Homeຂ່າວຕ່າງປະເທດຈີນເຫັນດີໃຫ້ "ທຣັມ" ກັບ "ຄິມ" ຫັນໜ້າເຈລະຈາກັນຢ່າງສັນຕິ

ຈີນເຫັນດີໃຫ້ “ທຣັມ” ກັບ “ຄິມ” ຫັນໜ້າເຈລະຈາກັນຢ່າງສັນຕິ

Published on

ສຳນັກຂ່າວເອເອຟພີລາຍງານໃນວັນອັງຄານ (02/05/2017) ວ່າ ຈີນອອກມາຮຽກຮ້ອງໃຫ້ລະງັບການຕິດຕັ້ງລະບົບປ້ອງກັນຂີປະນາວຸດ (ທາດ) ຂອງສະຫະລັດອາເມລິກາໃນດິນແດນເກົາຫຼີໃຕ້ທ່ກຳລັງເປັນບັນຫາຂັດແຍ້ງຢູ່ໃນຕອນນີ້ທັນທີ ເຊິ່ງມີຂຶ້ນບໍ່ພໍເທົ່າໃດຊົ່ວໂມງຫຼັງຈາກສະຫະລັດອາເມລິກາຢືນຢັນວ່າລະບົບປ້ອງກັນຂີປະນາວຸດທີ່ຕິດຕັ້ງໃນເກົາຫຼີໃຕ້ສາມາດໃຊ້ງານໄດ້ແລ້ວ.

“ຈຸດຢືນຂອງຈີນເປັນທີ່ຊັດເຈນ ແລະ ໝັ້ນຄົງ ເຮົາຂັດຄ້ານການຕິດຕັ້ງລະບົບທາດ (ໃນເກົາຫຼີໃຕ້) ແລະ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຢຸດຕິການຂົນອາວຸດຍຸດໂທປະກອນດັ່ງກ່າວເຂົ້າໄປ ຈີນຈະດຳເນີນມາດຕະການທີ່ຈຳເປັນເພື່ອສົ່ງເສີມຜົນປະໂຫຍດຂອງເຮົາ ” ທ່ານ ເກິ້ງ ຊ່ວງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນການຖະແຫຼງຂ່າວປະຈຳວັນ ທີ່ຍັງສະແດງຄວາມສະໜັບສະໜູນທ່າທີຂອງ ທ່ານ ໂດນັລ ທຣັມ ປະທານາທິບໍດີສະຫະລັດ ທີ່ກ່າວເມື່ອວັນກ່ອນວ່າເຂົາຍິນດີທີ່ຈະພົບປະຫາລືກັບທ່ານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ພາຍໃຕ້ເງື່ອນໄຂທີ່ເໝາະສົມ ເຊິ່ງເປັນອີກທ່າທີທີ່ອ່ອນຂໍ້ລົງຈາກການຂູ່ທີ່ຈະໃຊ້ກຳລັງທາງທະຫານກ່ອນໜ້ານີ້

“ຈີນເຊື່ອສະເໝີວ່າການເຈລະຈາ ແລະ ການປຶກສາຫາລືກັນເປັນຫົນທາງຈິງແທ້ ແລະ ເຮັດໄດ້ແທ້ໃນການບັນລຸຜົນສຳເລັດໃນການປົດນິວເຄຣຍ” ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ຫຼາຍຄັ້ງທີ່ສະຫະລັດ ແລະ ເກົາຫຼີເໜືອຄວນຕັດສິນໃຈລົງມືເຮັດ ແລະ ສະແດງໃຫ້ເຫັນເຖິງເຈດຕະນາອັນດີເພື່ອທີ່ຈະສາມາດສ້າງບັນຍາກາດທີ່ດີໃນການເລີ່ມຕົ້ນເຈລະຈາສັນຕິພາບ ແລະ ແກ້ໄຂບັນຫາຕ່າງໆທີ່ມີຢູ່.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...