spot_img
Homeຂ່າວພາຍ​ໃນໂຮງໝໍ 150 ຕຽງບອກ ປີໃໝ່ນີ້ໂຮງໝໍບໍ່ໄດ້ປິດ

ໂຮງໝໍ 150 ຕຽງບອກ ປີໃໝ່ນີ້ໂຮງໝໍບໍ່ໄດ້ປິດ

Published on

ຈາກກໍລະນີທີ່ມີສື່ສັງຄົມອອນລາຍຊື່ດັງຈຳນວນໜຶ່ງໄດ້ ໂພສຂໍ້ຄວາມໃນທຳນອງວ່າ ປີໃໝ່ນີ້ ຫ້າມເຈັບ ຫ້າມປ່ວຍ ຫ້າມຕາຍ ເນື່ອງຈາກທາງໂຮງໝໍພັກສະຫຼອງປີໃໝ່ລາວ. ພ້ອມທັງຮູບພາບທີ່ເປັນຂໍ້ຄວາມແຈ້ງການຂອງໂຮງໝໍ ມິດຕະພາບ 150 ຕຽງ ລະບຸວ່າ ວັນທີ 12 ເມສາ 2017 ບໍ່ຮັບຄົນເຈັບ (ມີສະຫຼຸບປີໃໝ່), ວັນທີ 13-17 ເມສາ 2017 ແມ່ນພັກບຸນປີໃໝ່ລາວ. ຈາກກໍລະນີດັ່ງກ່າວນັ້ນໄດ້ເຮັດໃຫ້ສັງຄົມເຂົ້າສະແດງຄວາມຄິດເຫັນໄປຕ່າງໆ ນານາ ເຊິ່ງສ່ວນຫຼາຍມີການຕໍ່ວ່າໄປຍັງໂຮງໝໍ 150 ຕຽງ.

ຕອນເຊົ້າມື້ນີ້, ວັນທີ 12 ເມສາ 2017 ນັກຂ່າວລາວໂພສໄດ້ສອບຖາມໄປຍັງ ຫ້ອງການບໍລິຫານໂຮງໝໍ 150 ຕຽງ ເຖິງກໍລະນີດັ່ງກ່າວ ຈຶ່ງໄດ້ຮັບຄຳຕອບຢ່າງຊັດເຈນວ່າ: ໃນໄລຍະບຸນປີໃໝ່ລາວນີ້ ທາງໂຮງໝໍ 150 ຕຽງບໍ່ໄດ້ປິດໃຫ້ບໍລິການ ແຕ່ຍັງໄດ້ກະກຽມຄວາມພ້ອມເພິ່ມຂຶ້ນກວ່າປົກກະຕິ ໂດຍສະເພາະແມ່ນພະແນກສຸກເສີນ ແມ່ນໄດ້ຈັດຕັ້ງເວນຍາມເປັນພິເສດ ເພາະອາດຈະມີເຫດສຸກເສີນເກີດຂຶ້ນຫຼາຍໃນໄລຍະນີ້.

ແລະບອກວ່າສ່ວນທີ່ປິດການໃຫ້ບໍລິການຊົ່ວຄາວນັ້ນແມ່ນພະແນກເຂດນອກ ເຊິ່ງຄົນເຈັບເຂດນອກຄືຄົນເຈັບບໍ່ສຸກເສີນ ສາມາດລໍຖ້າເວລາໃນການເຂົ້າຮັບການກວດພະຍາດໄດ້ ເຊັ່ນ ເຈັບຫຼັງ, ປວດແອວ ແລະອື່ນໆ ທີ່ບໍ່ຮ້າຍແຮງແລະບໍ່ກະທັນຫັນ. ສ່ວນຄົນເຈັບທີ່ສຸກເສີນ ເຊັ່ນ ເຈັບແຮງ, ເປັນໄຂ້, ເກີດລູກ ແລະອື່ນໆ ທີ່ເຫັນວ່າສຸກເສີນ ກໍຍັງສາມາດເຂົ້າຮັບການປິ່ນປົວປົກກະຕິຢູ່, ຍັງມີການຜ່າຕັດ, ໃຫ້ຢາ ແລະປິ່ນປົວຄົນເຈັບປົກກະຕິທຸກຢ່າງ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...