Homeໂທລະສັບເປີດໂຕຢ່າງເປັນທາງການແລ້ວ ກັບ HUAWEI P10/P10 PLUS

ເປີດໂຕຢ່າງເປັນທາງການແລ້ວ ກັບ HUAWEI P10/P10 PLUS

Published on

ຕອນບ່າຍຂອງວັນທີ 22 ເມສາ 2017 ທີ່ຜ່ານມາ ຢູ່ທີ່ໂຮງແຮມ ຄລາວ ພລາຊາ ໄດ້ມີພິທີເປີດໂຕ ສະມາດໂຟນນະວັດຕະກຳໃໝ່ ແລະ ຄວາມທັນສະໄໝ ຈາກຄ້າຍ HUAWEI ໃໝ່ຫຼ້າສຸດ ນັ້ນກໍຄື HUAWEI P10/P10 PLUS ຂຶ້ນຢ່າງເປັນທາງການ ໂດຍມີທ່ານ ຊູຈິນຢົງ ຜູ້ອຳນວຍການຝ່າຍອຸປະກອນສື່ສານຫົວເຫວີຍປະຈຳປະເທດລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນຈຳນວນຫຼາຍ.
ພາຍໃນງານນອກຈາກມີການອະບາຍຄຸນລັກສະນະພິເສດໂດຍລວມຂອງ HUAWEI P10/P10 PLUS ແລະ ໄດ້ມີການທົດລອງສຳຜັດເບິ່ງຕົວຈິງກັນແລ້ວ ຍັງໄດ້ມີຊ່າງພາບມືອາຊີບອັນດັບຕົ້ນໆ ຂອງປະເທດລາວທີ່ໄດ້ມາຮ່ວມແບ່ງປັນປະສົບການການຖ່າຍພາບງາມໆ ແລະ ແນະນຳວິທີການຖ່າຍຮູບດ້ວຍ HUAWEI P10/P10 PLUS ອີກດ້ວຍ.
ສຳຫຼັບ HUAWEI P10/P10 PLUS ແມ່ນຍັງຄົງມາພ້ອມກັບກ້ອງຫຼັງເລນຄູ່ທີ່ພັດທະນາຮ່ວມກັບ Leica ແລະ ກໍເປັນຄັ້ງທຳອິດທີ່ກ້ອງໜ້າກໍເລືອກໃຊ້ກ້ອງຂອງ Leica ທີ່ໃຫ້ຄຸນນະພາບໃກ້ຄຽງກັບກ້ອງມືອາຊີບ.

ທາງດ້ານການອອກແບບຕົວເຄື່ອງ ໄດ້ເຜີຍໃຫ້ເຫັນເຖິງຄວາມຊ່ຽວຊານທາງດ້ານໂລຫະທີ່ພັດທະນາຂຶ້ນໄປອີກຂັ້ນ ຕາມທີ່ເອີ້ນກັນວ່າຄວາມໂຄ້ງມົນ Hyper diamond-cut ແລະ ທາງເລືອກໃໝ່ຂອງສີສັນ ທີ່ສຳຄັນຫົວເຫວີຍຍັງມີຄວາມພູມໃຈນຳສະເໜີການບໍລິການຫຼັງການຂາຍທີ່ດີທີ່ສຸດໃຫ້ກັບລູກຄ້າ HUAWEI P10/P10 PLUS ເຊັ່ນຮັບປະກັນໜ້າຈໍ 3 ເດືອນ ຫຼື ໄປຮັບເຄື່ອງຢູ່ເຮືອນມາສ້ອມແປງ ແລະ ສ້ອມແປງໄວພາຍໃນ 2 ຊົ່ວໂມງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...