spot_img
HomeBaby-ແມ່ແລະເດັກຢາກໃຫ້ລູກມີຜິວສຸຂະພາບດີຕັ້ງແຕ່ຕອນເກີດ ແມ່ຖືພາຄວນກິນສິ່ງນີ້

ຢາກໃຫ້ລູກມີຜິວສຸຂະພາບດີຕັ້ງແຕ່ຕອນເກີດ ແມ່ຖືພາຄວນກິນສິ່ງນີ້

Published on

ພໍ່ແມ່ທຸກຄົນລ້ວນປາດຖະໜາໃຫ້ລູກເກີດມາມີສຸຂະພາບແຂງແຮງສົມ ແລະ ມີຜິວພັນດີກ້ຽງງາມ ໃນຄໍລຳແມ່ ແລະ ລູກ ມື້ນີ້ແອັດມິນເລີຍມີອາຫານຈະມາແນະນຳແມ່ຖືພາ ໃຫ້ກິນໃນຊ່ວງເວລາຖືພາ ເຊິ່ງຈະມີອາຫານຊະນິດໃດແນ່ນັ້ນເຮົາມາຮູ້ຈັກໄປນຳກັນເລີຍ

– ກິນປາ: ໃນປາມີໂອເມກ້າ 3 ແລະ ໂອເມກ້າ 6 ນອກຈາກຈະຊ່ວຍບຳລຸງສະໝອງ ແລະ ພັດທະນາການລູກນ້ອຍແລ້ວຍັງສາມາດຊ່ວຍປົກປ້ອງ ແລະ ຊ່ວຍບຳລຸງເຊລຜິວໄດ້ເປັນຢ່າງດີ
– ຜັກ, ໝາກໄມ້ ເພາະວິຕາມິນ ເກືອແຮ່ ຈະຊ່ວຍໃຫ້ເຊລຜິງແຂງແຮງຂຶ້ນ ຄວນເລືອກກິນຜັກ ໝາກໄມ້ສົດໆ ເຊັ່ນ: ໝາກອຶ, ແຄຣັອດ, ໝາກເລັ່ນ, ກ້ວຍ, ໝາກກ້ຽງ, ໝາກສີດາ, ໝາກຫຸ່ງສຸກ, ໝາກພິລາ, ໝາກອະງຸ່ນ ກິນສະລັບກັນໄປໃນແຕ່ລະມື້
– ທັນຍະພືດ ເຊັ່ນ: ເຂົ້າກ່ອງ, ໝາກເດືອຍ, ງາຂາວ, ງາດຳ, ປະເທດຖົ່ວຕ່າງໆ ຮວມເຖິງນ້ຳເຕົ້າຮູ້ ອຸດົມໄປດ້ວຍໂປຣຕິນ ແລະ ວິຕາມິນ ຊ່ວຍບຳລຸງຜິວໃຫ້ງານເປັ່ງປັ່ງ
– ດື່ມນ້ຳຫຼາຍໆ ຊ່ວຍບຳລຸງຜິວໃຫ້ນຸ້ມຊຸ່ມຊື່ນ ແລະ ຍັງຊ່ວຍຂັບລ້າງສານພິດອອກຈາກຮ່າງກາຍ ເປັນການດີທັອກຢ່າງມີປະສິດທິພາບວິທີໜຶ່ງທີ່ເຮັດໃຫ້ຜິວພັນກະຈ່າງໃສທັງແມ່ ແລະ ລູກ

ຢ່າງໃດກໍ່ຕາມແມ່ຖືພາຄວນກິນອາຫານໃຫ້ຫຼາກຫຼາຍຄົບ 5 ໝູ່ ແລະ ກິນໃນປະລິມານທີ່ພໍດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...