spot_img
Homeຂ່າວພາຍ​ໃນສະຫວັນຯ ປະຕິບັດວິໄນຕໍ່ລັດຖະກອນ ທີ່ເຜີຍແພ່ວິດີໂອໂປ້ຂອງຕົນເອງ

ສະຫວັນຯ ປະຕິບັດວິໄນຕໍ່ລັດຖະກອນ ທີ່ເຜີຍແພ່ວິດີໂອໂປ້ຂອງຕົນເອງ

Published on

ວັນທີ 10 ເມສາ 2017 ທີ່ຜ່ານມາ ເຈົ້າແຂວງແຂວງສະຫວັນນະເຂດ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍ ການປະຕິບັດມາຕະການທາງດ້ານວິໄນຕໍ່ລັດຖະກອນ.

ເນື້ອໃນຂອງຂໍ້ຕົກລົງແມ່ນ:
1. ໃຫ້ປະຕິບັດວິໄນ ຕໍ່ນາງ ວິລະດາ (ສະຫງວນນາມສະກຸນ) ພະນັກງານວິຊາການ ສັງກັດພະແນກໂຍທາທິການແລະຂົນສົ່ງແຂວງ ໃນຂັ້ນສີ່ ຄື ໃຫ້ລຶບຊື່ອອກຈາກບັນຊີລັດຖະກອນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ ເນື່ອງຈາກເມື່ອວັນທີ 2 ພະຈິກ 2016 ທີ່ຜ່ານມາ ປາກົດວ່າມີການລົງສື່ສັງຄົມອອນລາຍຄລິບໂປ້ອະນາຈານກ່ຽວກັບຜູ້ກ່ຽວເອງ ຮ່ວມກັບຜູ້ຊາຍຜູ້ໜຶ່ງ ຜ່ານເຄືອຂ່າຍອິນເຕີເນັດຢ່າງກວ້າງຂວາງ ເປັນການກະທຳທີ່ບໍ່ເໝາະສົມ, ສ້າງຄວາມເສື່ອມເສຍແກ່ອົງການຈັດຕັ້ງ, ຮີດຄອງປະເພນີ, ວັດທະນະທຳ ແລະລະບຽບກົດໝາຍ.
2. ໃຫ້ປະກາດຄວາມຜິດຂອງຜູ້ກ່ຽວ ໃຫ້ທຸກອົງການຈັດຕັ້ງໃນທົ່ວແຂວງຮັບຮູ້ຢ່າງກວ້າງຂວາງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...