Homeຂ່າວຕ່າງປະເທດເກີດເຫດເຮືອມຽນມາຕຳກັນ ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ

ເກີດເຫດເຮືອມຽນມາຕຳກັນ ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ

Published on

ສຳນັກຂ່າວເອເອຟພີລາຍງານ ເມື່ອວັນທີ 8 ເມສາ 2017 ຜ່ານມາວ່າ ເກີດເຫດເຮືອໂດຍສານຂ້າມແມ່ນໍ້າ 2 ລຳຕຳກັນ ທີ່ແມ່ນໍ້າພະສິມ ເມືອງພະສິມ ທາງພາກຕາເວັນຕົກຂອງນະຄອນຢາງກຸ້ງ ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ ເຈົ້າໜ້າທີ່ສາມາດຊ່ວຍເຫຼືອຊີວິດໄວ້ໄດ້ປະມານ 30 ຄົນ ຈາກຜູ້ໂດຍສານທັງໝົດປະມານ 60-80 ຄົນ ສ້າງຄວາມກັງວົນໃຫ້ກັບໜ່ວຍກູ້ໄພທີ່ພ້ອມກັນລະດົມຄົ້ນຫາ ຄາດວ່າຈະມີຜູ້ເສຍຊີວິດເພີ່ມຂຶ້ນອີກ

ທາງດ້ານເຈົ້າໜ້າທີ່ຕຳຫຼວດບອກວ່າ ການສືບສວນເບື້ອງຕົ້ນພົບວ່າເຮືອອັບປາງ ໄດ້ຊົນກັບເຮືອໂດຍສານອີກລຳໜຶ່ງ ເຊິ່ງຕອນເກີດເຫດເປັນຕອນກາງຄືນ ແລະຜູ້ໂດຍສານເກືອບທັງໝົດ ຢູ່ລະຫວ່າງເດີນທາງກັບຈາກງານແຕ່ງດອງ ຜູ້ເສຍຊີວິດເປັນຜູ້ຍິງ 16 ຄົນ ແລະຊາຍ 4 ຄົນ ແລະຍັງມີຜູ້ສູນຫາຍອີກຢ່າງໜ້ອຍ 9 ຄົນ ທັງໝົດນັ້ນເປັນຍາດພີ່ນ້ອງກັນ ບໍ່ກໍ່ມາຈາກບ້ານດຽວກັນ, ນອກຈາກນີ້ຕຳຫຼວດຍັງພົບວ່າ ເຮືອໂດຍສານທັງສອງລຳ ທີ່ຊົນກັນບໍ່ໄດ້ເປີດໄຟສ່ອງ ຂະນະແລ່ນຂ້າມແມ່ນໍ້າ ທີ່ນຳສູ່ໂສກອະນາດຕະກຳດັ່ງກ່າວ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...