spot_img
Homeຂ່າວຕ່າງປະເທດເຮືອໂດຍສານອິນໂດເນເຊຍ ຫຼົ້ມກາງທະເລ ມີຜູ້ສູນຫາຍ 15 ຄົນ

ເຮືອໂດຍສານອິນໂດເນເຊຍ ຫຼົ້ມກາງທະເລ ມີຜູ້ສູນຫາຍ 15 ຄົນ

Published on

(ພາບນັກທ່ອງທ່ຽວບາງສ່ວນ ທີ່ໄດ້ຮັບການຊ່ວຍເຫຼືອແລ້ວ)

 

ເຮືອອິນໂດເນເຊຍຫຼົ້ມອັບປາງກາງທະເລ ໃນຂະນະທີ່ກຳລັງເດີນທາງຈາກເກາະລອມບອກ ໄປເກາະໂຄໂມໂດ

ສູນຫາຍ 15 ຄົນ.

 

ເມື່ອວັນທີ 17 ສິງຫາ 2014 ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດອຸບັດເຫດເຮືອໂດຍສານນຳທ່ຽວ ເຊິ່ງໄດ້

ບັນທຸກນັກທ່ອງທ່ຽວຕ່າງຊາດຈຳນວນກ່ວາ 20 ຄົນ ຫຼົ້ມອັບປາງກາງທະເລ ໃກ້ກັບເກາະຊັນແກງ ອາປີ ຂອງ

ເມືອງບີມາ ລະຫວ່າງເສັ້ນທາງຈາກເກາະລອມບອກ ໄປຍັງເກາະໂຄໂມໂດ ປະເທດອິນໂດເນເຊຍ.

 

ລາຍງານລະບຸອີກວ່າ ເຫດກັ່ງກ່າວເກີດຂຶ້ນ ເມື່ອວັນທີ 16 ສິງຫາ 2014 ທີ່ຜ່ານມາ ໂດຍພາຍໃນເຮືອນຳທ່ຽວ

ລຳນີ້ ມີທັງໝົດ 25 ຄົນ ເປັນຊາວຕ່າງປະເທດ 20 ຄົນ ແລະ ເປັນລູກເຮືອຊາວອິນໂດເນເຊຍອີກ 5 ຄົນ ເຊິ່ງ

ໃນນີ້ ມີຈຳນວນຜູ້ສູນຫາຍ 15 ຄົນ ໃນຂະນະດຽວກັນກໍມີນັກທ່ອງທ່ຽວຕ່າງປະເທດ 10 ຄົນ ທີ່ໄດ້ຮັບການຊ່ວຍ

ເຫຼືອຂຶ້ນມາຈາກນ້ຳໄດ້ແລ້ວ.

 

ທາງດ້ານ ທ່ານ ບູເດຍວັນ ຫົວໜ້າສຳນັກງນການຄົ້ນຫາ ແລະ ກູ້ໄພໃນເມືອງມາຕາຣາມ ເມືອງເອກຂອງ

ແຂວງນູຊາ ເຕັງກາຣາ ໄດ້ເປີດເຜີຍວ່າ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ທີ່ຍັງຄົງສູນຫາຍ ໂດຍໃຊ້

ເຮືອຢ່າງໜ້ອຍ 4 ລຳ, ສ່ວນສາເຫດທີ່ເຮັດໃຫ້ເຮືອຫຼົ້ມໃນຄັ້ງນີ້ ຍັງຄົງຢູ່ໃນລະຫວ່າງການສືບສວນ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...