spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໃຊ້ພ້າຟັນຄໍເດັກ ອາຍຸ 7 ປີ ເສຍຊີວິດຄາທີ່

ໃຊ້ພ້າຟັນຄໍເດັກ ອາຍຸ 7 ປີ ເສຍຊີວິດຄາທີ່

Published on

ເມື່ອວັນທີ 04 ພຶດສະພາ 2017 ໜັງສືພິມຄວາມສະຫງົບ ໄດ້ລາຍງານຂ່າວການຄາດຕະກຳ ເດັກຊາຍ ໄວອາຍຸ 7 ປີ ເສຍຊີວິດຄາທີ ເຊິ່ງມີເນື້ອໃນຂ່າວດັ່ງນີ້:

ເກີດເຫດໄວລຸ້ນ ອາຍຸ 26 ປີ ໃຊ້ພ້າຟັນຄໍ ແລະ ແຂນ ເດັກ ອາຍຸ 7 ປີ ຢູ່ບ້ານໜອງແວງ ເມືອງປະທຸມພອນ ແຂວງຈໍາປາສັກ ໃນວັນທີ 30 ເມສາ 2017 ຈົນເສຍຊີວິດຄາທີ່.

ເຈົ້າໜ້າທີ່ ປກສ ເມືອງປະທຸມພອນ ເປີດເຜີຍເບື້ອງຕົ້ນວ່າ: ຜູ້ກໍ່ເຫດຄື: ທ້າວ ສຸດໃຈ ອາຍຸ 26 ປີ ຢູ່ບ້ານໜອງແວ້ງ ເມືອງປະທຸມພອນ. ກ່ອນເກີດເຫດ, ທ້າວ ສຸດໃຈ ໄດ້ນັ່ງຢູ່ກ້ອງຕະລ່າງເຮືອນຂອງຜູ້ກ່ຽວ ແລະ ມີອາການກະວົນກະວາຍໃຈຮ້າຍ ແລະ ອາລະວາດໃສ່ພໍ່.

ໃນຂະນະນັ້ນ, ທ້າວ ບິນລີ້ ( ຜູ້ເສຍຊີວິດ ) ອາຍຸ 7 ປີ, ເຊິ່ງເປັນຄົນຢູ່ເຮືອນໃກ້ກັນໄດ້ຍ່າງໄປຫຼິ້ນນໍາຜູ້ກ່ຽວຢູ່ເຮືອນ. ຈາກນັ້ນ, ທ້າວ ສຸດໃຈ ກໍຍ່າງຂຶ້ນໄປເອົາພ້າຍາວປະມານ 40 ຊັງຕີແມັດ ແລ້ວຢ່າງລົງໄປຟັນໃສ່ແຂນ 1 ບາດ ແລະ ຟັນໃສ່ຄໍ 2 ບາດ ເຮັດໃຫ້ທ້າວ ບິນລີ້ ລົ້ມຟຸບລົງພື້ນນອນດີ້ນຈົມກອງເລືອດ ຈົນເສຍຊີວິດຄາທີ່. ຈາກນັ້ນ, ກໍຍ່າງໄປລ້າງພ້າຢູ່ຂ້າງເຮືອນ ແລ້ວເອົາໄປປະໄວ້ຄືເກົ່າ.

ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງປະທຸມພອນ ໃຫ້ຮູ້ວ່າ: ສາເຫດຂອງການຄາດຕະກໍາຄັ້ງນີ້ ຍັງຢູ່ໃນຂັ້ນຕອນຂອງການ ສອບສວນ ຄາດວ່າຜູ້ກ່ຽວອາດຈະເສບຢາບ້າຫຼາຍຈົນອາ ການປະສາດຫຼອນ ເປັນເຫດຄາດຕະກໍາໃນຄັ້ງນີ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...