spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບ 3 ຄົນ ຄະດີສໍ້ໂກງຊັບຂອງພົນລະເມືອງ

ຈັບ 3 ຄົນ ຄະດີສໍ້ໂກງຊັບຂອງພົນລະເມືອງ

Published on

ເມື່ອວັນທີ 11 ເມສາ 2017 ໜັງສືພິມຄວາມສະຫງົບ ລາຍງານວ່າ ຕົ້ນເດືອນ ກຸມພາ 2017, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນ ຄວາມສະຫງົບ ໄດ້ມ້າງຄະດີສໍ້ໂກງຊັບຂອງພົນລະເມືອງ ສາມາດກັກຕົວ ຜູ້ຖືກຫາ 3 ຄົນ ຊື່ນາງ ແສງມະນີ ອາຍຸ 23 ປີ ຢູ່ບ້ານສີວິໄລ ເມືອງໄຊທານີ, ນາງ ເຂັມເພັດ ອາຍຸ 56 ປີ ຢູ່ບ້ານດອນນົກຂຸມ ເມືອງສີສັດຕະນາກ ແລະ ທ້າວ ວົງສະຫວັນ ອາຍຸ 56 ປີ ຢູ່ບ້ານທາດຫຼວງກາງ ເມືອງໄຊເຊດຖາ ນະ ຄອນຫຼວງວຽງຈັນ ທີ່ແອບອ້າງຕົວະຍົວະເອົາຄົນເຂົ້າຮຽນຕໍາຫຼວດ ແລະ ເຂົ້າເປັນຕໍາຫຼວດ.

ຜົນການສອບສວນຂອງເຈົ້າໜ້າທີ່ ນາງ ແສງມະນີ ສາລະພາບວ່າ: ຜູ້ກ່ຽວໄດ້ຕົວະເອົາຄົນແລ່ນເຂົ້າຮຽນຕໍາຫຼວດ ແລະ ເຂົ້າຕໍາຫຼວດແທ້ ໂດຍຜູ້ກ່ຽວໄດ້ປອມແປງຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບ ວ່າຕ້ອງການຄົນເຂົ້ານັກຮຽນຈົບ ມ ປາຍ ມາຮຽນນາຍສິບຢູ່ສະໜາມມ້າ ແລະ ເປັນຕໍາຫຼວດ. ຈາກນັ້ນຜູ້ກ່ຽວ ກໍເຄື່ອນໄຫວຕົວະຍົວະຫຼອກລວງປະຊາຊົນ ຈໍານວນ 64 ຄົນ ລວມເງິນທັງໝົດ 445.000.000 ກີບ ແລະ ເງິນບາດ 935.000 ບາດ. ນອກນັ້ນ, ຍັງມີນາງ ເຂັມເພັດ ຍັງໄດ້ຊອກຄົນມາໄດ້ 15 ຄົນ ໄດ້ເງິນທັງໝົດ 1.235.000 ບາດ. ໃນນັ້ນ, ຜູ້ກ່ຽວເອົາໃຫ້ນາງ ແສງມະນີ ຈໍານວນ 574.000 ບາດ. ສ່ວນທີ່ເຫຼື່ອ 661.000 ບາດ ຜູ້ກ່ຽວນໍາໄປໃຊ້ຈ່າຍຄອບຄົວ.

ທ້າວ ວົງສະຫວັນ ສາລະພາບວ່າ: ໄດ້ແລ່ນເອົາຄົນເຂົ້າຕໍາຫຼວດຈໍານວນ 60 ຄົນ ໄດ້ເງິນ 5.480.000 ບາດ. ໃນນັ້ນ, ໄດ້ນໍາເງິນທີ່ໄດ້ມາແບ່ງໃຫ້ກັບ ທ້າວ ກິດຕິພອນ ຈໍານວນ 3.471.000 ບາດ. ເຊິ່ງໃນເບື່ອງຕົ້ນທ້າວ ກິດ ຕິພອນ ໄດ້ມາຫາຜູ້ກ່ຽວວ່າສາມາດແລ່ນຄົນເຂົ້າຮຽນຕໍາຫຼວດນາຍສິບ ແລະ ເຂົ້າຕໍາຫຼວດ ໂດຍຈະໃຫ້ຄ່ານາຍໜ້າໜ້າຄົນລະ 30.000 ບາດ. ຈາກ ນັ້ນ, ໄດ້ໄປຊອກຄົນມາໃຫ້ທ້າວ ກິດຕິພອນ ແລ້ວກໍບໍ່ສາມາດແລ່ນຄົນເຂົ້າ ໄດ້ຕາມທີ່ໄດ້ເວົ້າກັນ. ຕໍ່ມາໄດ້ມາຜູ້ເສຍຫາຍມາຮ້ອງຟ້ອງ ແລະ ຖືກກັກຕົວ ຕົວເວລາຕໍ່ມາ.

ຕໍ່ກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ໄດ້ຮຽກຮ້ອງມາຍັງພໍ່-ແມ່ປະ ຊາຊົນ ຈົ່ງມີສະຕິໃນການທີ່ຈະແລ່ນເອົາລູກຫຼານຂອງ ຕົນໄປຮຽນຕໍ່ ຫຼື ເຂົ້າເປັນພະນັກງານລັດຖະກ່ອນ ເພາະວ່າມີກຸມຄົນບໍ່ດີຈໍານວນໜຶ່ງ ໄດ້ສວຍໂອກາດແອບອ່າງດ້ວຍກົນອຸບາຍຕ່າງໆທີ່ທ່ານຄິດບໍ່ເຖິງ ເພື່ອ ຕົວະຍົວະເອົາເງິນ-ຄໍາ ຫຼື ວັດຖຸມີຄ່າໄປ. ດັ່ງຄະດີທີ່ໄດ້ລາຍງານໃນ ຂ້າງເທິງ ທີ່ສ້າງຄວາມເສຍຫາຍເປັນເງິນຈໍານວນຫຼາຍ ເຊິ່ງເຫດການດັ່ງກ່າວໄດ້ສ້າງ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

ປັດຈຸບັນ, ຄະດີລາຍນີ້ແມ່ນຢູ່ໃນຂັ້ນຕອນຂອງການສອບສວນຂະ ຫຍາຍຜົນຂອງເຈົ້າໜ້າທີ່ ເພື່ອສະຫຼຸບສໍານວນຄະດີ ສົ່ງໃຫ້ໄອຍະການດໍາ ເນີນໄປຕາມຂັ້ນຕອນຂອງກົດໝາຍ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...