ້ຂອງພຣະພຸດທະເຈົ້າ ຈຶ່ງຈັດເປັນວັນສຳຄັນ ເພາະເປັນວັນໃຫ້ກໍາເນີດມີ ພຣະພຸດທະເຈົ້າ ຂຶ້ນໃນໂລກ. ທັມທີ່ພຣະພຸດທະອົງຊົງຕັດສະຮູ້ ອະຣິຍະສັດ 4 ໄດ້ແກ່:
    ທຸກ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍບໍ່ສະບາຍໃຈ.
    2. ສະມຸໄທ ຄື ເຫດທີ່ເຮັດໃຫ້ເກີດທຸກ.
    3. ນິໂຣດ ຄື ຄວາມດັບທຸກ.
    4. ມັກ ຄື ຂໍ້ປະຕິບັດໃຫ້ເຖິງຄວາມດັບແຫ່ງທຸກ.

ທັງ 4 ຂໍ້ນີ້ຖືເປັນສັດຈະທຳ ເອີ້ນວ່າ: ອະຣິຍະສັດ ເພາະເປັນສິ່ງທີ່ພຣະອະຣິຍະເຈົ້າຊົງຄົ້ນພົບ ເປັນສັດຈະທໍາຊັ້ນສູງ ປະເສີດກວ່າສັດຈະທໍາສາມັນທົ່ວໄປ.

  1. “ປະຣິນິພານ” ຫຼັງຈາກຕັດສະຮູ້ແລ້ວ ໄດ້ປະກາດພຣະສາສະໜາ ແລະ ໂປດເວໄນຍະສັດ ເປັນໄລຍະເວລາ 45 ພັນສາພຣະຊົນມາຍຸໄດ້ 80 ພັນສາ ກໍສະເດັດດັບຂັນທະປະຣິນິພານ ເມື່ອວັນອັງຄານ ຂຶ້ນ 15 ຄໍ່າ ເດືອນ 6 ປີ ມະເສັງ ທີ່ ສາລະວະໂນທະຍານ ຂອງມັດລະກະສັດ ເມືອງກຸສິນາຣາ ແຄ້ວນມັດລະ. ການປະຣິນິພານຂອງພຣະພຸດທະເຈົ້າ ນັບໄດ້ວ່າເປັນການສູນເສຍດວງປະທິບຂອງໂລກ ເປັນການສູນເສຍຄັ້ງຍິ່ງໃຫຍ່ ແລະ ຄັ້ງສຳຄັນຂອງຊາວພຸດທົ່ວໄປມີຄວາມເສົ້າສະຫຼົດໃຈ ແລະ ອາໄລສຸດຈະພັນລະນາ. ພຣະພຸດທະອົງໄດ້ຊົງສະແດງປັດສິມໂອວາດກ່ອນປະຣິນິພານວ່າ: “ເບິ່ງກ່ອນ ພິກຂຸທັງຫຼາຍ ອັນວ່າສັງຂານທັງຫຼາຍຍ່ອມມີຄວາມເສື່ອມສະຫຼາຍໄປເປັນທຳມະດາ ທ່ານທັງຫຼາຍຈົ່ງຍັງກິດທັງປວງອັນເປັນປະໂຫຍດຂອງຕົນ ແລະ ປະໂຫຍດຂອງຜູ້ອື່ນໃຫ້ບໍລິບູນດ້ວຍຄວາມບໍ່ປະໝາດເຖີດ” ຫຼັງຈາກນັ້ນກໍສະເດັດດັບຂັນປະຣິນິພານໃນຣາຕີເພັງເດືອນ 6 ນັ້ນ.
    ນັບວ່າເປັນເລື່ອງອັດສະຈັນຍິ່ງ ທີ່ເຫດການທັງ 3 ກ່ຽວກັບວິຖີຊີວິດຂອງພຣະສຳມາສຳພຸດທະເຈົ້າ ເຊິ່ງມີໄລຍະເວລາຫ່າງກັນນັບຫຼາຍສິບປີບັງເອີນເກີດຂຶ້ນໃນວັນເພັງເດືອນ 6 ດັ່ງນັ້ນເມື່ອເຖິງວັນສຳຄັນຢ່າງນີ້ ຊາວພຸດທັງບັນພະຊິດ ແລະ ຄະລືຫັດໄດ້ພ້ອມໃຈກັນປະກອບພິທີບູຊາພຣະພຸດທະອົງ ເປັນກໍລະນີພິເສດ ເພື່ອນ້ອມລຳນຶກເຖິງພຣະກະລຸນາທິຄຸນ ພຣະປັນຍາທິຄຸນ ແລະ ພຣະບໍລິສຸດທິຄຸນ ຂອງພຣະອົງ ຜູ້ເປັນດວງປະທິບຂອງໂລກ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...