Homeຂ່າວພາຍ​ໃນດ້ວຍເຫດຜົນອັນໃດ ຈຶ່ງຢາກສ້າງກົດໝາຍວ່າດ້ວຍ ຄື້ນຄວາມຖີ່ວິທະຍຸສື່ສານ?

ດ້ວຍເຫດຜົນອັນໃດ ຈຶ່ງຢາກສ້າງກົດໝາຍວ່າດ້ວຍ ຄື້ນຄວາມຖີ່ວິທະຍຸສື່ສານ?

Published on

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າວັນທີ 05/05/2017 ທີ່ຫໍສະພາແຫ່ງຊາດນະຄອນຫລວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ. ທີ່ປະຊຸມ ຜູ້ເຂົ້າໄດ້ຮັບຟັງ ການຂຶ້ນສະເໜີ ເຖິງເຫດຜົນແລະຄວາມຈຳເປັນ ໃນການສ້າງກົດໝາຍວ່າດ້ວຍ ຄື້ນຄວາມຖີ່ວິທະຍຸສື່ສານ ຈາກ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ, ທ່ານ ຍົກໃຫ້ເຫັນບາງບັນຫາທີ່ສຳຄັນວ່າ: ການສ້າງກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ແມ່ນການຍົກລະດັບ ຂອງດຳລັດວ່າດ້ວຍຄື້ນຄວາມຖີ່ສະບັບປີ 2014 ຂຶ້ນເປັນກົດໝາຍ ເພື່ອກຳນົດຫຼັກການ, ມາດຕະການກ່ຽວກັບຄື້ນຄວາມຖີ່ວິທະຍຸ ເພື່ອເຮັດໃຫ້ການຄຸ້ມຄອງ, ລະບຽບການ, ການເກັບກຳ, ການເຂົ້າເຖິງ, ການນຳໃຊ້ຄື້ນຄວາມຖີ່ວິທະຍຸ ໃຫ້ມີຄວາມຖຶກຕ້ອງ ພ້ອມທັງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງເຕັກໂນໂລຊີໃໝ່ຂອງສາກົນ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ແລະສອດຄ່ອງກັບສົນທິສັນຍາສາກົນ ທີ່ລາວ ເປັນພາຄີ. ທັງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ ແລະເພື່ອໃຫ້ຄຸ້ມຄອງຄື້ນຄວາມຖີ່ວິທະຍຸ ທັນກັບສະພາບການປ່ຽນແປງ ໃນແຕ່ລະໄລຍະ ໂດຍຕິດພັນກັບສົນທິສັນຍາສາກົນ ພ້ອມກັນນັ້ນກໍ່ເພື່ອຊ່ວຍໃຫ້ພາກລັດຖະບານມີເຄື່ອງມືໃນການຄຸ້ມຄອງຄື້ນຄວາມຖີ່ວິທະຍຸ ລວມທັງສິດຂອງການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານໃຫ້ໄດ້ຮັບຄວາມເປັນທຳ ແລະປອດໄພ.
ສຳລັບຮ່າງຂອງກົດໝາຍ ວ່າດ້ວຍ ຄື້ນຄວາມຖີ່ວິທະຍຸສື່ສານ ເປັນກົດໝາຍສ້າງຂຶ້ນໃໝ່ ປະກອບມີ 14 ໝວດ ແລະ 77 ມາດຕາ.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...