HomeBaby-ແມ່ແລະເດັກ"ບິລເກດສ໌" ເຜີຍ "ອະນຸຍາດໃຫ້ລູກໃຊ້ໂທລະສັບຕອນລູກມີອາຍຸຮອດ 14 ປີ"

“ບິລເກດສ໌” ເຜີຍ “ອະນຸຍາດໃຫ້ລູກໃຊ້ໂທລະສັບຕອນລູກມີອາຍຸຮອດ 14 ປີ”

Published on

ບິລ ເກດສ໌ ໃຫ້ສຳພາດກັບ Mirror ຂອງອັງກິດ ແລະ ມີຫົວຂໍ້ໜຶ່ງກໍ່ຄື ລາວເຜີຍວ່າ ລາວຈະອະນຸຍາດໃຫ້ລູກຂອງລາວໃຊ້ໂທລະສັບໄດ້ເມື່ອຕອນທີ່ລູກຂອງລາວມີອາຍຸຄົນ 14 ປີຂຶ້ນໄປ.

ໂດຍເມື່ອ 8 ປີກ່ອນ ເມຍຂອງບິລ ເກດສ໌ ໃຫ້ສຳພາດວ່າລູກໆທັງ 3 ຄົນທີ່ຍັງອາຍຸບໍ່ຮອດ 14 ປີ ຖືກບິລ ເກດສ໌ ຫ້າມໃຊ້ໂທລະສັບມືຖື ແລະ iPad ແຕ່ເຂົາກໍ່ບໍ່ໄດ້ເວົ້າຮອດກນໃຊ້ເທັກໂນໂລຢີອື່ນຂອງລູກເພີ່ມເຕີມ ເຊິ່ງປັດຈຸບັນນີ້ລູກທັງ 3 ຂອງລາວ ກໍ່ມີອາຍຸຮອດ 14 ປີແລ້ວ ແຕ່ບິລ ເກດສ໌ກໍ່ບໍ່ໄດ້ເປີດເຜີຍວ່າລາວອະນຸຍາດໃຫ້ລູກນັ້ນໃຊ້ສະມາດໂຟນຢີ່ຫໍ້ໃດໄດ້.

ບິລ ເກດສ໌ ບອກວ່າໃນຄອບຄົວລາວມີກົດຂໍ້ຫ້າມອື່ນໆອີກເຊັ່ນ: ຫ້າມໃຊ້ໂທລະສັບໃນເວລາກິນເຂົ້າ, ລາວຍອມຮັບວ່າສະມາດໂຟນມີປະໂຫຍດ ທັງຊ່ວຍໃນການຄົ້ນຫາຂໍ້ມູນເລື່ອງການຮຽນ, ທັງເປັນຊ່ອງທາງໃນການຕິດຕໍ່ກັບເພື່ອນໆ ແຕ່ຕ້ອງຈຳກັດໃນການໃຊ້ງານໃນແຕ່ລະມື້ ເຊິ່ງ ບິລ ເກດສ໌ບອກວ່າ ກົດຂໍ້ຫ້າມທີ່ລາວຕັ້ງຂຶ້ນນີ້ ຈະຊ່ວຍໃຫ້ລູກໆຂອງລາວມີເວລາໃນການພັກຜ່ອນທີ່ພຽງພໍ.

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...