spot_img
Homeຂ່າວເຫດການສປປ ລາວ ຈະຮັບໜ້າທີ່ປະທານອາຊຽນ ແລະ ຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2016

ສປປ ລາວ ຈະຮັບໜ້າທີ່ປະທານອາຊຽນ ແລະ ຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2016

Published on

 

ໃນວັນທີ 15 ສິງຫານີ້ ຢູ່ຫ້ອງວ່າການລັດຖະບານ ໄດ້ມີກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມຄວາມພ້ອມຂອງ

ສປປ ລາວ ໃນການເປັນເຈົ້າພາບກອງປະຊຸມ ແລະ ເປັນປະທານອາຊຽນໃນປີ 2016 ນີ້ ໂດຍການເປັນປະທານຂອງທ່ານ

ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງຕ່າງໆເຂົ້າຮ່ວມຢ່າງ

ພ້ອມພຽງ.

 

ກອງປະຊຸມໄດ້ປຶກສາຫາລື​ແບ່ງ​ຄວາມ​ຮັບຜິດຊອບ ແລະ ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງກະກຽມ​ໃຫ້​

ແກ່ການເປັນເຈົ້າພາບຈັດ​ກອງ​ປະຊຸມສຸດຍອດອາ​ຊຽນ 2016. ພ້ອມທັງກຳນົດພາລະບົດບາດ,ໜ້າທີ່ຮັບຜິດຊອບລະ

ອຽດ ແລະ ສ້າງແຜນການດຳເນີນງານຢ່າງເປັນລະບົບ ຕາມຄວາມເໝາະສົມຂອງແຕ່ລະກະຊວງ ແລະ ຂະແໜງການ

ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ຕາມຂັ້ນຕອນຂອງຮ່າງແຜນດຳ​ເນີນການກະກຽມຮັບໃຊ້ ກອງປະຊຸມອາຊຽນທີ່ລາວ

ຈະໄດ້ຮັບກຽດເປັນປະທານຄັ້ງທີ II ໃນປີ 2016 ທີ່​ຈະ​ມາ​ເຖິງນີ້ ໃຫ້ໄດ້ຮັບຜົນສຳເລັດ.

 

ພ້ອມນີ້, ກອງປະຊຸມໄດ້ມອບໝາຍໃຫ້ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ

ການຕ່າງປະເທດ ທັງເປັນຮອງປະທານຄະນະກຳມະການຊີ້ນຳລະດັບຊາດ, ເປັນຜູ້ປະຈຳການ ແລະ ເປັນຜູ້ອະນຸມັດການ

ແຕ່ງຕັ້ງອະນຸກຳມະການຕ່າງໆ ໃຫ້ນຳເອົາຜົນຂອງກອງປະຊຸມໃນຄັ້ງນີ້ ໄປກະກຽມແຕ່ງຕັ້ງບັນດາອະນຸກຳມະການຕ່າງໆ

ຕາມໜ້າວຽກທີ່​ໄດ້​ຮັບ​ການ​ມອບໝາຍ.

 

ສປປ ລາວ, ໄດ້ຮັບກຽດເປັນປະທານອາຊຽນຄັ້ງທຳອິດ​​ໃນປີ 2004-2005 ໂດຍໄດ້ເປັນປະທານ ແລະ ເຈົ້າພາບຈັດກອງ

ປະຊຸມສຸດ​ຍອດອາຊຽນຄັ້ງທີ X, ກອງ​ປະຊຸມອາຊຽນກັບຄູ່ເຈລະຈາ ແລະ ກອງ​ປະຊຸມ​ຕ່າງໆນັບແຕ່ກອງປະຊຸມລະດັບວິ

ຊາການ,ກອງ​ປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມລະດັບລັດຖະມົນຕີຂະແໜງການຕ່າງໆອີກດ້ວຍ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/2016.html

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...