Homeຂ່າວຕ່າງປະເທດແພດເຜີຍການປິ່ນປົວແມ່ຍິງທີ່ຕຸ້ຍ 500 ໂລ ນໍ້າໜັກຫຼຸດລົງໄປເຄິ່ງໜຶ່ງ ແລະນັ່ງລົດເຂັນໄດ້ແລ້ວ

ແພດເຜີຍການປິ່ນປົວແມ່ຍິງທີ່ຕຸ້ຍ 500 ໂລ ນໍ້າໜັກຫຼຸດລົງໄປເຄິ່ງໜຶ່ງ ແລະນັ່ງລົດເຂັນໄດ້ແລ້ວ

Published on

ບີບີຊີລາຍງານເມື່ອວັນທີ 21 ເມສາ 2017 ວ່າ ການປິ່ນປົວແມ່ຍິງຄົນອີຢິບ ທີ່ມີບັນຫາໂຣກອ້ວນຜິດປົກກະຕິ ຈົນມີນໍ້າໜັກເຖິງ 500 ກິໂລກຣາມ ເຊິ່ງຄະນະແພດອິນເດຍໄດ້ເວົ້າວ່າ ຫຼັງການຜ່າຕັດໄປເມື່ອ 2 ເດືອນກ່ອນ ຂະນະນີ້ນໍ້າໜັກຂອງຄົນໄຂ້ຫຼຸດລົງໄປແລ້ວ 250 ກິໂລກຣາມ ແລະເຮັດໃຫ້ລາວນັ່ງລົດເຂັນໄດ້ແລ້ວ

ນາງ ເອມັນ ອັບດຸລ ອາຕີ ຖືກສົ່ງຕົວຈາກອີຢິບ ມາປິ່ນປົວແບບພິເສດ ທີ່ໂຮງໝໍໄຊຟີ ເມືອງມຸມໄບ ດ້ວຍການຊ່ວຍເຫຼືອຂອງລັດຖະມົນຕິອິນເດຍ ທີອະນຸຍາດໃຫ້ຂຶ້້ນຍົນເຂົ້າປະເທດມາໄດ້ ດ້ວຍຄວາມສົງສານວ່າຜູ້ຍິງຄົນນີ້ມີຊີວິດທີ່ທຸກທໍລະມານ ໄປທາງໃດບໍ່ໄດ້ມາດົນກວ່າ 25 ປີແລ້ວ

ຕອນນີ້ທີມແພດລໍຖ້າໃຫ້ຄົນເຈັບນໍ້າໜັກຫຼຸດລົງເຖິງລະດັບທີ່ເຂົ້າເຄື່ອງຊີທີສແກນໄດ້ ເພື່ອຈະໄດ້ຊ່ວຍປິ່ນປົວອາການເສັ້ນເລືອດຕີບດັ່ງກ່າວ, ຂັ້ນຕອນຈາກນີ້ໄປ ເມື່ອກາຍ 6 ເດືອນແລ້ວ ຄືຈະໃຫ້ຢາສຳລັບປິ່ນປົວອາການໂຣກຕຸ້ຍ ເປັນຢາທີ່ຕ້ອງສັ່ງຈາກອາເມລິກາ

ຄອບຄົວຂອງນາງ ອາຕີ ໄດ້ເວົ້າວ່າ ລາວມີນໍ້າໜັກຕອນເກີດ 5 ກິໂລກຣາມ ຈາກນັ້ຍຍັງຕິດເຊື້ອໂຣກຕີນຊ້າງ ຕັ້ງແຕ່ອາຍຸ 11 ປີເປັນຕົ້ນມາ ນໍ້າໜັກຕົວກໍເພີ່ມຂຶ້ນຢ່າງໄວ ຈົນຮອດຕອນເກີດພາວະເສັ້ນເລືອດອຸດຕັນກໍໄດ້ແຕ່ນອນເທິງຕຽງ ມີແມ່ ແລະເອື້ອຍຄອຍດູແລ

ກ່ອນຜ່າຕັດ

 

ຫຼັງຜ່າຕັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...