spot_img
Homeຂ່າວເຫດການເຈົ້າໜ້າທີ່ກຳລັງສືບສວນຜູ້ຕ້ອງສົງໄສກໍ່ເຫດຍີງນາຍພັນຕຳຫຼວດເສຍຊີວິດ ທີ່ອຸດົມໄຊວານນີ້

ເຈົ້າໜ້າທີ່ກຳລັງສືບສວນຜູ້ຕ້ອງສົງໄສກໍ່ເຫດຍີງນາຍພັນຕຳຫຼວດເສຍຊີວິດ ທີ່ອຸດົມໄຊວານນີ້

Published on

ຈາກກໍລະນີເກີດເຫດຍີງກັນຢູ່ທີ່ ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ໃນຕອນແລງ ຂອງວັນທີ 4 ເດືອນ ພຶດສະພາ 2017 ໄດ້ເກີດມີເຫດຍິງກັນຢູ່ທາງຂຶ້ນໄປພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ບ້ານດອນໄຊ ເຮັດໃຫ້ມີບາດເຈັບສາຫັດ 1 ຄົນ ແລະໄດ້ເສຍຊີວິດໃນເວລາຕໍ່ມາ ເຊິ່ງເສຍຊີວິດເປັນນາຍຕຳຫຼວດຊັ້ນພັນຕີ.

ຕົກມາມື້ນີ້, ວັນທີ 5 ພຶດສະພາ 2017 ເວລາປະມານ 10 ໂມງເຊົ້າ ເຈົ້າໜ້າທີ່ຕຳຫຼວດໄດ້ທຳການຈັບກຸມຄຸມໂຕ ຜູ້ຕ້ອງສົງໄສໄດ້ແລ້ວ ຜູ້ກ່ຽວ ຊື່ ທ້າວ ຄຳຫຼ້າ ອາຍຸ 42 ປີ ຢູ່ບ້ານໜອງແລງ ເມືອງໄຊ ແຂວງອຸດົມໄຊ.

ເຈົ້າໜ້າທີ່ຊຸດຈັບກຸມໄດ້ກ່າວວ່າ ທ້າວ ຄຳຫຼ້າ ແມ່ນຜູ້ຕ້ອງສົງໄສອັນດັບ 1 ທີ່ກ່ຽວຂ້ອງກັບການຄາຕະກຳເຈົ້າໜ້າທີ່ດັ່ງກ່າວຂ້າງເທິງ  ແລະຄາດຄະເນເບື້ອງຕົ້ນວ່າ ອາດຈະຂັດແຍ້ງຜົນປະໂຫຍດສ່ວນຕົວກໍໄດ້ ເນື່ອງຈາກທັງສອງເປັນພີ່ນ້ອງກັນ ພ້ອມກັນນີ້ຜູ້ຕ້ອງສົງໄສກໍມີປະຫວັດເສບຢາເສບຕິດເປັນປະຈຳ.

ແນວໃດກໍດີຄະດີຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຈາກທາງເຈົ້າໜ້າທີ່ ເຊິ່ງຜົນຈະອອກມາຈັ່ງໃດ ຫຼືຜູ້ກ່ຽວລົງມືກໍ່ເຫດດ້ວຍເຫດຜົນໃດ ເຮົາຈະລາຍງາານສູ່ທ່ານຜູ້ອ່ານຕື່ມອີກທັນທີ ທີ່ເຮົາໄດ້ຮັບຂ່າວ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...