spot_img
Homeຂ່າວພາຍ​ໃນກະຈ່າງແລ້ວ ສາວນັກສຶກສາເຜີຍເຖິງ ສາເຫດທີ່ລົງມືຄາຕະກຳແຟນໃໝ່

ກະຈ່າງແລ້ວ ສາວນັກສຶກສາເຜີຍເຖິງ ສາເຫດທີ່ລົງມືຄາຕະກຳແຟນໃໝ່

Published on

ສາເຫດຂອງການລົງມືຄາຕະກຳ ແຟນໃໝ່ ຂອງນັກສຶກສາສາວ ອ້ອມໃຈ ຍັງເປັນທີ່ສົນໃຈຢາກຮູ້ຂອງສັງຄົມ ຫຼ້າສຸດ ໜ້າເຟສບຸກລາຍການ ນາທີຊີວິດ ຂອງໂທລະພາບປ້ອງກັນຄວາມສະຫງົບລາວ ໄດ້ອອກຊີ້ແຈງແລ້ວ ດັ່ງລາຍລະອຽດດັ່ງນີ້:

ຄະດີທີ່ກຳລັງໂດ່ງດັງໃນປັດຈຸບັນນີ້ກໍ່ຄົງເປັນຄະດີ ນ. ອ້ອມໃຈ ແລະ ແຟນໜູ່ ຮ່ວມກັນຄາດຕະກຳ ທ. ໃຫຍ່ ທີ່ມີການອຳພາງຄະດີ ແຕ່ແລ້ວກໍ່ຕ້ອງບໍ່ພົ້ນຄວາມຜິດ ແລະ ຖືກເຈົ້າໜ້າທີ່ຈັບກຸມດຳເນີນຄະດີດັ່ງທີ່ຫຼາຍໆທ່່ນຮູ້ນຳກັນ.

ແຕ່ສິ່ງທີ່ຫຼາຍໆຄົນຍັງເກີດຄວາມສົງໃສກັນຕັ້ງແຕ່ເລີ່ມມີການເຜີຍແຜ່ ເຫດການທີ່ເກີດຂຶ້ນຈາກຍາດພີ່ນ້ອງຂອງຜູ້ເສຍຊີວິດຜ່ານທາງເຟສບຸກ ຫຼາຍເພຈໃຫຍ່ ລວມທັງແຟນເພຈນາທີ່ຊີວິດກໍ່ໄດ້ລົງໃຫ້ຮັບຮູ້ຂ່າວສານນຳກັນຕະຫຼອດມາ ຊຶ່ງຍັງຄົງຫາຄຳຕອບບໍ່ໄດ້ວ່າ

ແຮງຈູງໃຈໃນການກະທຳນັ້ນແມ່ນເກີດຂຶ້ນຈາກຫຍັງ ແລະ ເປັນຫຍັງ? ຈຶ່ງໄດ້ລົງມືຄາດຕະກຳ?

ໝູ່ຂອງ ນ. ອ້ອມໃຈໄດ້ຕົກເປັນຜູ້ສົມຮູ້ຮ່ວມຄິດ ຫຼື ບໍ?

ຍັງຄົງເປັນຄຳຖາມທີ່ຍັງຖາມກັນຢ່າງບໍ່ຢຸດຈົນເຖິງນາທີນີ້

…………………………………………………………………………………

ກ່ອນອື່ນໝົດທີມງານ ນາທີ ຊີວິດ ຕ້ອງຂໍອະໄພຍັງຍາດພີ່ນ້ອງ ຜູ້ເສຍຊີວິດ ແລະ ຜູ້ກໍ່ເຫດ. ຊຶ່ງເລື່ອງທີ່ຈະເລົ່າຕໍ່ໄປນີ້ແມ່ນຄວາມຈິງທີ່ເກີດຂຶ້ນໂດຍບໍ່ມີການບ່າຍບ່ຽງໃນທາງໃດ ເພື່ອໃຫ້ເລື່ອງນີ້ເປັນວິທະຍາທານໃນການສືກສາ ແລະ ໃຫ້ຄວາມຈິງແກ່ສັງຄົມ ທີມງານຈຶ່ງຂໍເປີດປົມຄະດີນີ້ແກ່ສັງຄົມ

…………………………………………………………………………………

ທີມງານໄດສອບຖາມຈາກເຈົ້າໜ້າທີທີ່ກ່ຽວຂ້ອງຈຶ່ງໄດ້ຂໍ້ມູນຄວາມຈິງດັ່ງນີ້:

ທ. ໃຫຍ່ (ຜູ້ເສຍຊີວິດ) ບໍ່ແມ່ນແຟນ ນ. ອ້ອມໃຈ ແຕ່ເປັນກິ໋ກກັນ ໂດຍທີ່ ນ. ອ້ອມໃຈ ແລະ (ແຟນ) ທ. ພັດສາຄອນ (ຜູ້ລົງມືກໍ່ເຫດ) ແມ່ນເປັນແຟນກັນຢູ່ແລ້ວ ແລະ ຍັງບໍ່ໄດ້ເລີກກັນ ຊຶ່ງຍັງມີການຕິດຕໍ່ພົວພັນໃນຖານະແຟນກັນ ໂດຍທີ່ ທ. ໃຫຍ່ ໃຫ້ຖານະຕົວເອງວ່າເປັນແຟນ ແລະ ເປັນຄົນທີ່ມີນິໃສຫຶງຫ່ວງ ອາລົມຮ້ອນ (ຈາກການບອກເລົ່າຂອງໝູ່ ນ. ອ້ອມໃຈ)

ຊຶ່ງກ່ອນໜ້ານັ້ນກໍ່ໄດ້ມີການຂູ່ທຳຮ້າຍຮ່າງກາຍ ນ. ອ້ອມໃຈ ມາກ່ອນ ຊຶ່ງ ນ. ອ້ອມໃຈ ຕ້ອງໄດ້ຫຼົບລີ້ ປະຕິເສດ ແລະ ພະຍາຍາມໜີຈາກ ທ. ໃຫຍ່ ມາຕະຫຼອດ ແຕ່ ທ. ໃຫຍ່ກໍ່ນຳຕື້ ນ. ອ້ອມໃຈ ແລະ ເກີດຄວາມຫຶງຫວງ ຈົນເຖິງຂັ້ນຂູ່ຂ້າ. ນ. ອ້ອມໃຈ ຈຶ່ງໄດ້ໜີໄປຫາ ທ. ພັດສາຄອນ

ໃນມື້ເກີດເຫດ ນ. ອ້ອມໃຈ ແລະ ທ. ໃຫຍ່ ເກີດມີປາກສຽງກັນ ໂດຍທີ່ ທ. ໃຫຍ່ຂູ່ທຳຂ້າ ນ. ອ້ອມໃຈ ຈຶ່ງເກີດຄວາມຢ້ານ ແລະ ໄດ້ໄປຫາ ທ. ພັດສາຄອນ (ແຟນ) ຢູ່ບ້ານ ນ້ອຍຊຽງດາ ຊຶ່ງເປັນບ່ອນເຮັດວຽກຂອງ ແຟນ

ຈາກນັ້ນ ທ. ໃຫຍ່ກໍ່ໄດ້ນຳໄປ ພ້ອມກັບນຳມີດໄປນຳເພື່ອຫວັງໄປທຳຮ້າຍຮ່າງກາຍ ທ. ພັດສາຄອນ ເນື່ອງຈາກເຂົ້າໃຈວ່າ ນ. ອ້ອມໃຈ ໄດ້ນອກໃຈຕົນກັບໄປຫາແຟນເກົ່າ (ຊຶ່ງເປັນຄວາມເຂົ້າໃຈຂອງ ທ. ໃຫຍ່)

ພໍ ທ. ໃຫຍ່ ນຳໄປເຖິງທີ່ພັກ ທ. ພັດສາຄອນ ກໍ່ໄດ້ເກີດມີປາກສຽງ ແລະ ຈັບມີດແລ່ນໃສ່ ທ. ພັດສາຄອນ ຈາກນັ້ນ ທ. ພັດສາຄອນກໍ່ໄດ້ຈັບກ້ອນດິນບ໊ອກ 6 ຫຼ່ຽມແກ່ວງໃສ່ ຖືກເອິກ ທ. ໃຫຍ່ ຈຶ່ງໄດ້ລົ້ມລົງ ພ້ອມກັບມີດທີ່ນຳມາຕົກ ແລະ ໄດ້ເກີດການຊົກຕີກັນ

ເນື່ອງຈາກ ທ. ໃຫຍ່ ມີຮູບຮ່າງທີ່ໃຫຍ່ສູງກວ່າ ທ. ພັດສາຄອນ ຈຶ່ງໄດ້ປຽບທາງດ້ານສະລີລະ ແລະ ໃນຂະນະທີ່ກຳລັງຊົກຕີກັນ ນ. ອ້ອມໃຈ ທີ່ຢູ່ເຫດການ ເຫັນວ່າ ທ. ພັດສາຄອນ ສູ້ບໍ່ໄຫວ ຈຶ່ງໄດ້ໃຊ้ດິນບ໋ອກທຸບຫົວ ທ. ໃຫຍ່ 3-4 ຄັ້ງ ເພື່ອຊ່ວຍເຫຼືອ ທ. ພັດສາຄອນ

ພໍ ທ. ພັດສາຄອນ ຕັ້ງໂຕໄດ້ ຈຶ່ງພົບເຫັນມີດທີ່ ທ. ໃຫຍ່ນຳມານັ້ນ ແທງໃສ່ຮ່າງ ທ. ໃຫຍ່ ຈຳນວນຫຼາຍຄັ້ງ ຈົນເຖິງແກ່ຊີວິດ ແລະ ທັງ 2 ຈຶ່ງໄດ້ນຳສົບໄປຝັງ ແລະ ທຳລາຍຫຼັກຖານຕາມທີ່ເຮົາໄດ້ຮັບຮູ້ຂ່າວເບື້ອງຕົ້ນ.

……………………………………………………………………………….

ຫຼັງຈາກທັງ 2 ທຳລາຍຫຼັກຖານຈາກການກໍ່ເຫດແລ້ວໆ ກໍ່ໄດ້ກັບຄືນທີ່ພັກ ແລະ ນ. ອ້ອມໃຈກໍ່ໄດ້ບອກກັບໝູ່ວ່າ ຄັນມີໃຜຖາມວ່າ ວານນີ້ໄປໃສ່ ລະໃຫ້ບອກວ່າ ເປັນໄຂ້ນອນຢູ່ຫໍພັກ ຊຶ່ງໝູ່ກໍ່ບໍ່ຮູ້ວ່າ ນ. ອ້ອມໃຈ ກໍ່ຄະດີມາ ຈຶ່ງໄດ້ໃຫ້ການກັບເຈົ້າໜ້າທີໄປແບບນັ້ນ ແລະ ຈຶ່ງມາຮູ້ພາຍຫຼັງວ່າ ນ. ອ້ອມໃຈ ກໍ່ເຫດຮ້າຍແຮງ ແລະ ໝູ່ ນ. ອ້ອມໃຈແມ່ນ ບໍ່ຖືກເປັນຜູ້ສົມຮູ້ຮ່ວມຄິດແຕ່ຢ່າງໃດ ຈຶ່ງພຽງໄດ້ຮັບການສຶກສາອົບຮົມຈາກທາງເຈົ້າໜ້າທີ່ເທົ່ານັ້ນ

ນີ້ກໍ່ເປັນບົດການສຳພາດທີ່ທາງເຈົ້າໜ້າທີ່ໄດ້ເກັບກຳຫຼັກຖານ ແລະ ສອບສວນ ຈາກຫຼັກຖານ ພະຍານ.

ແນ່ນອນວ່າ ລາຍລະອຽດທີ່ເກີດຂຶ້ນ ແລະ ພາຍໃຈຈິດໃຈ ຂອງຜູ້ເສຍຊີວິດ ແລະ ຄົນຮ້າຍນັ້ນຈະຖືກກັບບົດທີ່ທີມງານຂຽນລົງມານີ້ຈະສອດຄອງກັນຫຼາຍ ຫຼືບໍນັ້ນ ກໍ່ຄົງບໍ່ສາມາດຕອບໄດ້ເຕັມ 100% ຈຶ່ງເປັນພຽງສ່ວນໜຶ່ງທີ່ສຳຄັນໃນການເປີດປົມຄະດີທີ່ຄ້າງຄາໃຈກັນມາຕະຫຼອດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...