spot_img
Homeຂ່າວຕ່າງປະເທດ"ທຣັມ" ຕໍ່ສາຍຫາ "ດູແຕຣ໌ເຕ" ເຊີນໄປທຳນຽບຂາວຫາລືເລື່ອງເກົາຫຼີເໜືອ

“ທຣັມ” ຕໍ່ສາຍຫາ “ດູແຕຣ໌ເຕ” ເຊີນໄປທຳນຽບຂາວຫາລືເລື່ອງເກົາຫຼີເໜືອ

Published on

ສຳນັກຂ່າວເອຟພີ ແລະ ຣອຍເຕີລາຍງານ ເມື່ອວັນທີ 29 ເມສາ 2017 ວ່າ ທຳນຽບປະທານາທິບໍດີສະຫະລັດອາເມລິກາ ຖະແຫລງການວ່າ ປະທານາທິບໍດີ ໂດນັລ ທຣັມ ແຫ່ງສະຫະລັດ ໄດ້ເຊີນ ປະທານາທິບໍດີ ໂຣດຣິໂກ ດູແຕຣ໌ເຕ ແຫ່ງຟິລິບປິນ ເດີນທາງໄປທີ່ທຳນຽບຂາວ ເພື່ອຫາລືກ່ຽວກັບໄພຄຸກຄາມຈາກປະເທດເກົາຫຼີເໜືອ

ຖະແຫຼງການໄດ້ລະວ່າ ທຣັມ ໄດ້ສົນທະນາກັບຜູ້ນຳຟິລິບປິນຜ່ານທາງໂທລະສັບ ເຊິ່ງເປັນການສົນທະນາກັນຢ່າງເປັນມິດ ໂດຍຜູ້ນຳທັງສອງໄດ້ຫາລືກ່ຽວກັບເລື່ອງທີ່ອາຊຽນສະແດງຄວາມເປັນຫ່ວງກັງວົນກ່ຽວກັບຄວາມໝັ້ນຄົງໃນລະດັບພາກພື້ນ ຮວມໄປເຖິງໄພຄຸກຄາມຈາກເກົາຫຼີໜືອ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ທີ່ປະເທດ ຟິລິບປິນເປັນເຈົ້າພາບຈັດກອງປະຊຸມ.

ນອກຈາກນີ້ ຜູ້ນຳທັງສອງຍັງຫາລືກ່ຽວກັບຂໍ້ແທ້ຈິງກ່ຽວກັບການທີ່ລັດຖະບານຟິລີບປິນກຳລັງຕໍ່ສູ້ຢ່າງໜັກເພື່ອກຳຈັດຢາເສຍຕິດອອກໄປໃຫ້ໝົດຈາກປະເທດ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...