Homeນານາສາລະປີໃໝ່ລາວ ປີ ພສ ບໍ່ທັນປ່ຽນ

ປີໃໝ່ລາວ ປີ ພສ ບໍ່ທັນປ່ຽນ

Published on

ອີງຕາມປະຕິທິນລາວ ສະບັບປີ ພສ 2560 ໄດ້ກຳນົດຢ່າງຈະແຈ້ງວ່າ ວັນຂຶ້ນປີໃໝ່ລາວ ພສ ບໍ່ໄດ້ມີການປ່ຽນແປງ ແຕ່ວ່າຈະເປັນ ຈສ  ດັ່ງລາຍລະອຽດປະຕິທິນບາງຕອນຂຽນໄວ້ວ່າ:

ສັງຂານລ່ວງ: ວັນສຸກ (ມື້ຮ້ວງມົດ) ແຮມ 3 ຄໍ່າ ເດືອນ 5 ພສ 2559, ຈສ 1378, ກົງກັບວັນທີ 14 ເມສາ ຄສ 2017 ເວລາ 03 ໂມງ 12 ນາທີ 30 ວິນາທີ.

ວັນເນົາ: ວັນເສົາ (ມື້ເຕົ່າສັນ) ແຮມ 4 ຄໍ່າ ເດືອນ 5 ພສ 2559, ຈສ 1378, ກົງກັບວັນທີ 15 ເມສາ ຄສ 2017 (ເນົາວັນດຽວ).

ສັງຂານຂຶ້ນ: ວັນອາທິດ (ມື້ກ່າເຮົ້າ) ແຮມ 5 ຄໍ່າ ເດືອນ 5 ພສ 2559, ຈສ 1378, ກົງກັບ ວັນທີ 16 ເມສາ ຄສ 2017 ເວລາ 06 ໂມງ 46 ນາທີ 48 ວິນາທີ ປ່ຽນປີວອກ (ຮວາຍສັນ) ອັດຖະສົກ, ປົກກະຕິມາດ ໄປເປັນປີ ລະກາ (ເມີງເຮົ້າ) ນົບພະສົກ ຈສ 1379.

ທຸກໆ ປີ ພສ ຈະປ່ຽນເປັນ ພສ ໃໝ່ ໃນມື້ແຮມ 1 ຄໍ່າເດືອນຫົກ ຕາມປະຕິທິນຈັນທະລະຄະຕິ ເນື່ອງຈາກວ່າ ພສ ຖືກກຳນົດຂຶ້ນພາຍຫຼັງພະພຸດທະເຈົ້າສະເດັດປະລິນິບພານ 1 ວັນ (ພະພຸດທະເຈົ້າສະເດັດປະລິນິບພານ ໃນມື້ເພັງ 15 ຄໍ່າເດືອນຫົກ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...