spot_img
Homeວິທະຍາສາດ-ວິທະຍາການໜອນແວ໊ກຍ່ອຍສະຫລາຍພລາສຕິກໄດ້ ຄວາມຫວັງໃນການແກ້ບັນຫາພລາສຕິກລົ້ນໂລກ

ໜອນແວ໊ກຍ່ອຍສະຫລາຍພລາສຕິກໄດ້ ຄວາມຫວັງໃນການແກ້ບັນຫາພລາສຕິກລົ້ນໂລກ

Published on

Federica Bertocchini ນັກວິທະຍາສາດທີ່ສະຖາບັນ Institute of Biomedicine and Biotechnology of Cantabria ປະເທດສະເປນ ແລະ ເປັນນັກລ້ຽງເຜິ້ງສະໝັກຫຼິ້ນໄດ້ພົບກັບເລື່ອງບັງເອີນ ເມື່ອນາງໄດ້ເອົາໜອນແວ໊ກອອກຈາກຮັງເຜິ້ງ ໃສ່ມັນໄວ້ໃນຖົງຢາງພລາສຕິກມັດປາກຖົງໄວ້ທີ່ເຮືອນ ແລະ ນາງໄດ້ພົບວ່າໜອນຕົວນັ້ນໄດ້ຫາຍຕົວໄປ ແລະ ຖົງຢາງພລາສຕິກທີ່ມາ່ໜອນຕົວນັ້ນຂາດເປັນຮູ

ນັກວິທະຍາາດໄດ້ຄົ້ນພົບວ່າ ຕົວອ່ອນຂອງໜອນແມງກະເບື້ອກາງຄືນ Galleria mellonella ຫຼື ມີຊື່ທີ່ຮຽກວ່າ Greater wax moth ມີຄວາມສາມາດໃນການຍ່ອຍສະຫຼາຍພລາສຕິກໄດ້ ເຊິ່ງອາດເປັນກຸນແຈສຳຄັນທີ່ຈະໃຊ້ໃນການກຳຈັດພລາສຕິກໄດ້ ໂດຍໜອນຊະນິດນີ້ສາມາດຍ່ອຍສະຫຼາຍສານ “Polyethylene” ເຊິ່ງຖົງຢາງພລາສຕິກສ່ວນຫຼາຍແມ່ນໃຊ້ເປັນວັດຖຸດິບໃນການຜະລິດ ແລະ ຍ່ອຍສະຫຼາຍຍາກ.

ນີ້ຖືວ່າເປັນຂ່າວດີ ສຳລັບວົງການວິທະຍາສາດ ເພາະວ່າກ່ອນໜ້ານີ້ນັກວິທະຍາສາດຈະຄົ້ນພົບແບດທີເຣຍທີ່ສາມາດຍ່ອຍສະຫຼາຍພລາສຕິກໄດ້ແລ້ວ ແຕ່ຄວາມໄວໃນການຍ່ອຍສະຫຼາຍພລາສຕິກເຮັດໄດ້ຊ້າຫຼາຍ ບໍ່ອາດທຽບກັບຄວາມໄວທີ່ໜອນ Greater wax moth ເຮັດໄດ້.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...