ເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 30

ຕອນທີ 30

ໝີນ້ອຍເຮັດຫນ້າທີ່ເປັນຜູ້ຊ່ວຍເລຂາມາເປັນເວລາອາທິດໜຶ່ງແລ້ວ ແຕ່ຍັງບໍ່ມີໂອກາດໄດ້ສົ່ງງານໃຫ້ຮອງປະທານເອກໂດຍກົງຈັກເທື່ອ ເພາະຄາ ສຸດສະດາ ເລຂາສ່ວນຕົວຂອງປະທານເອກກັນເປັນກ້າງຂວາງໄວ້ຢູ່ ດັ່ງນັ້ນໝີນ້ອຍນາງຈິ່ງວາງແຜນວາງຢາງສະລອດໃສ່ໃນນ້ຳກາເຟເຢັນ ວັນໜຶ່ງຫຼັງພັກທ່ຽງເມື່ອກິນເຂົ້າສວາຍແລ້ວເຫຼືອເວລາ 30 ນາທີກ່ອນຮອດໂມງການ ໝີນ້ອຍໄດ້ຊື້ໝາກສົ້ມຈາກລໍ້ກລິ່ງໜ້າບໍລິສັດ ພ້ອມກັບຊື້ນ້ຳກາເຟເຢັນ 1 ຖົງ, ໂອວັນຕິນເຢັນ 1 ຖົງ ຫິ້ວຂຶ້ນມາ, ຖົງໜຶ່ງໂອວັນຕິນເປັນຂອງຕົນເອງ ສ່ວນກາເຟເຢັນຊື້ມາລ້ຽງ ສຸດສະດາເອງກໍ່ບໍ່ໄດ້ຄິດລະແວງລະວັງຕົວ ເພາະດ້ວຍຄວາມບໍ່ຮູ້ທາດແທ້ຂອງໝີນ້ອຍວ່າຄວາມຈິງແລ້ວເນື້ອແທ້ນາງເປັນຄົນແນວໃດ ຈິ່ງກິນສົ້ມ ກັບດູດນ້ຳກາເຟເຢັນທີ່ໝີນ້ອຍຊື້ມາຝາກຢ່າງສະບາຍໃຈ ແຕ່ຫຼັງຈາກກິນແລ້ວບໍ່ພໍເທົ່າໃດນາທີ ສຸດສະດານາງກໍ່ຮູ້ສຶກປວດທ້ອງຖ່າຍ ແລະ ຖຽວເຂົາຫ້ອງນ້ຳຢູ່ຫຼາຍຮອບຈົນຮ່າງກາຍອ່ອນແຮງ ເມື່ອເປັນດັ່ງນັ້ນ ປະທານເອກຈິ່ງໃຫ້ນາງລາພັກໄປຮັກສາຕົວທີ່ໂຮງໝໍກ່ອນ ເມື່ອຫາຍດີແລ້ວຈິ່ງໃຫ້ນາງກັບຄືນມາຮັບໜ້າທີ່ຄືເກົ່າ, ເພາະຊ່ວງນີ້ວຽກມີເຂົ້າມາຫຼາຍເອກຈິ່ງຂາດເລຂາຊ່ວຍບໍ່ໄດ້ ຈິ່ງຕ້ອງຈຳໃຈໃຊ້ງານໝີນ້ອຍເລຂາທີ່ແມ່ຈັດມາໃຫ້ຊົ່ວຄາວໄປກ່ອນ ເຊິ່ງກໍ່ເຂົ້າທາງໝີນ້ອຍທີ່ຕ້ອງການໃຊ້ເວລາຢູ່ໃກ້ຊິດກັບເອກຢູ່ພໍດີ ໝີນ້ອຍເຮັດໜ້າທີ່ເປັນເລຂາຢ່າງບໍ່ຂາດຕົກບົກຜ່ອງ ເຖິງແມ່ນວ່າຮອງປະທານເອກຈະມີອາການເສີຍຊາໃສ່ນາງແຕ່ຂໍພຽງນາງໄດ້ຢູ່ໃກ້ໆໄດ້ເປັນສ່ວນໜຶ່ງໃນການແບ່ງເບົາວຽກງານຂອງຊາຍຄົນຮັກເທົ່ານັ້ນນາງກໍ່ດີໃຈແລ້ວ.

ໝີນ້ອຍກັງວົນໃຈເລື່ອງທ້ອງທີ່ນັບມື້ຈະໃຫຍ່ຂຶ້ນ ເບື້ອງຕົ້ນຄິດວ່າຈະກິນຢາໄລ່ເລືອດອອກ ແຕ່ຄິດໄປຄິດມານາງຈະຜິດວິກິດເປັນໂອກາດ ຖ້າປ່ຽນຈາກການເອົາລູກອອກ ມາເປັນການຫາພໍ່ໃຫ້ລູກຈະເປັນການດີກວ່າ ເພາະນອກຈາກບໍ່ໄດ້ທຳລາຍລູກໃນທ້ອງຂອງຕົນແລ້ວ ຍັງຫາພໍ່ໃຫ້ລູກໄດ້ອີກ ເຊິ່ງຜູ້ຊາຍທີ່ມີນ້ອຍໝາຍຕາໄວ້ນັ້ນບໍ່ອາດແມ່ນໃຜໄປໄດ້ນອກຈາກຮອງປະທານເອກເທົ່ານັ້ນ, ໝີນ້ອຍເຮັດໜ້າທີ່ກີດຂວາງຍິງສາວທີ່ມີທ່າທາງສົນໃຈເອກໄດ້ເປັນຢ່າງດີເກີນຄາດ ແລະ ເກີນຂອບເຂດທີ່ມາດາມ ລິນດາກຳນົດໄວ້ດ້ວຍຊ້ຳ ໃນໄລຍະທີ່ ສຸດສະດາເລຂາສ່ວນຕົວຂອງຮອງປະທານເອກກຳລັງຮັກສາຕົວຫຼັງຈາກມີອາການຖອກ ທ້ອງຢ່າງໜັກ ໝີນ້ອຍໄດ້ໃຊ້ຕຳແໜ່ງເລຂານີ້ວາງແຜນຈັດສາກແຈ້ງນັດໝາຍໃຫ້ຮອງປະທານເອກໄປພົບກັບລູກຄ້າທີ່ຫ້ອງອາ ຫານສ່ວນຕົວໃນໂຮງແຮມແຫ່ງ ເຊິ່ງລູກຄ້ານີ້ເອກກໍ່ຮູ້ຈັກດີ ຈິ່ງໄປຕາມການນັດໝາຍຂອງໝີນ້ອຍບອກໄວ້ໄດ້ບໍ່ໄດ້ຄິດລະແວງໃຈລະວັງຕົວໃດໆທັງນັ້ນ, ວັນນັ້ນ ໝີນ້ອຍກໍ່ໄປນຳໃນນາມຂອງເລຂາທີ່ຕ້ອງພົບເອກະສານສັນຍາໄປພ້ອມ ເພາະຫຼັງຈາກກິນອາຫານແລ້ວຕ້ອງມີການເຊັນສັນຍາ ທັງສອງໄດ້ໄປຮອດຈຸດນັດພົບກ່ອນເວລານັດ 5 ນາທີ ເອກເຂົ້າໄປນັ່ງໃນຫ້ອງອາຫານທີ່ໝີນ້ອຍຈອງໄວ້ ແລ້ວກໍ່ດື່ມນ້ຳເຢັນທີ່ພະນັກງານຫ້ອງອາຫານນຳມາເສີບ ໂດຍບໍ່ຮູ້ວ່າໃນນ້ຳນັ້ນມີຢາສະຫຼົບປະປົນຢູ່ ເມື່ອດື່ມນ້ຳ ແລະ ນັ່ງລໍຖ້າເວລາຜ່ານໄປ 10 ນາທີແລ້ວ ເອກຮູ້ສຶກແປກໃຈວ່າເຫດໃດລູກຄ້າຍັງບໍ່ມາຕາມໂມງນັດຈິ່ງຈັບໂທລະສັບອອກມາຈາກຖົງໂສ້ງເພື່ອຈະໂທຫາ ແຕ່ໝີນ້ອຍກໍ່ເວົ້າດັກໜ້າໄວ້ວ່າ “ທ່ານ ມະນີຄອນ ກຳລັງເດີນທາງມາ ຕອນນີ້ລົດຕິດຫຼາຍ ທ່ານ ມະນີຄອນຝາກຂໍໂທດຮອງປະທານທີ່ມາຊ້າ ອີກປະມານ 10 ນາທີ ພົບກັນ” ເມື່ອເອກໄດ້ຍິນໝີນ້ອຍເອີ່ຍແບບນັ້ນກໍ່ບໍ່ໄດ້ຄິດຕິດຄວາມ ຈິ່ງຕັດສິນໃຈເອົາໂທລະສັບກັບເຂົ້າຖົງໂສ້ງຄືນໄປ ເອກຮູ້ສຶກວິນຫົວ ແລະ ເຫງົານອນຢ່າງບອກບໍ່ຖື ສອງໜັກຕາໜັກຢາກທີ່ຈະມືນຕາຂຶ້ນມາເບິ່ງສິ່ງໃດໆ ແລ້ວບໍ່ດົນຮ່າງກາຍກໍ່ພັກຜ່ອນຫຼັບສະໜິດ, ເມື່ອເຫັນເປັນດັ່ງນັ້ນໝີນ້ອຍຈິ່ງໃຫ້ເດັກເສີບຊົ່ວຄາວຂອງໂຮງແຮມທີ່ວ່າຈ້າງໄວ້ນັ້ນ ຊ່ວຍປະຄອງຮອງປະທານເອກທີ່ຢູ່ໃນສະພາບຫຼັບສະໜິດເຂົ້າໄປໃນຫ້ອງທີ່ຕົນຈອງໄວ້ ແລ້ວທຳການຖອດເສື້ອຜ້າອອກເທື່ອລະສິ້ນຈົນເຫຼືອແຕ່ຮ່າງກາຍເປືອງເປົ່າທັງຄູ່ ໝີນ້ອຍກອດຈູບລູບຄຳໄປທົ່ວຮ່າງກາຍຂອງເອກທີ່ນອນຫຼັບສະໜິດບໍ່ເໜັງຕິງມີພຽງລົມຫາຍໃຈດ້ວຍຄວາມສະເໜ່ຫາເຖິງທີ່ສຸດ ທັງຖ່າຍຮູບຫຼາຍທ່າເກັບໄວ້ໃຊ້ໃນຍາມຈຳເປັນ ເຖິງວັນນີ້ບໍ່ໄດ້ເສຍຕົວເປັນຜົວເມຍກັນໂດຍແທ້ ແຕ່ເມື່ອເອກຕື່ນຂຶ້ນມາພົບຕົນເອງນອນເປືອຍກາຍຢູ່ເທິງຕຽງໃນສະພາບນີ້ກໍ່ຍາກທີ່ຈະປະຕິເສດໄດ້ແລ້ວ.

ເອກນອນຫຼັບໄປເກີບໝົດມື້ທ້າຍທີ່ສຸດກໍ່ຕື່ນຂຶ້ນມາຮັບຮູ້ເລື່ອງລາວທີ່ແສນອັບປະຍົດອົດສູໃຈແທ້ ໃນຫົວຮູ້ສຶກມຶນງົງດັ່ງຖືກຄ້ອນຟາດກາງງ່ອນ ທັງຕົກໃຈໜັກເມື່ອເຫັນສະພາບຂອງຕົນທີ່ນອນເປືອງກາຍຄູ່ກັບຍິງສາວຄົນທີ່ຕົນຮູ້ຈັກດີນັ້ນກໍ່ຄືໝີນ້ອຍ ໂອ້ພຣະສົງນີ້ມັນແມ່ນຄວາມຝັນ ຫຼື ຄວາມຈິງ ຖ້າເປັນຄວາມຝັນກໍ່ຂໍໃຫ້ຕົນຮີບຕື່ນດຽວນີ້ ເອກໃຊ້ມືຕົບໜ້າຂອງຕົນຢ່າງແຮງແລ້ວຮູ້ສຶກເຈັບຈິ່ງມີສະຕິໄດ້ວ່າ ເລື່ອງທີ່ກຳລັງເກີດນີ້ມັນຄືເລື່ອງຈິງ ໂອ້…! ຢາກເອົາຫົວມຸດດິນແກ່ນຕາຍໃຫ້ມັນຮູ້ແລ້ວຮູ້ລອດກັນໄປເລີຍ ທ່າມກາງຄວາມຕົກໃຈພະວົງໜັກຂອງເອກ ໝີນ້ອຍທຳທ່າຕື່ນຂຶ້ນມາແບບບໍ່ມີຫຍັງເກີດຂຶ້ນຖືເປັນເລື່ອງປົກກະຕິ ແລະ ຍັງໂຜ່ເຂົ້າມາກອດຕົວຂອງເອກໄວ້ແໜ້ນ ເອກພະຍາຍາມດິ້ນໃຫ້ລຸດຈາກອ້ອມກອດທີ່ແສນເປິເປື້ອນນີ້ ໝີນ້ອຍບີບນ້ຳຕາ ແລະ ກ່າວດ້ວຍວາຈາສຳອອຍໜ້າສົງສານວ່າ

ໝີນ້ອຍ: “ເຈົ້າໄດ້ຂ້ອຍເປັນເມຍແລ້ວ! ເຈົ້າຈະບໍ່ຍອມຮັບໃຈຕົວຂ້ອຍຊັ້ນຫວາ”
ເອກປະຕິເສດສຽງແຂງ: “ຂ້ອຍບໍ່ໄດ້ລ່ວງເກີນເຈົ້າດັ່ງທີ່ເຈົ້າເວົ້າມາເຫດໃດເຈົ້າຈິ່ງຕ້ອງໃຫ້ຂ້ອຍຮັບຜິດຊອບເຈົ້າ”
ໝີນ້ອຍ: “ຊັ້ນເຈົ້າອະທິບາຍມາດຸວ່າເຫດໃດເຮົາທັງສອງຈິ່ງໄດ້ມາຢູ່ໃນສະພາບນີ້ທັງຄູ່”
ເອກ: “ອຶມມມມມ…”
ໝີນ້ອຍ: “ຖ້າເຈົ້າອະທິບາຍບໍ່ໄດ້ ເຈົ້າກໍ່ຈົ່ງຍອມຮັບຄວາມຈິງເສຍເຖີດວ່າເຮົາໄດ້ເສຍເປັນຜົວເມຍກັນແລ້ວ”
ເອກໂມໂຫໜ້າແດງ, ຫູແດງເມື່ອໄດ້ຍິນໝີນ້ອຍກ່າວແບບນີ້ຈິ່ງຕອບກັບໝີນ້ອຍສຽງແຂງໄປວ່າ:​ “ໄດ້! ເວົ້າດີໆເຈົ້າບໍ່ຮູ້ເລື່ອງນັ້ນເຮົາຕ້ອງຫາຫຼັກຖານມາພິສູດກັນແລ້ວ”
ເອກຈັບເສື້ອຜ້າຂຶ້ນມາສວມໃສ່ ແລ້ວຍ່າງໜ້າເຂັ້ມອອກຈາກຫ້ອງໄປຂໍພົບຜູ້ຈັດການໂຮງແຮງເພື່ອຂໍເບິ່ງກ້ອງວົງຈອນປິດ ໂດຍມີໝີນ້ອຍຍ່າງນຳຫຼັງແບບຕິດໆດ້ວຍສີໜ້າຕື່ນຢ້ານ.

ທີຫ້ອງບັນທຶກພາບ ພະນັກງານໂຮງແຮມໄດ້ກວດເບິ່ງວິດີໂອຍ້ອນຫຼັງໃນຊ່ວງເວລາເກີດເຫດ ແຕ່ກັບບໍ່ມີການບັນທຶກຂໍ້ມູນໃນຊ່ວງເວລານັ້ນ ເພາະກ້ອງວົງຈອງປິດໃນເສັ້ນທາງຈຸດເກີດເຫດເກີດເພພໍດີ ເຊິ່ງມັນສ້າງຄວາມເຈັບໃຈໃຫ້ເອກເຖິງທີ່ສຸດ ເອກຮູ້ຢູ່ແກ່ໃຈວ່າຕົວເອງຕົກຫຼຸມພາງທີ່ໝີນ້ອຍຂຸດວາງໄວ້ເຂົ້າເຕັມໆແລ້ວ ຕອນນີ້ຫຼັກຖານທີ່ຈະດິ້ນເອົາຕົວລອດກໍ່ບໍ່ມີຈະເຮັດແບບແນວໃດດີ ໃນອາລົມນັ້ນຖ້າໝີນ້ອຍເປັນຜູ້ຊາຍເອກຄົງໃຊ້ກຳລັງຈັດຊັດໃຫ້ເນົ່າໄປທັງຕົວແລ້ວ ແຕ່ໂຊກດີທີ່ໝີນ້ອຍເປັນຜູ້ຍິງຈິ່ງລອດຕົວໄປ ແຕ່ກໍ່ຮູ້ສຶກເໝັນໜ້າໝີນ້ອຍຢ່າງແຮງຈົນຍາກທີ່ຈະແນມໜ້າໄດ້ອີກ.

ສ່ວນໝີນ້ອຍຮູ້ສຶກໂລ່ງໃຈທີ່ບໍ່ເຫຼືອຫຼັກຖານໄວ້ໃຫ້ເອກໃຊ້ແກ້ຕົວໄດ້ ເພາະການວາງແຜນທີ່ລະອຽດອ່ອນຊັບຊ້ອນຂອງຕົນ ບວກກັບມີຄົນຊ່ວຍເຮັດຮ່ວມກັນເປັນຂະບວນການ ງານນີ້ຈິ່ງສຳເລັດ ໝີນ້ອຍຮູ້ຢູ່ແກ່ໃຈວ່າເອກບໍ່ພໍໃຈເລື່ອງນີ້ຢ່າງແຮງ ແຕ່ມັນບໍ່ແມ່ນເລື່ອງສຳຄັນທີ່ຕ້ອງເກັບມາໃສ່ໃຈ ເນື່ອງຈາກຕອນນີ້ຕົນໄດ້ກາຍເປັນເມຍຂອງເອກອີກຄົນແລ້ວ ໜ້າທີ່ຂອງເອກທີ່ຈະຕ້ອງເຮັດຄືການຮັບຜິດຊອບໃນສິ່ງທີ່ຕົນມອບໃຫ້ ເທົ່ານັ້ນເປັນພໍ.

ຄືນນີ້ໝີນ້ອຍກັບເຮືອນພຽງຄົນດຽວ ອາລີ້ຄອງຫາຜົວຈົນເດິກດື່ນກໍ່ບໍ່ເຫັນກັບ ໂທຫາກໍ່ປິດເຄື່ອງ ນາງຈິ່ງກັງວົນໃຈຮ້ອນໃຈເປັນທີ່ສຸດ ສ່ວນທາງເອກໄດ້ໄປເປີດຫ້ອງພັກພຽງລຳພັງທີ່ໂຮງແຮມແຫ່ງໜຶ່ງ ນັ່ງດື່ມເຫຼົ້າໃນຫ້ອງດ້ວຍຄວາມໂສກເສົ້າເສຍໃຈ ແລະ ແຄ້ນໃຈໃຫ້ກັບນາງມານຮ້າຍໝີນ້ອຍ ບໍ່ຮູ້ວ່າຕົນເຮັດບຸນກຳໃດຮ່ວມກັບນາງມາຊາດນີ້ຈິ່ງໄດ້ມາພົບພານຜູ້ຍິງທີ່ມີຄວາມຄິດສົກກະປົກແບບໝີນ້ອຍ ຄວາມຜິດທັງໝົດຂອງເລື່ອງນີ້ມັນເກີດຂຶ້ນຈາກຕົວເອງເປັນສ່ວນໃຫຍ່ ທີ່ຂາດສະຕິລະວັງຕົວ ຈະເອີ່ຍໃຫ້ໃຜຟັງກໍ່ບໍ່ໄດ້ ເພາະບໍ່ຢາກໃຫ້ຄົນຮູ້ເຖິງຄວາມໂງ່ເຂົາ ແລະ ເລື່ອງໜ້າອັບອາຍຂອງຕົວເອງແບບນີ້.

ເຊົ້າມື້ຕໍ່ມາທີ່ຫ້ອງການເອກ ໄດ້ມີຄຳສັ່ງປົດໝີນ້ອຍອອກຈາກການເປັນພະນັກງານຂອງບໍລິສັດຢ່າງອັດຕະໂນ ມັດ ເຊິ່ງເລື່ອງນີ້ມັນໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບໝີນ້ອຍເປັນທີ່ສຸດ  ໝີນ້ອຍບໍ່ຍອມອອກໂດຍດີ ຈິ່ງໄດ້ຂໍເຂົ້າພົບເພື່ອເຈລະຈາເປັນການສ່ວນຕົວກັບເອກທີ່ຫ້ອງເຮັດວຽກ ເຊິ່ງໝີນ້ອຍໄດ້ຍື່ນຂໍ້ສະເໜີ ຖ້າໃຫ້ໃຫ້ນາງເຮັດວຽກໃນບໍລິສັດໃນຕຳແໜ່ງເກົ່ານາງຈະເກັບເລື່ອງນີ້ໄວ້ເປັນຄວາມລັບ ຈະມີພຽງສອງຄົນເທົ່ານັ້ນທີ່ຮູ້ເລື່ອງນີ້ ຖ້າເອກບໍ່ເຮັດຕາມທີ່ນາງຂໍ ນາງຈະປ່າວປະກາດໃຫ້ທົ່ວສະລະທິດ ຄົນເປັນຮ້ອຍເປັນພັນຮູ້ເອກບໍ່ໄດ້ໃສ່ໃຈພຽງເທົ່າໃດ ແຕ່ມີຍິງພຽງໜຶ່ງດຽວທີ່ລາວແຄຣຄວາມຮູ້ສຶກທີ່ສຸດນັ້ນກໍ່ຄືອາລີ້ເມຍສຸດທີ່ຮັກທີ່ຕອນນີ້ກຳລັງຖືພາລູກຂອງເຂົາຢູ່ ເອກຢ້ານເລື່ອງນີ້ໄປກະທົບຈິດໃຈຂອງອາລີ້ ແລະ ສົ່ງຜົນເສຍຕໍ່ລູກໄລຍະນີ້ອາລີ້ຍັງທ້ອງອ່ອນ ແລະ ຍັງມີຮ່າງກາຍບໍ່ແຂງແຮງຈິ່ງສ່ຽງຕໍ່ການລຸລູກໄດ້ ດັ່ງນັ້ນເອກຈິ່ງຍອມຄືນຄຳເວົ້າວ່າຈະປົດໝີນ້ອຍອອກຈາກໜ້າທີ່ໂດຍການໃຫ້ໝີນ້ອຍເຮັດວຽກເປັນເລຂາຕົນຄືເກົ່າ.

ສອງສາມມື້ແລ້ວທີ່ເອກບໍ່ຍອມກັບມາຢູ່ເຮືອນກັບອາລີ້ເນື່ອງຈາກມີແນວຄິດກຸ້ມໃຈມັນຍັງບໍ່ພ້ອມທີ່ຈະປະເຊີນໜ້າກັບອາລີ້ ແລະ ຍັງທຳໃຈບໍ່ໄດ້ທີ່ຈະອາໃສຢູ່ຮ່ວມເຮືອນຫຼັງທີ່ມີໝີນ້ອຍອາໃສຢູ່ ເອກເອີ່ຍປາກໄລ່ໝີນ້ອຍອອກຈາກເຮືອນໄປແຕ່ໝີນ້ອຍກັບດື້ດ້ານບໍ່ຍອມໄປທັງຢືນຢັນວ່າຈະຢູ່ເຮືອນຫຼັງນັ້ນຕໍ່ໄປ ເມື່ອໝີນ້ອຍບໍ່ຍອມໄປເອກຈິ່ງເປັນຝ່າຍໄປເອງ.

ເອກກັບມາທີ່ເຮືອນຫຼັງນີ້ອີກຄັ້ງເພື່ອມາຊວນອາລີ້ກຽມຕົວຍ້າຍໄປຢູ່ບ່ອນອື່ນໂດຍເອກອ້າງວ່າເພື່ອນຂອງເຂົາທີ່ເປັນເຈົ້າຂອງເຮືອນຈະກັບມາໃນເດືອນໜ້ານີ້ແລ້ວ ແລະ ບໍ່ຕ້ອງການແມ່ບ້ານແລ້ວ ເຊິ່ງເຫດຜົນນີ້ອາລີ້ກໍ່ເຂົ້າໃຈ ແລະ ຮັບປາກວ່າຈະຍ້າຍອອກໄປທັນທີທີ່ອາລີ້ຫາຫ້ອງເຊົ່າໃໝ່ທີ່ຢູ່ໃນເຂດບໍລິເວນໃກ້ໆກັບໂຮງຮຽນໄດ້ກ່ອນຈິ່ງຄ່ອຍຍ້າຍອອກໄປ.

ໝີນ້ອຍມັກໃຫຍ່ໂລບມາກຢາກຄອບຄອງເອກພຽງຄົນດຽວ ຈິ່ງຄິດຊົ່ວທຳຮ້າຍນ້ອງທີ່ໃຫຍ່ມາພ້ອມກັນໄດ້ລົງຄອງ ໂດຍຢາໄລ່ເລືອດທີ່ຊື້ມາເບື້ອງຕົ້ນວ່າຈະກິນເອງ ໝີນ້ອຍກັບເອົາໄປບົດປະສົມນົມໃຫ້ອາລີ້ນ້ອງສາວທີ່ກຳລັງຖືພາຄືກັນດື່ມທຸກຄືນຕາມໂມງຢາ ເຊິ່ງອາລີ້ເອງກໍ່ບໍ່ໄດ້ຄິດລະແວງໃຈ ກໍ່ເພາະເຊື່ອໃຈວ່າເອື້ອຍຫວັງດີກັບຕົນຈາກໃຈຈິງ ເຖິງຈະຮູ້ວ່າເອື້ອຍຂອງຕົນຫວັງຈະສຽບຂ້າງຫຼັງເລື່ອງສາມີຂອງຕົນ ແຕ່ກໍ່ຄິດບໍ່ເຖິງວ່າເອື້ອຍຈະຊົ່ວຈົນເຖິງຂັ້ນທຳຮ້າຍຫຼານໃນທ້ອງ ແລະ ຕົວເອງທີ່ເປັນດັ່ງນ້ອງສາວໄດ້ລົງຄໍ.

ອາລີ້ດື່ມນົມທີ່ເອື້ອຍຊົງມາໃຫ້ດື່ມທຸກຄືນລຽນຕິດກັນເປັນເວລາ 4 ມື້ ກໍ່ຮູ້ສຶກປວດປັ້ນທ້ອງຢ່າງຮຸນແຮງໃຈເກືອບຂາດ, ອາລີ້ຊຸດຕົນລົງກັບພື້ນກາງເຮືອນດິ້ນທຸລົນທຸລາຍເຫື່ອແຕກໜ້າສີດຈາງ ຕີນມືເຢັນ ພຽງເວລາບໍ່ດົນນ້ຳເລືອດແດງໆກໍ່ໄຫລອອກມາຈາກຊ່ອງຄອດ ອາລີ້ພະຍາຍາມຮ້ອງໃຫ້ເອື້ອຍໝີນ້ອຍທີ່ຢູ່ໃນຫ້ອງນອນລົງມາຊ່ວຍ ແຕ່ໝີນ້ອຍຮູ້ຢູ່ແລ້ວວ່າຈະເກີດຫຍັງຂຶ້ນກັບນ້ອງສາວ ດັ່ງນັ້ນນາງຈິ່ງອັດປະຕູຫ້ອງໄວ້ແໜ້ນ ແລະ ເປີດເພງດັງກົບສຽງຮ້ອງຂອງນ້ອງສາວ, ອາລີ້ເຈັບປວດດິ້ນທຸລົນທະລາຍທີ່ພື້ນ ເມື່ອຮ້ອງເອື້ອຍຫຼາຍຄັ້ງຈົນຈະໝົດແຮງແລ້ວຄິດໄດ້ວ່າເອື້ອຍຄົງຈະບໍ່ໄດ້ຍິນເພາະສຽງເພງທີ່ດັງອອກມາຈາກໃນຫ້ອງນັ້ນ ອາລີ້ຈິ່ງລວບລວມເຫື່ອແຮງທີ່ມີຢູ່ບືນຄານໄປຈັບເອົາໂທລະສັບທີ່ວາງໄວ້ເທິງໂຕະແກ້ວໂຊຟາດ້ວຍຄວາມເຈັບປວດ ເມື່ອໄດ້ໂທລະສັບມາແລ້ວກໍ່ຟ້າວກົດໄປຫາເອກຜູ້ເປັນຜົວເພື່ອຂໍຄວາມຊ່ວຍເຫຼືອ, ເອກຫຼັງຈາກວາງສາຍໂທລະສັບຂອງອາລີ້ຜູ້ເປັນເມຍກໍ່ຟ້າວອອກຈາກໂຮງແຮມຂັບລົດມຸ່ງໜ້າມາທີ່ເຮືອນໂດຍໄວ ເພື່ອນຳເມຍໄປໂຮງໝໍ.

ເຖິງແພດຈະຊ່ວຍແມ່ໄວ້ໄດ້ ແຕ່ກໍ່ຊ່ວຍລູກໄວ້ບໍ່ໄດ້ ເລື່ອງນີ້ມັນໄດ້ສ້າງຄວາມສູນເສຍເຈັບປວດໃຈຢ່າງມະຫາສານໃຫ້ກັບອາລີ້ ແລະ ເອກ ຢ່າງທີ່ສຸດ ສຽງອາລີ້ຮ້ອງໄຫ້ໃຈແທບຂາດເນື່ອງຈາກການສູນເສຍລູກອັນເປັນທີ່ຮັກມັນໄດ້ບີບຄັ້ນຫົວໃຈຂອງຜູ້ເປັນຜົວຢ່າງເອກໃຫ້ເຈັບປວດ ແລະ ຮູ້ສຶກຜິດຊ້ຳຜິດຊ້ອນເຂົ້າໄປອີກ, ເອກຄອຍໂທດຕົວເອງທີ່ບໍ່ຢູ່ດູແລເອົາໃຈເມຍ ກັບ ລູກ ປ່ອຍໃຫ້ເລື່ອງແບບນີ້ເກີດຂຶ້ນໄດ້ ແຕ່ກໍ່ຍ້ອນເວລາໄປແກ້ໄຂເລື່ອງລາວທີ່ເກີດຂຶ້ນບໍ່ໄດ້ ສິ່ງທີ່ເຮັດໄດ້ຕອນນີ້ກໍ່ຄືການໃຫ້ກຳລັງໃຈກັນ ແລະ ກັນ ເພາະຕອນນີ້ຕ່າງຄົນກໍ່ຕ່າງມີສຸຂະພາບທາງຈິດໃຈທີ່ສຸດໂຊມຫຼາຍ.

ໝີນ້ອຍຮູ້ສຶກດີໃຈແທ້ກັບການສູນເສຍລູກຂອງນ້ອງສາວ ແຕ່ກໍ່ເສແສ້ງເຮັດໜ້າເສົ້າມາສະແດງຄວາມເຫັນອົກເຫັນໃຈນ້ອງສາວທີ່ເສຍລູກໄປ.

ອາລີ້ໃຊ້ເວລາພັກຟື້ນຢູ່ໂຮງໝໍປະມານ 2 ມື້ ແພດກໍ່ອະນຸຍາດໃຫ້ກັບໄປຮັກສາຕົວທີ່ເຮືອນໄດ້ ໂດຍມີເອກຄອຍດູແລຢູ່ຂ້າງໆເກືອບຕະຫຼອດເວລາ. ໜຶ່ງອາທິດຜ່ານໄປສຸຂະພາບຮ່າງກາຍ ແລະ ຈິດໃຈຂອງອາລີ້ກໍ່ເລີ່ມດີຂຶ້ນເລັກນ້ອຍ ຖືວ່າພົ້ນໄລຍະຮ້າຍແຮງໄປຂັ້ນໜຶ່ງ. ທຸກຄ່ຳຄືນຍາມລາຕີຫຼັບໄຫລເອກຊາຍໜຸ່ມທີ່ແບກຄວາມທຸກ ແລະ ພາລະອັນຫຼວງໄວ້ເທິງບ່າພຽງລຳພັງ ຫຼາຍຄືນແລ້ວທີ່ພະຍາຍາມຂົ່ມຕາໃຫ້ນອນຫຼັບບໍ່ສະໜິດດີແຕ່ກໍ່ເຮັດບໍ່ໄດ້ ເພາະນັບຕັ້ງແຕ່ວັນທີ່ເກີດເລື່ອງຂຶ້ນກັບໝີນ້ອຍ ເພາະມົວແຕ່ຄອຍລະແວງຢ້ານເລື່ອງລາວອັນໜ້າອັບປະຢົດອົດສູນີ້ເປີດເຜີຍ ຖ້າໃນໂລກນີ້ມີຄວາມລັບທີ່ເກັບຢູ່ເອກຄົງບໍ່ຕ້ອງຕົກຢູ່ໃນສະຖານທໍລະມານໃຈແບບນີ້, ເອກລຸກຂຶ້ນນັ່ງທ່າມກາງຄວາມມືດຂອງຫ້ອງທີ່ປິດດອກໄຟມີພຽງແສງໄຟສະລົວບາງໆຂອງດອກໄຟທີ່ເປີດຢູ່ດ້ານນອກສາສ່ອງເຂົ້າມາພຽງເລັກໜ້ອຍເທົ່ານັ້ນ ຕາທັງສອງຈ້ອງເບິ່ງໜ້າຍິງຄົນຮັກທີ່ກຳລັງນອນຫຼັງສະໜິດດ້ວຍຄວາມສົງສານ, ເປັນຫ່ວງ. ໃນໃຈຂອງເອກມີຄວາມລັບບາງເລື່ອງທີ່ຢາກຈະບອກໃຫ້ອາລີ້ໄດ້ຮັບຮູ້ແຕ່ບໍ່ສາມາດເວົ້າອອກໄປໄດ້ ດັ່ງນັ້ນໃນຫົວໃຈຈິ່ງເຕັມໄປດ້ວຍຄວາມເຈັບປວດ ເອກພະຍາຍາມບໍ່ສົນໃຈ ແລະ ຄິດຈະລືມເລື່ອງມື້ນັ້ນທີ່ເກີດຂຶ້ນໃນມື້ນັນທັງໝົດແຕ່ສະໝອງມັນຍັງເຝົ້າຄິດວົກວົນກັບມາເລື່ອງເກົ່າຢູ່ຊ້ຳໆ ເອກບໍ່ຮູ້ວ່າຕອນນີ້ຕົນເອງຄວນໄປຢູ່ບ່ອນໃດ ແລະ ຄວນຈະແກ້ໄຂແນວໃດດີ ພຽງຮູ້ແຕ່ວ່າຕອນນີ້ຮູ້ສຶກອຶດອັດອຸກອັ່ງຫາຍໃຈຝືດ ແລະ ຢ້ານທີ່ຈະເສຍຄົນຮັກໄປເມື່ອວັນໜຶ່ງທີ່ຄວາມລັບຖືກເປີດເຜີຍ ຕອນນີ້ຕົນຢາກຈະໜີໄປໃຫ້ໄກບ່ອນທີ່ບໍ່ມີໃຜ, ຢາກຮ້ອງອອກມາດັ່ງໆຈົນສຸດສຽງ ແລະ ຢາກຮ້ອງໄຫ້ລະບາຍຄວາມທຸກ ເພາະຫົວໃຈມີແຕ່ນ້ຳຕາ ແລະ ຮອຍບາດແຜ.