Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

ໂດຍຕອບສະໜອງ ຕາມການເຊີນຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫງວຽນ ຊວັນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງລັດຖະບານ ແຫ່ງ ສສ.ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ແຕ່ວັນທີ 26-27 ເມສາ 2017, ເຊິ່ງເປັນການຢ້ຽມຢາມທາງການ ຄັ້ງທຳອິດ ແລະ ເປັນການເຄື່ອນໄຫວກິດຈະກຳ ສະເຫລີມສະຫລອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017”.

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນຕອນເຊົ້າ ຂອງວັນທີ 26 ເມສາ 2017, ທີ່ ສຳນັກງານ ນາຍົກລັດຖະມົນຕີ, ໄດ້ມີພິທີຕ້ອນຮັບ ຢ່າງເປັນທາງການ ທີ່ດຳເນີນໄປດ້ວຍ ບັນຍາກາດອັນອົບອຸ່ນ ແລະ ສົມກຽດ. ພາຍຫລັງສຳເລັດ ພິທີຕ້ອນຮັບ ຢ່າງເປັນທາງການ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ນາຍົກລັດຖະ ມົນຕີລາວ ແລະ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມດ້ວຍຄະນະ, ໂດຍສອງຝ່າຍ ໄດ້ປຶກສາຫາລືກັນຢ່າງກົງໄປກົງມາ, ດ້ວຍຄວາມຈິງໃຈ ກ່ຽວກັບການທົບທວນຄືນ ການຈັດຕັ້ງຜັນຂະຫຍາຍ ເນື້ອໃນຂອງຖະແຫລງການຮ່ວມ ແລະ ຂໍ້ຕົກລົງຂັ້ນສູງຕ່າງໆ, ໂດຍສະເພາະແມ່ນ ຜົນຂອງກອງປະຊຸມ ຄັ້ງທີ 39 ຂອງຄະນະກຳມະການຮ່ວມມື ທະວິພາຄີຂອງ ສອງລັດຖະບານ ແລະ ຈະສືບຕໍ່ເສີມຂະຫຍາຍ ການຈັດຕັ້ງປະຕິບັດ ການຮ່ວມມື ໃນຕໍ່ໜ້າໃຫ້ມີ ປະສິດທິຜົນສູງກວ່າເກົ່າ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ໃນບັນຫາສາກົນ ແລະ ພາກພື້ນ ອັນພົ້ນເດັ່ນທີ່ສອງຝ່າຍ ມີຄວາມສົນໃຈ, ພ້ອມທັງ ຢືນຢັນສືບຕໍ່ ການປະສານສົມທົບກັນ ຢ່າງແໜ້ນແຟ້ນ ຢູ່ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ຢູ່ ສປຊ, ອາຊຽນ ແລະ ບັນດາກົນໄກການຮ່ວມມື ໃນອະນຸພາກພື້ນອື່ນໆ.
ໃນໂອກາດນີ້, ສອງຝ່າຍໄດ້ບັນລຸຂໍ້ຕົກລົງ ໃນລະດັບສູງ ແລະ ໄດ້ຮ່ວມກັນເປັນ ສັກຂີພິຍານ ການລົງນາມ ເອກະສານຮ່ວມມືກັນ ຈຳນວນເຖິງ 8 ສະບັບ ຄື:

1. ຂໍ້ຕົກລົງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ.ຫວຽດນາມ ວ່າດ້ວຍການຮ່ວມລົງທຶນ ເພື່ອພັດທະນາທ່າເຮືອ ຫວຸ້ງອ່າງ (ທ່າທຽບເຮືອ 1, 2 ແລະ 3) ເປັນທ່າເຮືອສາກົນ ລາວ-ຫວຽດນາມ.
2. ຂໍ້ຕົກລົງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ.ຫວຽດນາມ ວ່າດ້ວຍການລົງທຶນ ກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ມາຢູ-ເຕີນເອີບ-ຫວຸ້ງອ່າງ.
3. ຂໍ້ຕົກລົງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ.ຫວຽດນາມ ວ່າດ້ວຍການລົງທຶນກໍ່ສ້າງ ເສັ້ນທາງພູທິດເຜິ້ງ, ແຂວງຫລວງພະບາງ ຫາຊາຍແດນນາຊອນ ຕິດກັບ ເມືອງດຽນບຽນ, ແຂວງດຽນບຽນ, ສສ.ຫວຽດນາມ.
4. ຂໍ້ຕົກລົງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ. ຫວຽດນາມ ວ່າດ້ວຍການສຶກສາ ຄວາມເປັນໄປໄດ້ (FS) ບັນດາໂຄງການ: ໂຄງການຍົກລະດັບເສັ້ນທາງ 18B, ແຂວງ ອັດຕະປື; ເສັ້ນທາງມາແຕ່ບ້ານ ປຸ່ງທ່າ-ລຽບແມ່ນ້ຳທາມາ-ເພຍລີ, ແຂວງໄຊສົມບູນ; ເສັ້ນທາງແຕ່ແຂວງ ໄຊສົມບູນ-ເຕເບເລ-ພູກ່ອງເຂົ້າ-ຊ້ຳຫໍ້ປາດົງ, ແຂວງໄຊສົມບູນ ສປປ ລາວ.
5. ອະນຸສັນຍາ ເພື່ອປັບປຸງສັນຍາ ວ່າດ້ວຍສິນຄ້າຜ່ານແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ ໃນ ປີ 2009.
6. ອະນຸສັນຍາ ວ່າດ້ວຍການຮ່ວມມື ທາງດ້ານການສຶກສາ ລະຫວ່າງ ລັດຖະບານສອງປະເທດ ວ່າດ້ວຍການສ້າງ ບຸກຄະລາກອນ.
7. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ. ຫວຽດນາມ ກ່ຽວກັບ ໂຄງການກໍ່ສ້າງສາງພັກ ນ້ຳມັນທ່າເຮືອຮ່ອນລາ ແລະ ລະບົບທໍ່ສົ່ງນ້ຳມັນ ຮ່ອນລາ-ຄຳມ່ວນ.
8. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຊື້ຂາຍໄຟຟ້າ ຢູ່ໂຮງງານໄຟຟ້າ ພະລັງຄວາມຮ້ອນເຊກອງ ລະຫວ່າງ ກຸ່ມບໍລິສັດ ພະລັງງານໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດ ພອນສັກລາວ. ນາຍົກຫວຽດນາມ ແລະ ກະຊວງສຶກສາ ຫວຽດນາມ ໄດ້ມອບປຶ້ມ ວັດຈະນານຸກົມ ລາວ-ຫວຽດ, ຫວຽດ-ລາວ ໃຫ້ຝ່າຍລາວ ຈຳນວນໜຶ່ງ, ເຊິ່ງປຶ້ມດັ່ງກ່າວ ເປັນຜົນງານສ້າງຮ່ວມກັນ ລະຫວ່າງ ສອງກະຊວງສຶກສາ ຫວຽດນາມ ແລະ ລາວ.

ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວັນຟຸກ ແລະ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ການນຳຂັ້ນສູງ ສອງປະເທດ ຮ່ວມກັນ ເປີດປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ຢ່າງເຄັ່ງຂຶມ ເພື່ອສະເຫລີມສະຫລອງ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງ ສາຍພົວພັນການທູດ ສອງປະເທດ ຄົບຮອບ 55 ປີ ຂຶ້ນຢ່າງເປັນທາງການ, ແນໃສ່ສ້າງຄວາມເຂົ້າໃຈ ແລະ ປູກຈິດສຳນຶກທົ່ວສັງຄົມ ລາວ-ຫວຽດນາມ ເຂົ້າໃຈຕໍ່ສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ສອງປະເທດ ລາວ-ຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ, ທັງສະແດງເຖິງ ຄວາມຕັດສິນໃຈຂອງການນຳ ຂອງສອງປະເທດ ໃນການຮ່ວມມືກັນ ຈັດຕັ້ງບັນດາກິດຈະກຳ ເພື່ອເຮັດໃຫ້ການຮ່ວມມືຂອງສອງປະເທດ ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ ແລະ ມີປະສິດທິຜົນກວ່າເກົ່າ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...