Home​ຂ່າວບັນເທິງ"ລູກໝີ" ໂຊພະລັງສຽງໃນລາຍການ “I CAN SEE YOUR VOICE” (ປະເທດໄທ)

“ລູກໝີ” ໂຊພະລັງສຽງໃນລາຍການ “I CAN SEE YOUR VOICE” (ປະເທດໄທ)

Published on

ບັນເທີງກັບລາວໂພສຕ໌ ມື້ນີ້ແອັດ ຈະມາເກາະກະແສຂ່າວສາຍບັນເທີງທີ່ກຳລັງເປັນທີ່ຮືຮາໃນໂລກໂຊຊຽວ ເມື່ອຄືນວານນີ້ (26/04/2017) ຖ້າຫາກໃຜໄດ້ເບິ່ງລາຍການ “I CAN SEE YOUR VOICE” ທາງຊ່ອງ 23 ເວີກພອຍ ເຊິ່ງສີລະປິນແຂກຮັບເຊີນໃນວັນນັ້ນແມ່ນ ນູນາ ລັດທິດາ ແຕ່ນັ້ນຍັງບໍ່ແມ່ນປະເດັ່ນ

ເມື່ອໜຶ່ງໃນ 7 ປິດສະໜານັ້ນມີສາວລາວເຂົ້າຮ່ວມຄົນໜຶ່ງທີ່ມີຊື່ວ່າ ນາງ ຄອນມີໄຊ ພາໄຊສີສຸນົນ (ລູກໝີ) ອາຍຸ 25 ປີ, ອາຊີບນັກທຸລະກິດ ໄດ້ໂຊພະລັງສຽງ ຮ້ອງເພງ “ເມຍເກົ່າ” ງານນີ້ເຮັດໃຫ້ທັງນັກສີລະປິດຮັບເຊີນ, ແກ້ງນັກສືບ ແລະ ຜູ້ຊົມທີ່ຢູ່ຫ້ອງສະຕູດີໂອເຖິງກັບຕະລຶງໃນນ້ຳສຽງຂອງນາງ.

ລູກໝີສາວງາມສຽງດີອີກຄົນທີ່ໄປສະແດງຄວາມສາມາດດ້ານການຮ້ອງເພງທີ່ລາຍການດັງຂອງທາງເພື່ອນບ້ານຈະມີສຽງມ່ວນຂະໜາດໃດນັ້ນ ຖ້າໃຜຍັງບໍ່ທັນໄດ້ເບິ່ງ ມື້ນີ້ແອັດມິນມີມາຝາກ ເຮົາມາເບິ່ງວິດີໂອດ້ານລຸ່ມກັນເລີຍ

ວິດີໂອຈາກ:WorkpointOfficial
ຮູບພາບຈາກ:Khonmisay Phasaysisounone

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...