ເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 33

ຕອນທີ 33

ອາລີ້ເມື່ອກັບການທໍລະມານສັງຂານຕົວເອງທັງເມົາມາຍ, ອົດເຂົ້າ,​ອົດນ້ຳປະຊົດຊີວິດກໍ່ແລ້ວ ແຕ່ກໍ່ບໍ່ມີສິ່ງໃດດີຂຶ້ນຄວາມເມົາມັນບໍ່ສາມາດເຮັດໃຫ້ລືມຄວາມທຸກໂສກໄປຊົ່ວນິລັນໄດ້ ມີແຕ່ເຮັດໃຫ້ຄຸນຄ່າຂອງຕົວເອງຫຼຸດໜ້ອຍຖອຍລົງໄປເລື່ອຍໆ ເມື່ອຄິດທົບທວນຄຳເວົ້າຂອງແມັກກີ້ຜູ້ເປັນເພື່ອນເວົ້າເຕືອນສະຕິຕົນແລ້ວກໍ່ມີເຫດຜົນຢູ່ຫຼາຍສ່ວນທີ່ເວົ້າຖືກ ຄືນນີ້ເປັນຄ່ຳຄືນເດືອນເພັງສະຫວ່າງທົ່ວທ້ອງຟ້າແຕ່ເຫດໃດຫົວໃຈນີ້ຊ່າງມົ່ນໝອງມືດມິດ ກາງເດິກຜູ້ຄົນນອນໝົດອາລີ້ໄດ້ອອກມານັ່ງດຽວດາຍໃຕ້ແສງຈັນຊຶມເສົ້າເຫງົາຫງອຍປຽບຕົນດັ່ງຕົ້ນຈຳປາທີ່ອ້າງວ້າງດັ່ງດວງມາລາຜິດຫວັງໃນຮັກແຫ່ວແຫ້ງລົງສູ່ພື້ນດິນ.

ຄົບກຳນົດສຳມະນາໜຶ່ງອາທິດເອກກໍ່ຟ້າວເດີນທາງກັບມາທີ່ເມືອງລາວທັນທີເພື່ອຈະມາປັບຄວາມເຂົ້າໃຈກັບຍິງທີ່ຮັກ ຫຼັງຄົນຂັບລົດມາຮັບທີ່ສະໜາມບິນເອກກໍ່ຟ້າວໃຫ້ຄົນຂັບລົດພາຕົນໄປທີ່ເຮືອນຫຼັງທີ່ມີອາລີ້ອາໃສຢູ່ ເມື່ອເອກມາຮອດເຮືອນກໍ່ຟ້າວຖືກະເປົາຂຶ້ນໄປທີ່ຫ້ອງ ເມື່ອໄຂປະຕູເຂົ້າໄປກໍ່ຮູ້ສຶກແປກໃຈເລັກໜ້ອຍ ເພາະຫ້ອງຫົກຄືກັບບໍ່ມີຄົນຢູ່ ຫັນໄປແນມເບິ່ງໂຕະແຕ່ງໜ້າເຄື່ອງສຳອາງຍັງມີຄືເກົ່າ, ເອກຍ່າງໄປເບິ່ງທີ່ຫ້ອງນ້ຳເຫັນຫ້ອງນ້ຳແຫ້ງຄືກັບບໍ່ມີຄົນໃຊ້ຫ້ອງນ້ຳນີ້ມາດົນແລ້ວ ເອກເລີຍຍ່າງອອກຈາກຫ້ອງຍ່າງເຂົ້າເຮືອນຂົວເຫັນແຕ່ຖ້ວຍຈານທີ່ກິນແລ້ວບໍ່ລ້າງວາງໄວ້ເຕັມອ່າງລ້າງຖ້ວຍ ເອກອອກຈາກຫ້ອງຄົວຍ່າງໄປຫ້ອງຊັກເຄື່ອງກໍ່ເຫັນພຽງເສື້ອທີ່ນຸ່ງແລ້ວຍັງບໍ່ທັນໄດ້ຊັກເຕັມກະຕ່າ ເອກເລາະຫ້ອງນັ້ນຫ້ອງນີ້ແຕ່ກໍ່ບໍ່ເຫັນອາລີ້, ໝີນ້ອຍທີ່ນອນພັກຜ່ອນທີ່ຫ້ອງນອນຊັ້ນເທິງໄດ້ຍິນສຽງເອກຮ້ອງຫາອາລີ້ ນາງຈິ່ງຮູ້ເມື່ອຕື່ນຄ່ອຍລຸກອອກຈາກຕຽງໄຂປະຕູອອກມາຢືນຢູ່ທີ່ຫົວຂັນໄດ້ ກໍ່ເຫັນເອກພະວ້າພະວົງສີໜ້າຕື່ນຕົກໃຈດັ່ງກັບຄົນຫາຍ,  ໝີນ້ອຍທີ່ຢືນຢູ່ຫົວຂັນໄດ້ເລີຍເອີ່ຍອອກມາວ່າ:

ໝີນ້ອຍ: “ຢ່າຊອກຫາຕົວມັນໃຫ້ເມື່ອຍເລີຍ! ເພາະມັນໜີ້ອອກຈາກເຮືອນໄປຕັ້ງແຕ່ຄືນນັ້ນແລ້ວ! ປານນີ້ບໍ່ຮູ້ວ່າມັນໄປຕາຍຫ່າທາງໃດແລ້ວ ຫຼື ວ່າມັນຈະໜີຕາມຜູ້ຊາຍໄປແລ້ວກໍ່ບໍ່ຈັກ”
ເອກໂມໂຫຂຶ້ນມາທັນທີຟ້າວຫັນມາເບິ່ງໜ້າໝີນ້ອຍດ້ວຍສີໜ້າແວວຕາບໍ່ພໍໃຈຢ່າງໜັກ ເອກຍ່າງຂຶ້ນມາຫາໝີນ້ອຍທີ່ຢືນຢູ່ຫົວຂັນໄດໂດຍໄວ ເມື່ອມາຮອດຕົວໝີນ້ອຍກໍ່ບໍ່ລໍຊ້າທີ່ຈະໃຊ້ມືຊ້າຍຢື່ນໄປບີບຄໍໝີນ້ອຍຢູ້ໄປແນບເຂົ້າກັບຝາທັງເວົ້າດ້ວຍນ້ຳສຽງຮ້າຍໃສວ່າ
ເອກ: “ຮຸບປາກເນົ່າໆຂອງເຈົ້າສະ! ອາລີ້ບໍ່ມີທາງເຮັດເລື່ອງຕ່ຳໆແບບທີ່ເຈົ້າເວົ້າ”

ໝີນ້ອຍໜ້າແດງກ່ຳຕາເຫຼືອກເພາະຫາຍໃຈບໍ່ອອກ ມືທັງສອງຂອງໝີນ້ອຍພະຍາຍາມແກະມືຂອງເອກທີ່ບີບຄໍຂອງຕົນອອກຢ່າງຍາກລຳບາກ ກ່ອນທີ່ເອກຈະດຶງສະຕິຄືນມາແລ້ວຄິດໄດ້ກ່ອນຈະປ່ອຍມືຈາກຄໍນາງແລ້ວຍ່າງກັບເຂົ້າໄປທີ່ຫ້ອງນອນຂອງຕົນເອງກັບອາລີ້ ໂດຍບໍ່ໄດ້ສົນໃຈກັບໝີນ້ອຍວ່າຈະເປັນແນວໃດເລີຍ ເອກໄປໄຂຕູ້ເພື່ອກວດເບິ່ງເສື້ອຜ້າ ເຊິ່ງປະກົດວ່າມີເສື້ອຜ້າອາລີ້ບາງສ່ວນຫາຍໄປ ພ້ອມທັງກະເປົາໃສ່ເຄື່ອງກໍ່ຫາຍໄປ, ຫຼັງຈາກນັ້ນເອກກໍ່ມາໄຂເບິ່ງລິ້ນຊັກໂຕະ ກັບ ຕູ້ ທັງໂທລະສັບ, ປື້ມບັນຊີທະນາ ຄານຂອງອາລີ້ຫາຍໄປໝົດ ນີ້ມັນໝາຍຄວາມວ່າອາລີ້ເມຍສຸດທີ່ຮັກໄດ້ຫຼົບໜີອອກຈາກເຮືອນໄປຄືກັບໝີນ້ອຍກ່າວໄວ້ແທ້ ຫົວໃຈລູກຜູ້ຊາຍຕົກວູບລົງກັບພື້ນເຖິງຂັ້ນເຂົ່າອ່ອນນັ່ງລົງພື້ນຫ້ອງທັນທີ ຕອນນີ້ສະໝອງເອກຕັນຕຶ້ງຄິດຫຍັງບໍ່ອອກ ບໍ່ຮູ້ວ່າຈະເລີ່ມຕົ້ນຈາກຈຸດໃດດີ ໄດ້ແຕ່ນັ່ງຊຶງດັ່ງຄົນໝົດປັນຍາທີ່ຂ້າງຕູ້ໂດຍລຳພັງເກືອບຊົ່ວໂມງ ສຽງໂທລະສັບຢູ່ໃນຖົງໂສ້ງດັງຂຶ້ນຫຼາຍເທື່ອຕັດໄປຫຼາຍສາຍ ມາດາມ ລິນດາ ຮ້ອນໃຈທີ່ລູກຊາຍບໍ່ຮັບສາຍໂທລະສັບ ເອກຂັງຕົວເອງຢູ່ກັບຄວາມເສົ້າໃນຫ້ອງນອນຄົນດຽວຕັ້ງແຕ່ສວາຍຈົນມືດ ກ່ອນຈະຄິດຕັດສິນໃຈຈັບເອົາຜ້າພັນຄໍທີ່ອາລີ້ທັກໃຫ້ເປັນຂອງຂັວນເກີດໃນຕູ້ເສື້ອຜ້າອອກມາຈັບໄວ້ມືຊ້າຍ ສ່ວນມີຂວາລາກກະເປົາເຄື່ອງທີ່ຖືມາຈາກສະໜາມບິນອອກໄປຈາກຫ້ອງນອນ, ເອກຄ່ອຍຍ່າງອອກຈາກເຮືອນດັ່ງຄົນຈິດໃຈເລື່ອນລອຍ ເຖິງໝີນ້ອຍຈະດຶງລັ້ງໄວ້ບໍ່ໃຫ້ໄປແຕ່ເອກກໍ່ບໍ່ສົນໃຈສະລັດໝີນ້ອຍອອກຈາກຕົວລູກດຽວ ເອກຍ່າງເຂົ້າໄປໃນລົດ ແລະ ໃຫ້ຄົນຂັບລົດທີ່ໄປຮັບຢູ່ສະໜາມບິນຂັບລົດພາຕົນອອກຈາກເຮືອນຫຼັງນັ້ນ ເຫຼືອໄວ້ພຽງໝີນ້ອຍທີ່ນັ່ງຮ້ອງໄຫ້ໂດດດ່ຽວລຳພັງ.

ເມື່ອອອກຈາກເຮືອນຫຼັງນັ້ນເອກໃຫ້ຄົນຂັບລົດຂັບລົດພາຕົນໄປທີ່ເຮືອນປ້າລຸງຂອງອາລີ້ເພື່ອຕາມຫາແຕ່ກໍ່ຕ້ອງຫອບຄວາມຜິດຫວັງກັບມາ ນອກຈາກບໍ່ພົບອາລີ້ຢູ່ທີ່ນັ້ນແລ້ວ ປ້າຂອງອາລີ້ຍັງບອກກັບເອກວ່າ ອາລີ້ມາກັບເພື່ອນຜູ້ຊາຍແລ້ວກໍ່ຫາຍໄປນັບຕັ້ງແຕ່ມື້ນັ້ນຈົນດຽວນີ້ກໍ່ຕິດຕໍ່ບໍ່ໄດ້ ບໍ່ຮູ້ວ່າອາລີ້ໄປຢູ່ບ່ອນໃດ ເຊິ່ງມັນເຮັດໃຫ້ເອກຄິດໜັກກັບຄຳທີ່ປ້າບອກວ່າອາລີ້ຫາຍໄປກັບເພື່ອນຜູ້ຊາຍ ຫຼື ວ່າອາລີ້ຈະໜີຕາມຜູ້ຊາຍໄປແທ້ໆ ຄືກັບໝີນ້ອຍບອກ ແຕ່ກໍ່ບໍ່ປັກໃຈເຊື່ອ 100%, ເຊົ້າຕໍ່ມາກ່ອນເຂົ້າໄປທີ່ບໍລິສັດເອກໄດ້ແວ່ເຂົ້າໄປໂຮງຮຽນຂອງອາລີ້ຮຽນຢູ່ກ່ອນເພື່ອສອບຖາມຄູປະຈຳຫ້ອງ ກັບໄດ້ຮັບຮູ້ວ່າອາລີ້ຂໍລາອອກຈາກໂຮງຮຽນແລ້ວ ແລະ ເພື່ອນໆໃນຫ້ອງກໍ່ປະຕິເສດວ່າບໍ່ໄດ້ຕິດຕໍ່ກັບອາລີ້ ບໍ່ຮູ້ວ່າອາລີ້ນັ້ນໄປທີ່ໃດ ລວມທັງແມັກກີ້ທີ່ຮູ້ທຸກເລື່ອງແຕ່ເກັບປາກງຽບບໍ່ເອີ່ຍສິ່ງໃດໆ ດັ່ງນັ້ນເອກຈິ່ງຍ່າງອອກຈາກຫ້ອງມາຂຶ້ນລົດຂັບກັບບໍລິສັດດ້ວຍຄວາມຜິດຫວັງ.

ຫຼັງຈາກເອກມາຮອດຫ້ອງການເທົ່ານັ້ນກໍ່ຖືກທ່ານປະທານບໍລິສັດຜູ້ເປັນແມ່ເອີ້ນເຂົ້າພົບ ເພື່ອສອບຖາມກ່ຽວກັບເລື່ອງທີ່ເອກໄປສຳມະນາທີ່ຕ່າງປະເທດວ່າໄດ້ຄວາມແນວໃດແນ່ ເຖິງເອກຈະມີເລື່ອງກຸ້ມໃຈຢູ່ຂ້າງໃນແຕ່ກໍ່ຍັງແຍກແຍະເວລາງານກັບເລື່ອງສ່ວນຕົວອອກຈາກກັນໄດ້ດີຢູ່ສະເໝີ, ໃນຂະນະທີ່ເອກກຳລັງສົນ ທະນາກັບປະທານບໍລິສັດທີ່ຫ້ອງເຮັດວຽກ ກໍ່ໄດ້ຍິນສຽງຜູ້ຄົນໂວຍວາຍຈາກທາງນອກ ມາດາມ ລິນດາ ປະທານ ບໍລິສັດ ກັບເອກຮອງປະທານບໍລິສັດ ພ້ອມນູ່ນີ່ກຳມະການບໍລິສັດຟ້າວອອກມາຈາກຫ້ອງເພື່ອມາເບິ່ງວ່າມັນເກີດເລື່ອງວຸ້ນວາຍຫຍັງຂຶ້ນ, ທັງຫົວໜ້າ ແລະ ພະນັກງານເກືອບທັງບໍລິສັດໃນຕຶກບໍລິຫານຫ້ອງການໄດ້ພາກັນມາຫຸ້ມຢູ່ທີ່ໜ້າຫ້ອງເຮັດວຽກຂອງເອກ ເບິ່ງຜູ້ຍິງສອງຄົນກຳລັງປະທະສີປາກກັນຢ່າງດຸເດືອດກ່ອນຈະລົງມືຕົບຕີກັນ ເຊິ່ງສອງສາວທີ່ມີເລື່ອງກັນກໍ່ບໍ່ແມ່ນໃຜອື່ນໄກຄົນໜຶ່ງກໍ່ເປັນໝີນ້ອຍທີ່ມາທວງຕຳແໜ່ງເລຂາສ່ວນຕົວຂອງເອກທີ່ປະທານບໍລິສັດຍົກໃຫ້ສະລັກໃຈ ລູກສາວເສດຖີຂາຄູ່ທຸລະກິດທີ່ມາດາມ ລິນດາ ໝາຍໝັ້ນປັ້ນມືວ່າຈະໃຫ້ນາງເປັນລູກໄພ້ຄົນຕໍ່ໄປຂອງຕົນເອງໃນອານາຄົດ. ໝີນ້ອຍຢາກເປັນເລຂາຕົວຈິງຂອງເອກບໍ່ແມ່ນເປັນພຽງຜູ້ຊ່ວຍເລຂາ ອີກຢ່າງນາງກໍ່ຮູ້ວ່າສະລັກໃຈຈະເປັນຄົນມາຍາດເອກໄປຈາກຕົນເພາະຄວາມຫຶງຫວງທັງຫວງຕຳແໜ່ງທັງຫວງຜູ້ຊາຍນາງຈິ່ງຂາດສະຕິ ມາກໍ່ເລື່ອງຕົບຕີໄລ່ສະລັກໃຈອອກໄປຈາກຫ້ອງຂອງເອກ ແຕ່ສະລັກໃຈເອງກໍ່ບໍ່ຍອມໄປດີໆເລີຍເກີດການຕໍ່ສູ້ກັນຂຶ້ນ ທັງຍາມທີ່ບໍລິສັດ ແລະ ພະນັກງານຜູ້ຊາຍໄດ້ພາກັນມາຈັບສອງຄົນນັ້ນແຍກອອກກວ່າຈະສຳເລັດກໍ່ເຈັບຕົວໄປຫຼາຍເຕີບເພາະຖືກລູກຫຼົງໄປບໍ່ໜ້ອຍ.

ທັງສອງຜູ້ກໍ່ເຫດວິວາດໄດ້ຖືກນຳຕົວເຂົ້າໄປທີ່ຫ້ອງປະຊຸ່ມເພື່ອສອບສວນເປັນການສ່ວນຕົວໂດຍມີປະທານໃຫຍ່ຂອງບໍລິສັດເປັນຜູ້ຕັດສິນ ແລະ ມີເອກ ກັບ ນູ່ນີ່ເຂົ້າໄປຮ່ວມຮັບຟັງ, ປະທານລິນດາສອບສວນເລື່ອງລາວໂດຍຜ່ານກ້ອງວົງຈອນປິດເບິ່ງວ່າໃຜເປັນຝ່າຍເລີ່ມກ່ອນເພື່ອຫາຄົນທີ່ກະທຳຄວາມຜິດມາລົງ ໂທດຕາມຄວາມເປັນຈິງ ໃນພາບວິດີໂອທີ່ບັນທຶກໄດ້ ເປັນຝ່າຍໝີນ້ອຍທີ່ເຂົ້າມາເລີ່ມເລື່ອງກ່ອນ ໂດຍສະລັກໃຈກຳລັງນັ່ງຈັດເອກະສານຂອງນາງຢູ່ດີໆ ໝີນ້ອຍກັບຍ່າງມາຫາໂດຍໃນມືຖືຈອກນ້ຳມາໜຶ່ງຈອກໃນນ້ຳນັ້ນສະລັກໃຈບອກວ່າເປັນນ້ຳຮ້ອນ ໝີນ້ອຍໄດ້ສາດນ້ຳໃນຈອກນັ້ນໃສ່ສະລັກໃຈແຕ່ໂຊກດີບໍ່ຖືກໜ້າ ເພາະສະລັກໃຈຈັບເອກກະສານຂຶ້ນມາບັງໄວ້ທັນນ້ຳຮ້ອນໃນຈອກນັ້ນຈິ່ງໄດ້ລວກທີ່ແຂນຂອງສະລັກ ເຊິ່ງກໍ່ມີລັກຖານເປັນຮອຍແດງຕາມມື ແລະ ແຂນເນື່ອງຈາກຖືກຄວາມຮ້ອນກະທົບໃສ່. ທັງມາດາມ ລິນດາ, ເອກ ແລະ ນູ່ນີ່ ເຖິງກັບອື້ງໃນຄວາມກ້າບ້າບຶ່ນຂອງໝີນ້ອຍໄປຕາມໆກັນ. ໝີນ້ອຍຢ້ານຄວາມຜິດທີ່ຕົນເອງກໍ່ຂຶ້ນນາງຈິ່ງເຮັດສຳອອຍບີບນ້ຳຕານັ່ງລົງຄຸກເຂົ່າ ແລະ ຄານເຂົ່າເຂົ້າມາຫາເອກຫວັງຈະໃຫ້ເອກຜູ້ທີ່ຕົນຄິດວ່າເປັນຜົວຊ່ວຍ ໃນຂະນະທີ່ໝີນ້ອຍຄານເຂົ່າມາຫາເອກກໍ່ກ້າວຖອຍຫຼັງໜີໜ້າເມີນຢ່າງບໍ່ໃຍດີ ໝີນ້ອຍໄດ້ກ່າວສຽງອອດອ້ອນສະອຶກສະອື້ນຕໍ່ເອກໄປວ່າ

ໝີນ້ອຍ: “ຊ່ວຍເມຍແນ່! ເມຍຖືກໃສ່ຮ້າຍ! ນ້ຳໃນຈອກນັ້ນເປັນນ້ຳເຢັນອີນາງນັ້ນມັນໃສ່ຮ້າຍເມຍ ຮອຍແດງນັ້ນມາຈາກການຕໍ່ສູ້ບໍ່ແມ່ນການທີ່ມັນຖືນ້ຳຮ້ອນລວກດັ່ງທີ່ມັນກ່າວແຕ່ຢ່າງໃດ! ຊ່ວຍໃຫ້ຄວາມເປັນທຳເມຍກັບລູກດ້ວຍ”

ທັງນູ່ນີ່ ແລະ ສະລັກໃຈຕະລຶງຕາຕື່ນຕົກໃຈຂຶ້ນມາທັນທີເມື່ອໄດ້ຍິນໝີນ້ອຍກ່າວອ້າງຕົວວ່າຕົນເອງເປັນເມຍຂອງຮອງປະທານເອກ ແລະ ຍັງອ້າງວ່າມີລູກອີກ ມາດາມ ລິນດາ ເກືອບໜ້າມືດເປັນລົມທັນທີຈົນໝີນ້ອຍ ແລະ ເອກຟ້າວເຂົ້າໄປປະຖົມພະຍາບານ ສ່ວນສະລັກໃຈບໍ່ມີແນວສິເວົ້າ ເພາະເສຍຄວາມຮູ້ສຶກແຮງຈິ່ງຍ່າງໜ້າແດງຫູແດງອາລົມເສຍອອກໄປຈາກຫ້ອງໄປຈັບເອົາກະເປົາທີ່ວາງໄວ້ໂຕະແລ້ວອອກໄປຈາກບໍລິສັດ.

ມາດາມ ລິນດາເມື່ອໄດ້ດົມກໍ່ຮູ້ສຶກດີຂຶ້ນແຕ່ກໍ່ຍັງຫາຍໃຈຫອບເມື່ອຍຢູ່ ແຕ່ກໍ່ຮວບຮວມສະຕິ ແລະ ກຳລັງຂຽນແຊັກເງິນໃຫ້ໝີນ້ອຍມູນຄ່າ 10,000,000 ລ້ານກີບໂຍນໄປໃຫ້ໝີນ້ອຍແລ້ວກ່າວໄປວ່າ:

ມາດາມ ລິນດາ: ​”ເອົາເງິນ 10 ລ້ານນີ້ໄປ ແລ້ວໄປໄກໆຄອບຄົວພວກຂ້ອຍຢ່າກັບມາໃຫ້ເຫັນໜ້າອີກ”
ໝີນ້ອຍຈັບແຊັກເງິນຂຶ້ນມາກຳແໜ້ນໃນມືແລ້ວແນມເບິ່ງປະທານລິນດາດ້ວຍສາຕາແຄ້ນໜັກກ່ອນຈະລຸກຂຶ້ນຢືນ ພ້ອມກັບຍ່າງໄປຫາມາດາມ ລິນດາ ແລ້ວວາງແຊັກເງິນ 10 ລ້ານໄວ້ທີ່ໜ້າໂຕະຄືນໃຫ້ ມາດາມ ລິນດາໄປທ່າມກາງສາຍຕາຂອງເອກກັບນູ່ນີ່ ກ່ອນເວົ້າອອກມາວ່າ
ໝີນ້ອຍ: “ເກັບເງິນຂອງປະທານໄວ້ໃຊ້ໃນຍາມຈຳເປັນເຖີດ ເພາະເງິນພຽງເທົ່ານີ້ບໍ່ສາມາດເຮັດໃຫ້ຂ້ອຍໄປຈາກຄອບຄົວທ່ານໄດ້” ເມື່ອກ່າວແລ້ວກໍ່ຍ່າງອອກຈາກຫ້ອງໄປໜ້າຕາເສີຍ

ມາດາມ ລິນດາສັ່ງໃຫ້ພະນັກງານທຸກຄົນປິດປາກເກັບເລື່ອງນີ້ໃຫ້ຮູ້ກັນຢູ່ແຕ່ວົງໃນບໍລິສັດກໍ່ພໍ ຖ້າຂ່າວນີ້ມີການຮົ່ວໄຫລອອກໄປທາງນອກພະນັກງານທຸກຄົນຈະຖືກຫັກເງິນເດືອນ 20% ໂດຍບໍ່ມີຂໍ້ຍົກເວັ້ນ ຄຳສັ່ງນີ້ມັນເປັນຂໍ້ບັງຄັບທີ່ເຮັດໃຫ້ພະນັກງານບໍພໍໃຈຢ່າງໜັກຈົນເກີດສຽງວິພາກວິຈານຊຸບຊິບໃນວົງໃນພະນັກ ງານຂອງບໍລິສັດວ່າປະທານຂອງບໍລິສັດອອກຄຳສັ່ງທີ່ບໍ່ສົມເຫດສົມຜົນປານໃດ ເພາະມັນສົ່ງຜົນກະທົບຢ່າງວົງກ້ວາງ ແຕ່ພະນັກງານທຸກຄົນກໍ່ບໍ່ມີສິດໂຕ້ແຍ້ງ ຫຼື ອອກສຽງຂັດຄ້ານຢ່າງຈິງຈັງ ເພາະຢ້ານມີຜົນກະທົບຕໍ່ວຽກງານຂອງຕົນຈິ່ງໄດ້ແຕ່ພາກັນມິດ ແລະ ປະຕິບັດຕາມຄຳສັ່ງ ຜູ້ທີ່ແອບຖ່າຍຄລິບໄວ້ກະວ່າຈະໂພສຕ໌ອອກສື່ກໍ່ຟ້າວລົບຖິ້ມດ່ວນດ້ວຍຄວາມເສຍດາຍ.

ຫຼັງຈາກເລື່ອງສະຫງົບພວກເຂົາກໍ່ແຍກອອກຈາກຫ້ອງປະຊຸມ ນູ່ນີ່ຜູ້ເປັນເອື້ອຍກໍ່ລາກຕົວເອກນ້ອງຊາຍເຂົ້າຫ້ອງເຮັດວຽກຂອງຕົນເອງເພື່ອສອບຖາມທີ່ມາທີ່ໄປຂອງເລື່ອງລາວທີ່ສຸດແສນຈະວຸ້ນວາຍທັງໝົດ ແລະ ເອກກໍ່ເລົ່າຍ່າງລະອຽດແຕ່ຕົ້ນຈົນຮອດປາຍໃຫ້ກັບນູ່ນີ່ຜູ້ເປັນເອື້ອຍຟັງຢ່າງບໍ່ປິດບັງ ເມື່ອໄດຟັງເລື່ອງທີ່ນ້ອງຊາຍເລົ່າທັງໝົດນູ່ນີ່ກໍ່ເຂົ້າໃຈ ແລະ ເຫັນໃຈໃນຕົວນ້ອງຊາຍເປັນທີ່ສຸດທີ່ໄດ້ມາພົບເລື່ອງຮ້າຍໆແບບນີ້.

ເອກໄດ້ຂໍຮ້ອງໃຫ້ແມ່ຢ່າເຂົ້າມາຫຍຸ້ງວຸ້ນວາຍໃນເລື່ອງນີ້ເພາະຕົນຈະເປັນຄົນຈັດການດ້ວຍຕົວເອງທັງໝົດ ເນື່ອງຈາກເອກຫວັ່ນໃຈຢ້ານຜູ້ເປັນແມ່ຈະໃຊ້ໄມ້ແຂງສົ່ງຄົນໄປທຳຮ້າຍໝີນ້ອຍຈົນເກີດອັນຕະລາຍ ໃຈໜຶ່ງເອກບໍ່ຕ້ອງເຮັດບາບໂດຍການທຳຮ້າຍຜູ້ໃດອີກໃຈເອກກໍ່ຕ້ອງການຮັກສາລູກໃນທ້ອງຂອງໝີນ້ອຍໄວ້ຈົນຮອດມື້ເກີດເພາະເດັກໃນທ້ອງເປັນຕົວສຳຄັນທີ່ຈະພິສູດໄດ້ວ່າຕົນເອງບໍລິສຸດ ຫຼັກຈາກໝີນ້ອຍເກີດເດັກຄົນນັ້ນອອກມາເຂົາຈະເຮັດການກວດ DNA ທັນທີ ເຊິ່ງເລື່ອງນີ້ໝີນ້ອຍເອງກໍ່ຍັງລືມຄິດຮອດຂໍ້ນີ້ໄປ.

ຫຼັງຈາກມື້ເກີດເລື່ອງໃນບໍລິສັດຕໍ່ມາພຽງໜຶ່ງມື້ມາດາມ ລິນດາ ພາເອກລູກຊາຍ ທັງນຳຊໍ່ດອກໄມ້ຊໍ່ໃຫຍ່ໄປມອບໃຫ້ສະລັກໃຈເພື່ອປອບຂວັນ ເອກໄດ້ກ່າວຂໍໂທດເລື່ອງນີ້ກັບສະລັກໃຈ ແລະ ພໍ່ແມ່ຂອງນາງ ແລະ ຍິນດີຊົດໃຊ້ຄ່າປິ່ນໃນການປິ່ນປົວຮັກສາຮອຍນ້ຳຮ້ອນລວກ ຈົນຮອດການສັນຍະກຳຫາກສະລັກໃຈຕ້ອງການ ຄອບຄົວຂອງສະລັກໃຈເຫັນວ່າທາງຄອບຄົວຂອງເອກໄດ້ມາສະແດງຄວາມຮັບຜິດຊອບຈິ່ງຍົກໂທດບໍ່ຕິດໃຈເອົາຄວາມໃດໆທັງນັ້ນ ແລະ ສະລັກໃຈກໍ່ເປັນຝ່າຍກ່າວຍົກເລີກແຜນການໝັ້ນໝາຍທັງໝົດທີ່ຜູ້ໃຫຍ່ທັງສອງຄອບຄົວເຄີຍຕົກລົງກັນໄວ້ ໂດຍສະລັກໃຈໃຫ້ເຫດຜົນວ່າບໍ່ຕ້ອງການຫຍຸ້ງກັບຜູ້ຊາຍທີ່ມີຄອບຄົວແລ້ວ ສຳລັບເລື່ອງທຸລະກິດສອງຄອບຄົວຍັງສາມາດດຳເນີນໄປຕາມແຜນໄດ້.

ເອກ, ມາດາມ ລິນດາ ແລະ ນູ່ນີ່ ທັງສາມມາຮ່ວມກັນວາງແຜນຊ້ອນແຜນນ້ຳເຢັນປາຕາຍເຂົ້າສູ່ກັບໝີນ້ອຍ ເພາະພວກເຂົາຮູ້ວ່າຄົງມີວິທີນີ້ເທົ່ານັ້ນທີ່ຈະຢັບຢັ້ງໝີນ້ອຍຢຸດປ່ອຍຂ່າວອອກສູ່ສັງຄົມໄດ້ ພວກເຂົາຈິ່ງຍອມໃຫ້ນາງມາເຮັດໜ້າທີ່ເປັນເລຂາຕາມທີ່ນາງຕ້ອງການ ເພື່ອໃຫ້ນາງຫຼົງກົນຕາຍໃຈວ່າພວກເຂົາຍອມຮັບໃນຕົວນາງ ແຕ່ໝີນ້ອຍກໍ່ຂະຫຍັນສ້າງເລື່ອງເລັກເລື່ອງນ້ອຍໃຫ້ທາງເອກປວດຫົວບໍ່ເລີກລາ ໂດຍນິໃສສ່ວນຕົວແລ້ວໝີນ້ອຍເປັນຄົນຫຶງຫວງຄົນຮັກນາງຈິ່ງເຝົ້າກີດກັນຂັດຂວາງຈິກກັດຜູ້ຍິງທຸກຄົນທີ່ຄິດຈະເຂົ້າມາພົວພັນກັບເອກໂດຍບໍ່ແຍກແຍະວ່າບັນດາຜູ້ຍິງທີ່ເຂົ້າມານັ້ນຈະມາດີ ຫຼື ມາຮ້າຍ ຈະມາເລື່ອງວຽກ ຫຼື ມາເລື່ອງສ່ວນຕົວນາງຈັດການລຽບ ເຊິ່ງເອກຕ້ອງຄອຍຕາມຄອຍເຊັດບັນຫາທີ່ໝີນ້ອຍກໍ່ຂຶ້ນຈົນເມື່ອຍໃຈ ທັງພະນັກງານຈາກລະດັບສູງຈົນຮອດລະດັບຜູ້ນ້ອຍຮູ້ສຶກເບື່ອໜ່າຍກັບການກະທຳຂອງໝີນ້ອຍເຕັມທົນ ແລະ ພວກເຂົາກໍ່ສົງໃສວ່າດ້ວຍເຫດໃດທາງປະທານໃຫຍ່ຈິ່ງບໍ່ຈັດການກັບໝີນ້ອຍຂັ້ນເດັດຂາດຄືກັບຈັດການກັບຄົນອື່ນໆ ເລື່ອງນີ້ກາຍເປັນເລື່ອງເມົ້າຊຸບຊິບນິນທາກັນຢ່າງມ່ວນປາກໃນໝູ່ພະນັກງານ ເຊິ່ງທາງມາດາມ ລິນດາ, ນູ່ນີ່ ແລະ ເອກກໍ່ໄດ້ແຕ່ທົນຟັງໄປຂົ່ມໃຈບໍ່ໃຫ້ຖືສາອົດທົນໄວ້ເພື່ອເອົາຄືນໃນວັນທີ່ໂອກາດມາຮອດ.

ເອກຜູ້ຊາຍສາຍນິ້ງທີ່ມີນິໃສເກັບຊ້ອນຄວາມຮູ້ສຶກໄວ້ເປັນຢ່າງດີທັງອາລົມດີໃຈ, ເສຍໃຈ, ໂຊກເສົ້າ, ຢ້ານກົວ, ເຈັບປວດປົກກະຕິແລ້ວເອກຈະບໍ່ມັກສະແດງອອກໃຫ້ໃຜຮູ້ຈິ່ງຍາກໃນການຄາດເດົາອ່ານໃຈຂອງເຂົາ ພາຍນອກຜູ້ຄົນມັກຄິດວ່າເອກເປັນຄົນທີ່ອົບອຸ່ນ, ເຂັ້ມແຂງ ແລະ ມີຜູ້ຄົນຈຳນວນຫຼາຍໃຫ້ຄວາມເຊື່ອໝັ້ນ ແລະ ນັບຖືນັ້ນມັນເປັນພຽງອີກດ້ານໜຶ່ງທີ່ທຸກຄົນເຫັນ ແຕ່ຈະມີພຽງນູ່ນີ່ຜູ້ເປັນເອື້ອຍເທົ່ານັ້ນທີ່ເບິ່ງເຫັນອີກມຸມໜຶ່ງຂອງນ້ອງຊາຍທີ່ເຕັມໄປດ້ວຍຄວາມເກັບກົດ, ຄວາມຢ້ານກົວ, ຄວາມໂດດດ່ຽວຊ່າງໜ້າສົງສານ ເອກມີພຽງເພື່ອນທາງທຸລະກິດເປັນສ່ວນຫຼາຍ ແຕ່ເພື່ອນກິນເພື່ອນຕາຍແບບຄົນອື່ນບໍ່ຄ່ອຍມີຈະມີກໍ່ບໍ່ເກີນ 3 ຄົນເທົ່ານັ້ນ.

ຕະຫຼອດທັງຊີວິດເກືອບ 30 ປີ ເອກບໍ່ເຄີຍສົນໃຈຍິງຄົນໃດແຕ່ເມື່ອມາພົບກັບອາລີ້ຍິງສາວທີ່ເຂົາຖືກຊະຕາຕັ້ງແຕ່ເຫັນທຳອິດ ແລະ ເມື່ອໄດ້ສຳພັດກໍ່ຍິ່ງໝັ້ນໃຈວ່ານາງຄືຄົນທີ່ແມ່ນ ເອກຈິ່ງປັກໃຈໝັ້ນຈິງຈັງຮັກຝັງຮາກຍາກທີ່ຈະຖອນຂຶ້ນ ເມື່ອຮັກເລິກຊຶ້ງໃນຍາມຜິດຫວັງຈິ່ງເຈັບເລິກ ຕອນບ່າຍວັນໜຶ່ງເອກລົງໄປລອຍນ້ຳທີ່ສະລອຍນ້ຳຫຼັງເຮືອນໃນຂະນະທີ່ລອຍນ້ຳຢູ່ນັ້ນເອກກໍ່ນຶກເຮັດພາບຄວາມຫຼັງຕອນທີ່ອາລີ້ເຄີຍເປັນຄົນຮັບໃຊ້ຢູ່ທີ່ເຮືອນຫຼັງນີ້ ໃນເວລາທີ່ຕົນມາລອຍນ້ຳບາງເທື່ອກໍ່ຈະເຫັນນາງມາເຮັດຄວາມສະອາດສະລອຍນ້ຳ, ບາງເທື່ອນາງກໍ່ເອົານ້ຳເອກໝາກໄມ້ ຫຼື ຂະໜົມມາໄວ້ໃຫ້ກິນໃນເວລາລອຍນ້ຳແລ້ວ ແລະ ນັບຕັ້ງແຕ່ທີ່ນາງຈາກໄປໃນຫົວໃຈກໍ່ເກີດພາຍຸຝົນ ເຖິງວັນເວລາທີ່ໝູນຜ່ານໄປດົນປານໃດໃນຫົວໃຈຍັງພົບກັບຄວາມລົ້ມເຫຼວ ດັ່ງກັບພົມລິຂິດໂຊກຊະຕາຫຼິ້ນຕະລົກໃຫ້ໄປພົບຮັກກັບນາງພຽງເຄິ່ງ ແລະ ກໍ່ໃຫ້ນາງຈາງຈາກໄປດັ່ງສາຍນ້ຳໄຫລໄປກັບຄຳສັນຍາທີ່ນາງເຄີຍກ່າວ ແລ້ວສຽງທີ່ອາລີ້ເຄີຍກ່າວຄຳສັນຍາກັບເອກເມື່ອວັນວານກໍ່ດັງກ້ອງເຂົ້າມາທີ່ຫູ ອາລີ້ເຄີຍກ່າວໄວ້ໃນຕອນທີ 12 ວ່າ “ນາຍນ້ອຍເອກຂະນ້ອຍເປັນຄົນແຍກແຍະຮັກ, ຊັງ ອອກໄດ້ຢ່າງຊັດເຈນ ກ່ອນຈະຄົບກັບຂະນ້ອຍ ນາຍນ້ອຍເອກໃຫ້ສັນຍາໄດ້ ຫຼື ບໍ່! ເຖິງວ່າມື້ໜ້າຈະເປັນແນວໃດ! ນາຍນ້ອຍເອກຈະບໍ່ມີວັນນອກໃຈຂະນ້ອຍ! ຖ້າມື້ໃດນາຍນ້ອຍເອກຜິດຄຳສັນຍາ! ກໍ່ຖືວ່າສັນຍາຮັກລະຫວ່າງເຮົາຈະຈົບສິ້ນທັນທີ ແລະ ຂະນ້ອຍຈະຈາກນາຍນ້ອຍໄປຕະຫຼອດຊີວິດ” ເມື່ອຄິດເຖິງຄຳນີ້ຂຶ້ນມາເອກເຖິງກັບຄິດຂ້າຕົວຕາຍເພື່ອໜີຄວາມທຸກທໍລະມານທີ່ກຳລັງປະເຊີນຢູ່ໂດຍການມຸດດຳລົງໄປໃນນ້ຳກະວ່າຈະມຸດນ້ຳຕາຍ ຜ່ານໄປຫຼາຍນາທີອາກາດຫາຍໃຈເລີ່ມໝົດເອກຄ່ອຍໆຈົມລົງກົ້ມສະນ້ຳຢ່າງຊ້າໆ ແຕ່ໂຊກດີທີ່ເອື້ອຍສອນແມ່ບ້ານບັງເອີນມາເຫັນຈິ່ງໄດ້ໂດດລົງໄປຊ່ວຍນຳຕົວເອກຂຶ້ນມາ ແລະ ເຮັດປະຖົມພະຍາບານດ້ວຍການປ້ຳຫົວໃຈຜາຍປອດເອົານ້ຳອອກຈາກປອດໄດ້ສຳເລັດເອກຈິ່ງລອດຕາຍແບບວຸດວິດ.