spot_img
Homeວັນນະກຳເລື່ອງສັ້ນອອນລາຍສາຍເຫງົາ

ອອນລາຍສາຍເຫງົາ

Published on

ເກືອບປີແລ້ວທີ່ປູນາໄດ້ຕິດຕໍ່ກັບສົມພອນທາງເຟສບຸກໃນຖານະຄົນຮູ້ໃຈຜ່ານໂລກໂຊຊ້ຽວ ທັງສອງສົນ ທະນາກັນຜ່ານອັກສອນທີ່ຂຽນສົ່ງຫາກັນໃນກ່ອງຂໍ້ຄວາມເຟສບຸກ ແລະ ກໍ່ຕິດຕໍ່ກັນຜ່ານທາງແອັຟພິ ເຄຣຊັ່ນຕ່າງໆ ຄອຍສົ່ງຮູບໃຫ້ກັນເປັນປະຈຳບໍ່ວ່າຈະໄປເຮັດຫຍັງຢູ່ທີ່ໃດກໍ່ຕາມ ຍົກເວັ້ນແຕ່ເວລາເຂົ້າຫ້ອງນ້ຳ ທັງສອງຄົນກໍ່ໃຊ້ຊີວິດດັ່ງກັບຄູ່ຮັກຕາມປົກກະຕິ ແຕ່ທີ່ແຕກຕ່າງຈາກຄູ່ອື່ນໆຄືມັນເປັນຄວາມຮັກຜ່ານສື່ອອນລາຍ ເຖິງຈະຄົບກັນໃນນາມເກືອບປີແລ້ວ ແຕ່ທັງຄູ່ກໍ່ຍັງບໍ່ທັນໄດ້ມາພົບກັນຕົວເປັນໆຈັກເທື່ອ ເພາະຕ່າງຄົນຕ່າງຢູ່ໄກກັນ ຝ່າຍຊາຍເປັນນັກສຶກສາຕອນນີ້ກຳສຶກສາໃນລະດັບປະລິນຍາຕີຢູ່ທີ່ປະເທດຈີນ ສ່ວນຝ່າຍຍິງເປັນພະນັກງານຝ່າຍປະສານງານໂຄງການຊ່ວຍເຫຼືອແມ່ຍິງປະສົບເຄາະຮ້າຍ ເຊິ່ງປະຈຳຢູ່ທີ່ປາເຊ ແຂວງ ຈຳປາສັກ, ເມື່ອຮອດເທດສະການປີໃໝ່ຂອງຊາວຈີນ (ຕຣຸດຈີນ) ສົມພອນ ໄດ້ມີໂອກາດພັກປີໃໝ່ຈີນ ແລະ ກັບມາຢ້ຽມຢາມຄອບຄົວທີ່ນະຄອນຫຼວງວຽງຈັນປະເທດລາວ ປູນາດີໃຈສຸດຂີດທີ່ສົມພອນກັບມາ. ສົມພອນໄດ້ຂໍໃຫ້ປູນາຂຶ້ນມາພົບກັບຕົນທີ່ນະຄອນຫຼວງວຽງຈັນ ໂດຍໄດ້ຍື່ນຄຳຂາດຖ້າປູນາບໍ່ຂຶ້ນມາພົບໃນເທື່ອນີ້ຈະເລີກຕິດຕໍ່ ເຊິ່ງມັນໄດ້ສ້າງຄວາມກັງວົນໃຈ ແລະ ບໍ່ສະບາຍໃຈຢ່າງທີ່ສຸດໃຫ້ກັບສາວປູນາ ດ້ວຍຄວາມຢ້ານຂາດສຳພັນກັບສົມພອນຊາຍຄົນຮັກໃນໂລກໂຊຊ່ຽວ ໃນຕອນແລງວັນສຸກນາງຈິ່ງຕັດສິນໃຈນັ່ງລົດເມຈາກປາກເຊຂຶ້ນມາພົບກັບສົມທີ່ນະຄອນຫຼວງວຽງຈັນ ຕອນເຊົ້າມື້ຕໍ່ມາເພື່ອນຂອງປູນາໄດ້ມາຮັບນາງທີ່ຄິວລົດສາຍໃຕ້ ເພື່ອຈະໄປພັກທີ່ເຮືອນ ຕົກແລງມາປູນາກັບສົມພອນໄດ້ນັດພົບກັນທີ່ຮ້ານອາຫານແຫ່ງໜຶ່ງແຖມແຄມຂອງ ທັງຄູ່ວັນນີ້ແຕ່ງຕົວຈັດເຕັມເພື່ອໃຫ້ອີກຝ່າຍເຫັນແລ້ວຕ້ອງພໍໃຈໃນຄວາມງາມ ແລະ ຄວາມຫຼໍ່ຂອງຕົວເອງ ເມື່ອຮອດເວລານັດໝາຍທັງຄູ່ກໍ່ໄດ້ພົບໜ້າກັນຝ່າຍຍິງຕະລຶງໃນຄວາມຫຼໍ່ຂອງຝ່າຍຊາຍ ເພາະຕົວຈິງກັບຮູບນັ້ນມັກຊ່າງຫຼໍ່ບໍ່ແພ້ກັນ ສ່ວນຝ່າຍຊາຍຮູ້ສຶກຜິດຫວັງເລັກໜ້ອຍກັບໃບໜ້າຂອງຝ່າຍຍິງທີ່ມີສິວ ແລະ ຜິວກໍ່ຄ້ຳກວ່າທີ່ຄິດໄວ້ ເຊິ່ງມັນຕ່າງຈາກຮູບທີ່ເຫັນໃນເຟສ ແຕ່ເຖິງຢ່າງໃດກໍ່ຕາມທັງຄູ່ກໍ່ໄດ້ນັ່ງກິນເຂົ້າລົມກັນຈົນເວລາຜ່ານໄປເກືອບ 3 ຊົ່ວໂມງກ່ອນຈະແຍກກັນກັບ ຫຼັງຈາກກັບມາປູນາຄິດວ່າໂດຍລວມໆແລ້ວສົມພອນກໍ່ໜ້າຈະໂອເຄກັບຕົວເອງໃນລະດັບທີ່ໜ້າພໍໃຈສຸດໆ ແຕ່ສຳລັບສົມພອນຄິດວ່າປູນາຍັງຮູ້ສຶກບໍ່ໂອເທົ່າໃດ ເຖິງແມ່ນວ່າເວລາລົມກັບນາງແລ້ວຈະຮູ້ສຶກເປັນກັນເອງ ແລະ ສະບາຍໃຈກໍ່ຕາມ ແຕ່ຕິທີ່ຮູບລັກພາຍນອກນາງຍັງບໍ່ຖືກສະເປັກປານໃດຄື (ຕ້ອງສູງກວ່ານີ້, ຂາວກວ່ານີ້, ໜ້າຕາດີກວ່ານີ້) ສົມພອນຄິດໃນໃຈຫາກຈະໃຫ້ຄົບປູນາຫຼິ້ນໆກໍ່ຖືວ່າຄົບໄດ້ຢູ່.

ເຊົ້າມື້ຕໍ່ມາສຽງໂທລະສັບຂອງປູນາໄດ້ດັງຂຶ້ນ ສົມພອນໂທມານັດນາງໃຫ້ອອກມາພົບອີກເທື່ອໜຶ່ງເທື່ອນີ້ນັດໄປຍ່າງຫຼິ້ນນຳກັນທີ່ຕະຫຼາດມືດແຄມຂອງ ເຊິ່ງປູນາກໍ່ໄປຕາມຄຳຊວນ ຫຼັງຈາກຍ່າງເລາະຊື້ເຄື່ອງແລ້ວກ່ອນຈະກັບບ້ານ ສົມພອນໄດ້ເອີ່ຍຊວນປູນາໄປນອນຄ້າງຄືນກັບຕົວເອງ ແຕ່ນາງກໍ່ປະຕິເສດຄຳຊວນນັ້ນໄປຢ່າງເດັດຂາດ ເຊິ່ງການປະຕິເສດຂອງປູນາໃນຄັ້ງນີ້ມັນໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບສົມພອນພໍສົມຄວນ ວັນນີ້ທັງສອງຈາກກັນແບບບໍ່ແຮັບປີ້ຄືກັບຄືນວານ. ສົມພອນໄດ້ປິດເຄື່ອງບໍ່ອອນເຟສຄືທີ່ເຄີຍເຮັດ ປູນາພະຍາຍາມຕິດຕໍ່ຢ່າງຮ້ອນໃຈທັງຄືນແຕ່ກໍ່ບໍ່ມີສັນຍານໃດໆຕອບກັບຄືນມາ ແລະ ເຊົ້າວັນຕໍ່ມານາງໄດ້ໄປຂຶ້ນລົດທີ່ຄິວລົດສາຍໃຕ້ເພື່ອເດີນທາງກັບປາກເຊ ເພາະວັນຈັນຕ້ອງໄດ້ເຂົ້າການດ້ວຍຫົວໃຈທີ່ຮ້ອນຮົນໂຊກເສົ້າ

ສົມພອນຂາດການຕິດຕໍ່ຈາກປູຍາໄປເປັນເວລາ 15 ມື້ ກ່ອນທີ່ຄືນໜຶ່ງໃນຂະນະທີ່ປູນາກຳລັງນອນຫຼັບຢູ່ສຽງໂທລະສັບຂອງນາງດັງຂຶ້ນ ເຊິ່ງຄົນທີ່ໂທມານັ້ນແມ່ນສົມພອນນັ້ນເອງ ສົມພອນກ່າວຄຳຄິດຮອດປູນາດ້ວຍນ້ຳສຽງຄົນເມົາ ທັງສອງສົນທະນາກັນດົນເກືອບຊົ່ວໂມງ ລັງຈາກວາງສາຍປູນາເດືອບນອນບໍ່ຫຼັບເພາະຄິດຫາຄຳເວົ້າຂອງສົມພອນທີ່ໂທມາຂໍໂທດງອນງໍ້ ໃນໃຈຂອງປູນາທີ່ເຄີຍໂມໂຫຄຽດກໍ່ອ່ອນຍ້ວບລົງດັ່ງກັບຜັກຖືກນ້ຳຮ້ອນລວກໃນທັນທີ ແລະ ນັບຕັ້ງແຕ່ສົມພອນໂທມາຫາປູນາໃນຄືນນັ້ນ ສົມພອນກໍ່ຫາຍຕົວໄປອີກເກືອບເດືອນ ແລະ ກໍ່ຕິດຕໍ່ມາຫາປູນາທາງເຟສບຸກອີກຄັ້ງ ໃນລະຫວ່າງທັງຄູ່ໄດ້ສົນທະນາກັນສົມພອນກໍ່ຂໍມີເພດສຳພັນກັບປູນາອີກຄັ້ງແຕ່ກໍ່ຖືກປູນາປະຕິເສດອີກຄັ້ງ ຫຼັງຈາກທີ່ປູນາປະຕິເສດໄປພຽງ 5 ຊົ່ວໂມງ ສົມພອນກໍ່ລົງຮູບຖ່າຍຂອງຕົວເອງກັບສາວຄົນໜຶ່ງທີ່ໃສ່ແຄັບຊັ່ນຮູບວ່າ “ແຟນ” ພໍແຕ່ປູນາເຫັນຮູບເທົ່ານັ້ນລະນາງມີອາການເຖິງກັບຮ້ອນຮົນນັ່ງບໍ່ຕິດຕັ່ງຮູ້ສຶກຕົວຮ້ອນຕົວໜາວໃຈສັ່ນດັ່ງຄົນເປັນໄຂ້ຂຶ້ນມາທັນທີ ຫົວໃຈນີ້ມັນຮູ້ສຶກເຈັບ ນີ້ມັນຄົງເປັນອາການຂອງຄົນອົກຫັກ ແລະ ນັບຈາກວັນນັ້ນມາທັງສອງກໍ່ຂາດການຕິດຕໍ່ກັນ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...