spot_img
Homeຂ່າວຕ່າງປະເທດ"ສີ ຈິ້ນຜິງ" ຂໍຮ້ອງ "ທຣັມ" ໃຫ້ໃຊ້ຄວາມອົດທົນກັບເກົາຫຼີເໜືອ

“ສີ ຈິ້ນຜິງ” ຂໍຮ້ອງ “ທຣັມ” ໃຫ້ໃຊ້ຄວາມອົດທົນກັບເກົາຫຼີເໜືອ

Published on

ສຳນັກເອເອຟພີລາຍງານວ່າ ປະທານາທິບໍດີ ສີ ຈິ້ນຜິງ  ຮຽກຮ້ອງໃຫ້ “ໃຊ້ຄວາມອົດທົນ” ໃນເລື່ອງຂອງເກົາຫຼີເໜືອ ໃນລະຫວ່າງການສົນທະນາທາງໂທລະສັບກັບປະທານາທິບໍດີ ໂດນັລ ທຣັມ ຂອງສະຫະລັດອາເມລິກາ ເມື່ອວັນທີ 24 ເມສາ 2017 ກ່ອນໜ້າທີ່ເຮືອບັນທຸກເຮືອຮົບຂະໜາດໃຫຍ່ຂອງສະຫະລັດອາເມລິກາຈະເດີນທາງມາຮອດມະຫາສະໝຸດເກົາຫຼີ

ການສົນທະນາໃນເທື່ອນີ້ມີຂຶ້ນທ່າມກາງຄວາມກັງວົນຫຼາຍຂຶ້ນເລື່ອຍໆ ວ່າເກົາຫຼີເໜືອຈະທົດສອບມິສໄຊ ຫຼື ນິວເຄຣຍຮອບໃໝ່ ໃນໂອກາດຄົຍຮອບ 85 ປີການກໍ່ຕັ້ງກອງທັບປະຊາຊົນເກົາຫຼີໃນວັນທີ 25 ເມສາ (ມື້ນີ້)

ກ່ອນໜ້ານີ້ວັນດຽວກັນ ທ່ານ ທຣັມ ໄດ້ສົນທະນາທາງໂທລະສັບກັບທ່ານລັດຖະມົນຕີ ຊິນໂສະ ອາເບະ ຂອງຍີ່ປຸ່ນເຖິງເລື່ອງການຊ້ອມຮົບຮ່ວມລະຫວ່າງເຮືອບັນທຸກເຮືອບິນຢູເອສເອສ ຄາຣ໌ວິນສັນ ແລະ ກອງກຳລັງປ້ອງກັນຕົວເອງຂອງຍີ່ປຸ່ນ ເຊິ່ງຜູ້ນຳທັງສອງເຫັນພ້ອມທີ່ຈະຕິດຕໍ່ກັນຢ່າງໃກ້ຊິດໃນເລື່ອງຂອງເກົາຫຼີເໜືອ ຂະນະດຽວກັນກໍ່ໄດ້ຮຽກຮ້ອງໃຫ້ເກົາຫຼີເໜືອສະແດງຄວາມອົດທົນໃນຊ່ວງໄລຍະທີ່ມີຄວາມຕຶງຄຽດໃນພາກພື້ນທີ່ມີລະດັບເພີ່ມສູງຂຶ້ນ

ດ້ານທ່ານ ອັນ ຊໍຊູ ມະຫາເສດຖີທຸລະກິດຊອຟແວໜ໌ ຜູ້ສະໝັກເຂົ້າຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ ເປີດເຜີຍໃນການສຳພາດກັບສຳນັກຂ່າງຣອຍເຕີໃນວັນດຽວກັນນີ້ວ່າ ເລັ່ງທີ່ຈະຟື້ນຟູການເຈລະຈານິວເຄຣຍ 6 ຝ່າຍເຊິ່ງປະກອບມີເກົາຫຼີເໜືອ, ຈີນ,​ ຍີ່ປຸ່ນ, ສະຫະລັດ, ຣັດເຊຍ ເພື່ອປົດອາວຸດເກົາຫຼີເໜືອທີ່ເຄີຍຢຸດສະງັກໄປຕັ້ງແຕ່ປີ 2008.

ແຫລ່ງຂ່າວຈາກ: ມະຕິຊົນອອນໄລນ໌

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...