spot_img
Homeຂ່າວພາຍ​ໃນລັດຖະບານລາວປະຕິເສດກະແສຂ່າວບິດເບືອນຄວາມຈິງກໍລະນີດິນສະຫງວນເບື້ອງລະ 50 ແມັດ

ລັດຖະບານລາວປະຕິເສດກະແສຂ່າວບິດເບືອນຄວາມຈິງກໍລະນີດິນສະຫງວນເບື້ອງລະ 50 ແມັດ

Published on

ເຟສບຸກຂ່າວສານປະເທດລາຍເປີດເຜີຍເມື່ອວັນທີ 5 ພຶດສະພາ 2017 ນີ້ວ່າ ລັດຖະບານລາວປະຕິເສດຫາງສຽງໃນສື່ສັງຄົມອອນລາຍອ້າງວ່າການສະຫງວນເນື້ອທີ່ດິນເບື້ອງລະ 50 ແມັດຕາມແລວເສັ້ນທາງລົດໄຟໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນເພື່ອມອບໃຫ້ຈີນນັ້ນບໍ່ມີມູນຄວາມຈິງ ແລະ ເປັນພຽງການສ້າງກະແສຂ່າວໃຫ້ສັງຄົມມີຄວາມສັບສົນ ຂະນະທີ່ຂະບວນການກໍ່ສ້າງເສັ້ນທາງລົດດັ່ງກ່າວແມ່ນໄດ້ຮັບການຈັດຕັ້ງປະຕິບັດຕາມມາດຕະຖານສາກົນ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ.

ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຢືນຢັນຕໍ່ສື່ມວນຊົນລາວໃນອາທິດນີ້ວ່າ: ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນນັ້ນໄດ້ຈັດຕັ້ງປະຕິບັດຕາມຂັ້ນຕອນທີ່ມີຄວາມເປັນເອກະພາບ, ໂປ່ງໃສ, ຍຸຕິທໍາ ແລະ ກວດສອບໄດ້ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ສະນັ້ນ ການສະຫງວນດິນໄວ້ 50 ແມັດໃນແຕ່ລະເບື້ອງຂອງທາງລົດໄຟໃນບາງເຂດ ແລະ ບາງເຂດກໍໄດ້ສະຫງວນພຽງໄວ້ 20 ແມັດສໍາລັບເຂດຜ່ອນຄວາມໄວນັ້ນແມ່ນປະຕິບັດຕາມມາດຕະຖານສາກົນຢ່າງຄັກແນ່ ດ້ວຍຄວາມຮັບຜິດຊອບສູງເພື່ອຜົນປະໂຫຍດສ່ວນລວມຂອງຊາດ ແລະ ລັດຖະບານລາວກໍບໍ່ໄດ້ມີເຈດຕະນາຈະເອົາດິນສະຫງວນໄວ້ສອງເບື້ອງຂອງທາງລົດໄຟດັ່ງກ່າວໃຫ້ຈີນ ຫລື ບໍລິສັດໃດໆທັງນັ້ນ. ຕໍ່ບັນດາດັ່ງກ່າວຂໍໃຫ້ບັນດາທ່ານທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງ ພ້ອມໃຫ້ເພີ່ມສະຕິ ແລະ ພິຈາລະນາຢ່າງຮອບຄອບໃນການບໍລິໂພກສື່ສັງຄົມອອນລາຍຕ່າງໆຢ່າງລະມັດລະວັງ ລວມທັງຕີຖອຍຂອງບາງກຸ່ມຄົນບໍ່ດີທີ່ສ້າງກະແສຂ່າວ ແລະ ບິດເບືອນຄວາມຈິງເຮັດໃຫ້ສັງຄົມສັບສົນ. ແນວໃດກໍດີ ລັດຖະບານຍັງອະນຸຍາດໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າສາມາດດໍາເນີນການຜະລິດຢູ່ເຂດບໍລິເວນເສັ້ນທາງລົດໄຟອີກດ້ວຍຕາມເງື່ອນເໝາະສົມເປັນຕົ້ນຢູ່ກ້ອງຂົວ ແລະ ອື່ນໆ.

ຮຽບຮຽງຂ່າວໂດຍ: ຮັກຊາດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...