Homeຂ່າວພາຍ​ໃນຜູ້ໂດຍສານທົ່ວປະເທດຮຽກຮ້ອງພາກລັດ ປັບປຸງການໃຫ້ບໍລິການຂອງລົດໂດຍສານ

ຜູ້ໂດຍສານທົ່ວປະເທດຮຽກຮ້ອງພາກລັດ ປັບປຸງການໃຫ້ບໍລິການຂອງລົດໂດຍສານ

Published on

ຈາກກໍລະນີທີ່ມີຂ່າວວ່າຜູ້ໂດຍສານ ແຈ້ງວ່າຕົນເອງບໍ່ໄດ້ຮັບຄວາມເປັນທຳ ຈາກການໃຊ້ບໍລິການລົດໂດຍສານ ຄື ໄດ້ນັ່ງຕັ່ງເສີມ ພ້ອມທັງຕ້ອງຈ່າຍເງິນຄ່າຂີ່ລົດແພງກວ່າປົກກະຕິ ທີ່ຖືກນຳສະເໜີອອກສູ່ສັງຄົມ ເມື່ອວັນທີ 18 ເມສາ 2017 ທີ່ຜ່ານມານັ້ນ ໄດ້ມີຜູ້ເຂົ້າມາອ່ານຂ່າວແລະປະກອບຄຳເຫັນຈຳນວນຫຼວງຫຼາຍ (ອ່ານຂ່າວນັ້ນຢູ່ນີ້: https://www.laopost.com/2017/04/18/88680) ພ້ອມທັງໄດ້ຮັບຂໍ້ມູນເພິ່ມເຕີມວ່າ ສະພາບການໃຫ້ບໍລິການຂອງລົດເມແມ່ນມີລັກສະນະກິນປຽບຜູ້ໃຊ້ບໍລິການຢູ່ທຸກສາຍທາງແລະເກືອບທຸກຄັນລົດ ເຊັ່ນ ການຮັບຜູ້ໂດຍສານເກີນບ່ອນນັ່ງ, ການເກັບເງິນແພງແລະບໍ່ມີມາຕະຖານ, ສະພາບລົດທັງບໍ່ສະອາດແລະບໍ່ຮັບປະກັນຄວາມປອດໄພ ແລະວ່າ ບັນຫາແບບນີ້ເກີດຂຶ້ນເປັນປະຈຳ ໂດຍສະເພາະແມ່ນໄລຍະບຸນປີໃໝ່ທີ່ມີປະຊາຊົນເດິນທາງກັບບ້ານ ແຕ່ບັນຫາບໍ່ໄດ້ຖືກແກ້ໄຂໃຫ້ດີຂຶ້ນເລີຍ.

ຜູ້ອ່ານທີ່ເຄີຍໃຊ້ບໍລິການລົດເມແລະເຄີຍພົບບັນຫາ ໄດ້ໃຫ້ຄຳເຫັນໃນລັກສະນະຮຽກຮ້ອງເຖິງພາກລັດ ໂດຍສະເພາະແມ່ນກະຊວງໂຍທາທິການແລະຂົນສົ່ງ ວ່າ: ມາຮອດປັດຈຸບັນນີ້ ປະເທດລາວຂອງເຮົາໄດ້ເອົາໂຕເອງເຊື່ອມຈອດກັບບັນດາປະເທດອ້ອມຂ້າງ ໂດຍສະເພາະແມ່ນ AEC ເຊິ່ງກ່ອນຈະລວມໂຕກັນນັ້ນ ປະເທດລາວກໍໄດ້ກຽມຄວາມພ້ອມທຸກຢ່າງ ເວົ້າສະເພາະເລື່ອງວຽກງານຂົນສົ່ງໂດຍສານ ກໍເຫັນວ່າມີໃບໜ້າໃໝ່ ມີລົດປັບອາກາດຫຼາຍກວ່າ 90% ແລ້ວ. ແຕ່ຂອດການໃຫ້ບໍລິການຂອງລົດໂດຍສານນັ້ນຍັງບໍ່ມີການພັດທະນາເທົ່າທີ່ຄວນ ຈຶ່ງຢາກສະເໜີໃຫ້ພາກສ່ວນລັດຖະບານ ປັບປຸງມາຕະຖານການໃຫ້ບໍລິການລົດໂດຍສານຕື່ມ ເຊັ່ນ:
1. ສະພາບເຕັກນິກລົດ ຄວນຫັນໃຫ້ເປັນມາຕະຖານທີ່ດີຮັບປະກັນຄວາມປອດໄພ ແລະອຳນວຍຄວາມສະດວກແກ່ຜູ້ເດິນທາງ ເຊັ່ນ ເຄື່ອງປັບອາກາດ ແລະ ສະພາບເຕັກນິກລົດອື່ນໆ ທີ່ເຫັນວ່າຈຳເປັນ.
2. ຮັບປະກັນຄວາມຍຸຕິທຳ ຄວນມີກົດລະບຽບໃນການເກັບຄ່າບໍລິການເປັນມາຕະຖານດຽວກັນ, ກຳນົດລາຄາລະອຽດຕາມໄລຍະທາງໃກ້ຫຼືໄກ, ມີການຕັກເຕືອນ ສຶກສາອົບຮົມ ໄປເຖິງຂັ້ນປະຕິບັດວິໄນຕໍ່ຜູ້ໃຫ້ບໍລິການໂດຍສານ ໃນກໍລະນີມີການຮ້ອງຮຽນ.
3. ຮັບປະກັນຄວາມສະອາດ ລົດຕ້ອງມີຄວາມສະອາດ ບໍ່ມີກິ່ນເໝັນ, ບໍ່ມີຄວາມເປິເປື້ອນແລະຮົກເຮື້ອ, ຈຸດພັກລົດຄວນໃຫ້ມີຫ້ອງນໍ້າໃຫ້ບໍລິການທີ່ສະອາດ ແລະລວມທັງສຶກສາອົບຮົມຜູ້ໂດຍສານໃຫ້ຮູ້ຈັກຮັກສາອະນາໄມໃນເວລາຢູ່ເທິງລົດ.
4. ເທິງລົດທຸກຄັນຄວນມີຂໍ້ມູນ ແນະນຳການປະຕິບັດໂຕຂອງຜູ້ໂດຍສານ ແລະມີຂໍ້ມູນຕິດຕໍ່ສຸກເສີນຫຼືຂໍ້ມູນຕິດຕໍ່ຫາພາກສ່ວນທີ່ກ່ຽວຂ້ອງໂດຍກົງ ໃນກໍລະນີມີອຸບັດເຫດຫຼືຜູ້ໂດຍສານຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ.
ແລະອື່ນໆ ທີ່ເຫັນວ່າສົມຄວນ…

ໂດຍທັງໝົດທີ່ກ່າວມານັ້ນ ຄວນຈະສ້າງເປັນກົດລະບຽບອອກມາບັງຄັບໃຊ້ ກັບທັງເຈົ້າຂອງລົດ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະທັງຜູ້ໂດຍສານເອງ ຕ້ອງໄດ້ປະຕິບັດ ທັງນີ້ກໍເພື່ອເປັນການຍົກລະດັບການໃຫ້ບໍລິການລົດໂດຍສານຂຶ້ນໃຫ້ທຽບທັນກັບເພື່ອນບ້ານໃກ້ຄຽງ ຮັບປະກັນທັງຄວາມປອດໄພ ຮັບປະກັນຄວາມເພິ່ງພໍໃຈຂອງລູກຄ້າ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...