Homeຂ່າວຕ່າງປະເທດມຽນມາ-ຈີນລົງນາມຂໍ້ຕົກລົງທໍ່ສົ່ງນ້ຳມັນດິບຂ້າມປະເທດ

ມຽນມາ-ຈີນລົງນາມຂໍ້ຕົກລົງທໍ່ສົ່ງນ້ຳມັນດິບຂ້າມປະເທດ

Published on

ສຳນັກຂ່າວເອເອຟພີລາຍງານຈາກນະຄອນຫຼວງ ປັກກິ່ງ ສາທາລະນະລັດປະຊາຊົນຈີນ ເມື່ອວັນທີ 10 ເມສາ 2017 ວ່າ ປະທານາທິບໍດີ ສີຈິ້ນຜິງ ຜູ້ນຳຈີນ ພົບປະກັບປະທານາທາທິບໍລດີ ດີອູ ຖິ່ນ ຈໍ ຜູ້ນຳມຽນມາ ທີ່ມະຫາສາລາປະຊົາຊົນໃນປັກກິ່ງ ເມື່ອວັນຈັນ ເຊິ່ງເປັນມື້ສຸດທ້າຍຂຍອງການເດີນທາງຢ້ຽມຢາມຈີນເປັນຄັ້ງທຳອິດຂອງລັດຖະບານມຽນມາ ນັບຕັ້ງແຕ່ໄດ້ຮັບຕຳແໜ່ງໃນເດືອນ ມີນາ 2016.

ທ່ານ ຫຼິ່ງ ເຈິ້ນໝິ່ນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ເຜີຍຫຼັງການປະຊຸມສຸດຍອດວ່າ ຜູ້ນຳທັງສອງຮ່ວມເປັນສັກຄີພະຍານໃນການລົງນາມຂໍ້ຕົກລົງ ທໍ່ສົ່ງນ້ຳມັນດິບທີ່ກໍ່ສ້າງສຳເລັດແລ້ວບາງສ່ວນ ລະຫວ່າງເມືອງທ່າຈ໊ອກປູ ທາງພາກຕະເວັນຕົກຂອງມຽນມາ ກັບເມືອງຄຸນມິງ ທາງພາກໃຕ້ຕອນກາງຂອງຈີນ ເຊິ່ງທາງປັກກິ່ງຄາດຫວັງວ່າໂຄງການຈະແລ້ວສຳເລັດ ແລະ ເລີ່ມດຳເນີນການໄດ້ໃນໄວໆນີ້ ຜູ່ນຳທັງສອງຍັງຫາລືກັນກ່ຽວກັບການພັດທະນາເຂື່ອນມິດໂສນ ໂຄງການມູນຄ່າ 3,600 ລ້ານໂດລາສະຫະລັດ ທີ່ປັກກິ່ງໃຫ້ການສະໜັລສະໜູນ ເຊິງໄດ້ຢຸດຕິການກໍ່ສ້າງຕັ້ງແຕ່ເກີດມີການປະທ້ວງຕໍ່ຕ້ານໃນປີ 2013

ທັງສອງປະເທດ ໄດ້ລົງນາມຂໍ້ຕົກລົງຄວາມຮ່ວມມື 9 ລາຍການ ເຊິ່ງຄວບຄຸມຮອດດ້ານສາທາລະນະສຸກ, ການກິລາ ແລະ ຄົມມະນາຄົມຂົນສົ່ງ.

ມໜ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...