spot_img
Homeຂ່າວຕ່າງປະເທດ"ເອັມມານູເອລ ມາຄົງ" ປະທານາທິບໍດີຄົນໃໝ່ຂອງຝຣັ່ງຮ່ວມເຮັດພາລະກິດວາງພວງມາລາ

“ເອັມມານູເອລ ມາຄົງ” ປະທານາທິບໍດີຄົນໃໝ່ຂອງຝຣັ່ງຮ່ວມເຮັດພາລະກິດວາງພວງມາລາ

Published on

ເວັບໄຊຂ່າວ ມະຕິຊົນອອນໄລນ໌ ແລະ ສຳນັກຂ່າວບິບິຊີລາຍງານ ທ່ານ ເອັມມານູເອລ ມາຄົງ ວ່າທີ່ປະທານາທິບໍດີຄົນໃໝ່ຂອງປະເທດ ຝຣັ່ງ ຮ່ວມປະຕິ ບັດພາລະກິດຄຽງຄູ່ກັບປະທານາທິບໍດີ ຟຣອງຊົວສ໌ ໂອລອງ ທີ່ກຳລັງຈະໝົດວາລະຈາກຕຳແໜ່ງ ໃນການວາງພວງມາລາທີ່ປະຕູໄຊຝຣັ່ງ ໃນນະຄອນຫຼວງ ປາຣີສ ເຊິ່ງເປັນອານຸສາວະລີສະດຸດີທະຫານນິລະນາມທີ່ສະຫຼະຊີວິດໃນສົງຄາມ ໃນວະລະຄົບຮອບ 72 ປີ ຂອງການສິ້ນສຸດສົງຄາມໂລກຄັ້ງທີ 2 ເມື່ອຕອນເຊົ້າວັນຈັນທີ 8 ພຶດສະພາ ຕາມເວລາທ້ອງຖິ່ນ ເຊິ່ງມີຂຶ້ນຫຼັງຈາກ ທ່ານ ມາຄົງ ຫາກໍ່ໄດ້ຮັບໄຊຊະນະຈາກການເລືອກຕັ້ງປະທານາທິບໍດີໄປເມື່ອວັນອາທິດທີ 7 ພຶດສະພາ 2017 ທີ່ຜ່ານມາ ເຊິ່ງໄຊຊະນະໃນຄັ້ງນີ້ ເຮັດໃຫ້ ທ່ານ ມາຄົງ ກາຍເປັນປະທານາທິບໍດີຝຣັ່ງທີ່ມີອາຍຸນ້ອຍທີ່ສຸດຂອງຝຣັ່ງນັບຈາກ ໂປລຽນ ໂບນາປາຣ

ດ້ານປະທານາທິບໍດີ ໂອລອງ ປະກາດໃນວັນດຽວກັນນີ້ວ່າ ທ່ານ ມາຄົງຈະສາບານຕົນເພື່ອຮັບຕຳແໜ່ງປະທານາທິບໍດີຝຣັ່ງຄົນຕໍ່ໄປໃນພິທີທີ່ຈະເກີດຂຶ້ນທີ່ທຳນຽບ ເອລິເຊ ໃນວັນອາທິດທີ 14 ພຶດສະພາທີ່ໃກ້ຈະມາຮອດນີ້

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...