spot_img
Homeຂ່າວພາຍ​ໃນຄາລາເຕ້ ເຍົາວະຊົນລາວ ຍາດໄດ້ 5 ຫຼຽນຈາກການແຂ່ງຂັນ Thailand Karate-do Open 2017

ຄາລາເຕ້ ເຍົາວະຊົນລາວ ຍາດໄດ້ 5 ຫຼຽນຈາກການແຂ່ງຂັນ Thailand Karate-do Open 2017

Published on

ເວັບໄຊຂ່າວ laosportnews ລາຍງານຈາກສະໜາມແຂ່ງຂັນ Thailand Karate-do Open 2017 ໃນວັນທີ 24 ເມສາ 2017 ນີ້ ເຊິ່ງທີມຄາລາເຕ້ໂດ້ ສີໂຄດຕະບອງ ໃນນາມປະເທດລາວ ສາມາດຍາດໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 3 ຫຼຽນທອງ ຈາກຜົນງານຂອງນາງ ມະໄລພອນ ເພັດດາວເຮືອງ ຍາດມາໄດ້ 1 ຫຼຽນຄຳ ປະເພດກະຕະດ່ຽວຍິງ ລຸ້ນເຍົາວະຊົນ ອາຍຸບໍ່ເກີນ 9 ປີ, 1 ຫຼຽນເງິນ ໄດ້ມາຈາກທ້າວ  ອຳຄາ ວົງພະຈັນ ປະເພດທ່າລຳ ກະຕະດ່ຽວຊາຍ ລຸ້ນ 18 ປີ ຂຶ້ນໄປ, ແລະ 3 ຫຼຽນທອງ ໄດ້ມາຈາກ ທ້າວ ຣິກກີ້ ວົງຄຳສາ ປະເພດຕໍ່ສູ້ດ່ຽວຊາຍ ລຸ້ນອາຍຸບໍ່ເກີນ 14-15 ປີ, ທ້າວ ສະລັນ ມະນິສິງ ປະເພດຕໍ່ສູ້ດ່ຽວຊາຍ ລຸ້ນອາຍຸບໍ່ເກີນ 15-16 ປີ – 55 kg ແລະ ທ້າວ ອາເລັກ  ປະເພດຕໍ່ສູ້ດ່ຽວຊາຍ ລຸ້ນອາຍຸບໍ່ເກີນ 17 ປີ + 76 kg.

ເຊິ່ງການແຂ່ງຂັນໃນຄັ້ງນີ້ມີ 14 ປະເທດ ແລະ 40 ພາກສ່ວນເຂົ້າຮ່ວມ ທາງທີມງານຂອງພວກເຮົາຂໍສະແດງຄວາມຊົມເຊີຍກັບຜົນງານທີ່ນ້ອງໆນັກກີລາທຸກຄົນຍາດມາໄດ້

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...